ການຮ່ວມມືຂອງ ສຄອຊ ແລະ ກສວ

ຮ່ວມມືກັນເຄື່ອນໄຫວວຽກງານຂອງ ສບວ ໃນການສົ່ງເສີມພັດ  ທະນາ ວນກ ຂອງ ສປປ ລາວ ໂດຍ:

  • ຜັນຂະຫຍາຍການຊີ້ນຳຂອງຄະນະກຳມະການ ແລະ ແຜນການ ເຄື່ອນໄຫວ ຂອງ ສບວ ໃຫ້ໄດ້ປະສິດທິຜົນ ແລະ ສອດຄ່ອງກັບ ແຜນຍຸດທະສາດພັດທະນາ ວນກ ອາຊຽນ 2016 – 2025 (ASEAN Strategic Action Plan for MSME Development 2016-2025) ແລະ ແຜນພັດທະນາ ວນກ ແຫ່ງ ສປປ ລາວ 2016 – 2020 (SME Development Plan 2016 – 2020).
  • ຮ່ວມກັນຈັດຕັ້ງປະຕິບັດແຜນວຽກຂອງສູນບໍລິການ ວນກ ອາຊຽນ ແລະ ສະໜອງການບໍລິການຕິດພັນກັບອາຊຽນຕາມ ທິດທາງຂອງຕະຫຼາດ ພ້ອມທັງໃຫ້ບໍລິການແກ່ ວນກ ໃນຂະ ແໜງສະເພາະການ ເພື່ອສົ່ງເສີມການເຊື່ອມໂຍງເຂົ້າໃນປະຊາຄົມ ເສດຖະກິດອາຊຽນໃຫ້ສຳເລັດ;
  • ຈັດຕັ້ງປະຕິບັດແຜນວຽກຂອງ ສບວ ໃຫ້ສອດຄ່ອງ ແລະ ຂັບເຄື່ອນ ວິໄສທັດ, ພາລະກິດ ແລະ ເປົ້າໝາຍຍຸດທະສາດ ຂອງ ສບວ;
  • ເຜີຍແຜ່ຂໍ້ມູນ ກ່ຽວກັບ ປະຊາຄົມເສດຖະກິດອາຊຽນ, ນະໂຍ ບາຍ, ກົດລະບຽບ, ຫຼັກການ, ຄວາມຕ້ອງການ ແລະ ຂະບວນ ການຕ່າງໆໃນລະດັບຊາດ ແລະ ລະດັບພາກພື້ນອາຊຽນໃຫ້ແກ່ ວນກ;
  • ສົ່ງເສີມໃນທ່າບຸກ ການເປັນຕົວແທນ ຂອງ ວນກ ແຫ່ງ ສປປ ລາວ ໃຫ້ຢູ່ໃນລະດັບອາຊຽນ;
  • ສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນ ແລະ ການປະສານ ງານຂອງ ສບວ. ພ້ອມທັງຂະຫຍາຍເຄືອຂ່າຍກັບບັນດາອົງກອນ ແລະ ສະຖາບັນທີ່່ກ່ຽວຂ້ອງ ໃນ ສປປ ລາວ, ແລະ ບັນດາປະ ເທດສະມາຊິກອາຊຽນ.
  • ສົ່ງເສີມການຮ່ວມມືຢ່າງມີປະສິດທິຜົນ ກັບ ທຸກຄູ່ຮ່ວມພັດທະນາ ແລະ ບັນດາອົງກອນທີ່ກ່ຽວຂ້ອງ.

Enter your keyword