ເຄື່ອງມືໃຫ້ບໍລິການ

A-ໃຫ້ຄຳປຶກສາທຸລະກິດ (Business Advisory):

ໃຫ້ຄຳປຶກສາດ້ານທຸລະກິດ ເຊັ່ນ: ຜູ້ເລີ່ມຕົ້ນນຳເຂົ້າ-ສົ່ງອອກ; ໂອ ກາດໃນການເຮັດທຸລະກິດຂອງຜູ້ປະກອບກິດຈະການ ຊຶ່ງມີແຜນ ເຂົ້າຫາຕະຫຼາດອາຊຽນ; ລະບຽບ ແລະ ຫຼັກການກ່ຽວກັບການຄ້າ ແລະ ການລົງທຶນໃນປະເທດອາຊຽນ; ດ້ານພາສີໃນບັນດາປະເທດ ອາຊຽນ.

B-ເຜີຍແຜ່ຂໍ້ມູນແລະເສີມສ້າງຄວາມຮັບຮູ້ກ່ຽວກັບປະຊາ ຄົມເສດຖະກິດອາຊຽນ (AEC-related awareness raising and information dissemination):

ປັບປຸງຂໍ້ມູນຂະແໜງທີ່ຕິດພັນກັບປະຊາຄົມເສດຖະກິດອາຊຽນ ໃຫ້ທັນການ, ສ້າງຊຸດເຄື່ອງມືແນະນຳຂະບວນການສົ່ງອອກສູ່ຕະ ຫຼາດອາຊຽນ, ຂັ້ນຕອນການເລືອກສິນຄ້ານຳເຂົ້າຈາກຕະຫຼາດອາ ຊຽນ, ອົງປະກອບຂອງ ຕ່ອງໂສ້ມູນຄ່າຢູ່ໃນພາກພື້ນ, ຜະລິດຕະ ພັນທີ່ນຳເອົາມາປະກອບຢູ່ໃນຂະແໜງການຜະລິດຂອງລາວ ແລະ ອື່ນໆ.

C-ຈັດຝຶກອົບຮົມ & ກອງປະຊຸມ (Trainings & workshops):

ຈັດຝຶກອົບຮົມ ແລະ ກອງປະຊຸມ ກ່ຽວກັບການເພີ່ມຜະລິດຕະ ພາບ, ການປັບປຸງຄຸນນະພາບ, ມາດຕະຖານຕະຫຼາດອາຊຽນ ແລະ ສາກົນ; ສົ່ງເສີມການແຂ່ງຂັນຂອງ ວນກ; ສະໜັບສະໜູນການ ສ້າງມູນລະຄ່າເພີ່ມໃຫ້ຜະລິດຕະພັນຂອງ ວນກ; ຕ່ອງໂສ້ມູນຄ່າ; ການເຂົ້າສູ່ຕະຫຼາດພາກພື້ນອາຊຽນແລະສາກົນ; ແລະ ການຄ້າ ທາງອີເລັກໂຕຣນິກ (e-commerce).

D-ຈັດກອງປະຊຸມພົບປະ ທຸລະກິດ ກັບ ທຸລະກິດ ແລະ ສ້າງ ເຄືອຂ່າຍທຸລະກິດ (Facilitating B2B Meetings & Networking):

ສ້າງເຄືອຂ່າຍທຸລະກິດ ແລະ ການເຊື່ອມໂຍງລະຫວ່າງ ວນກ ແຫ່ງ ສປປ ລາວ ແລະ ທຸລະກິດໃນພາກພື້ນອາຊຽນແລະສາກົນ (ເຊັ່ນ: ການສ້າງເຄືອຂ່າຍກັບວິສາຫະກິດຂະໜາດໃຫຍ່ ແລະ ບໍລິສັດ ຂ້າມຊາດ). ສ້າງເຄືອຂ່າຍກັບບັນດາສູນບໍລິການ ວນກ ໃນພາກ ພື້ນອາຊຽນ.

E- ບໍລິການດ້ານ Software Accounting, Co-Working Space, ແລະ Consultancy for SMEs and Startup.

Enter your keyword