ການດຳເນີນງານ

ການໃຫ້ບໍລິການຂອງ ສບວ ໃນເບື້ອງຕົ້ນແມ່ນໃຫ້ການສະໜັບສະໜູນ ແລະ ໃຫ້ການບໍລິການໃນຂອບເຂດດັ່ງນີ້:

  • ການພັດທະນາ ແລະ ການສະໜັບສະໜູນ ວນກ (SME Development and Support – SDS):

ໃຫ້ບໍລິການ ວນກ ໃນຂົງເຂດທົ່ວໄປ ເຊັ່ນ: ໃຫ້ຄຳປຶກສາດ້ານຜູ້ ປະກອບກິດຈະການໃໝ່, ການພັດທະນາ ແລະ  ການຄຸ້ມຄອງຜູ້ ປະກອບກິດຈະການ, ການຄ້າ, ການວາງສະແດງ ແລະ ອື່ນໆ.

  • ສູນບໍລິການ ວນກ ອາຊຽນ (ASEAN SME Service Centre – ASSC):

ສະໜອງບໍລິການໃຫ້ ວນກ ຂະແໜງການສະເພາະ ແລະ ຕິດພັນ ກັບວຽກງານອາຊຽນ ເຊັ່ນ: ການເຜີຍແຜ່ຂໍ້ມູນກ່ຽວກັບປະຊາຄົມ ເສດຖະກິດອາຊຽນ, ການເສີມສ້າງຄວາມອາດສາມາດທີ່ຕິດພັນ ກັບປະຊາຄົມເສດຖະກິດອາຊຽນ, ການພົບປະທຸລະກິດ ແລະ ເຄື່ອຂ່າຍຜູ້ປະກອບກິດຈະການໃນປະເທດສະມາຊິກອາຊຽນ, ການ ແນະນຳກ່ຽວກັບຕະຫຼາດອາຊຽນ ແລະ ອື່ນໆ.

  • ສູນຄວາມຮູ້ (Knowledge Center):

ສະໜອງຂໍ້ມູນ ແລະ ຄວາມຮູ້ທີ່ຕິດພັນກັບວຽກງານພັດທະນາ ວນກ ແລະ ປະຊາຄົມເສດຖະກິດອາຊຽນ (ASEAN Economic Community – AEC) ໃນຮູບແບບເອກະສານ ແລະ ແບບເອເລັກ ໂຕຣນິກ.

Enter your keyword