ເປົ້າໝາຍຍຸດທະສາດ

  • ສະໜັບສະໜູນການລິເລີ່ມທຸລະກິດໃນລະດັບຕ່າງໆ.
  • ສົ່ງເສີມການພັດທະນາຜູ້ປະກອບກິດຈະການ ວນກ ໃຫ້ມີການຂະຫຍາຍຕົວແບບຍືນຍົງ.
  • ພັດທະນາຂີດຄວາມສາມາດ ວນກ ແບບຄົບຊຸດເພື່ອຍົກລະດັບຄຸນນະພາບ, ເພີ່ມຜະລິດຕະພາບ ແລະ ປັບປຸງການແຂ່ງຂັນໃນຂະແໜງບູລິມະສິດ.
  • ສະໜັບສະໜູນ ວນກ ຂອງ ສປປ ລາວ ໃນການເຊື່ອມໂຍງເຂົ້າສູ່ຕະຫຼາດພາກພື້ນອາຊຽນ ແລະ ສາກົນ.
  • ເສີມສ້າງຂີດຄວາມສາມາດ ແລະ ຄວາມເຂັ້ມແຂງຂອງສະຖາບັນ ແລະ ອົງກອນລະດັບຊາດ ແລະ ທ້ອງຖິ່ນໃຫ້ສາມາດສະໜອງບໍລິການຕາມທິດທາງຂອງຕະຫຼາດ.
  • ສ້າງຕັ້ງເຄື່ອຂ່າຍຂອງ ວນກ ໃນລະດັບຊາດ ແລະ ທ້ອງຖິ່ນປັບປຸງການເຊື່ອມໂຍງຂອງ ວນກ ກັບບໍລິສັດຂ້າມຊາດ.
  • ສົ່ງເສີມການຮ່ວມມືຢ່າງໃກ້ຊິດກັບສະມາຄົມອຸດສາຫະກຳ ເພື່ອຮ່ວມກັນພັດທະນາ ວນກ ໃນຂະແໜງການສະເພາະ.
  • ສົ່ງເສີມການຮ່ວມມືຢ່າງມີປະສິດທິຜົນກັບຄູ່ຮ່ວມພັດທະນາ ແລະ ບັນດາອົງກອນດຳເນີນງານທີ່ກ່ຽວຂ້ອງ.

Enter your keyword