ຄວາມເປັນມາ

ການສະໜັບສະໜູນ ແລະ ສົ່ງເສີມ ວນກ ໃນ ສປປ ລາວ ໃຫ້ ມີຄວາມສາມາດແຂ່ງຂັນໃນພູມີິພາກ ແລະ ສາກົນໄດ້ ແມ່ນໜ້າ ທີ່ສຳຄັນຂອງກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ກສວ) ພາຍໃຕ້ກະຊວງອຸດສາຫະກຳ ແລະ ການຄ້າ, ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ).

ສະນັ້ນ, ກສວ ແລະ ສຄອຊ ຈຶ່ງໄດ້ຮ່ວມມືກັນສ້າງຕັ້ງ ສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງ (ສບວ) ຫຼື SME Service Center (SSC) ຂື້້ນໃນວັນທີ 17 ກຸມພາ 2017  ເພື່ອໃຫ້ການສະໜັບສະໜູນ ແລະ ໃຫ້ບໍລິການ ແກ່ ວນກ ໃນ ສປປ ລາວ. ສບວ ບໍ່ພຽງແຕ່ໃຫ້ການບໍລິການທາງດ້ານເຕັກນິກ ແລະ ສົ່ງເສີມການພັດທະນາ ວນກ ໃນຂົງເຂດທົ່ວໄປເທົ່ານັ້ນ (ເຊັ່ນ: ການລິເລີ່ມເຮັດທຸລະກິດ, ຜູ້ປະກອບກິດຈະການ, ການ ເພີ່ມຜະລິດຕະພາບ ແລະ ປັບປຸງຄຸນນະພາບ, ການພັດທະນາ ດ້ານນະວັດຕະກຳ, ການຮ່ວມກຸ່ມທຸລະກິດ ແລະ ອື່ນໆ), ແຕ່ ສບວ ຍັງໃຫ້ການບໍລິການທີ່ຕິດພັນກັບວຽກງານອາຊຽນ (ເຊັ່ນ: ການເຜີຍແຜ່ຂໍ້ມູນ ແລະ ການໃຫ້ຄວາມຮູ້ທີ່ຕິດພັນກັບອາຊຽນ, ການເສີມສ້າງຄວາມສາມາດໃນການແຂ່ງຂັນໃຫ້ແກ່ ວນກໃນຂະ ແໜງບູລິມະສິດ, ມາດຕະຖານຂອງອາຊຽນ, ການເຂົ້າຫາຕະ ຫຼາດພາກພື້ນອາຊຽນ ແລະ ຕະຫຼາດສາກົນ.

Enter your keyword