ພິທີເປີດງານສະແດງ Lao Top 3 Expo ຢ່າງເປັນທາງການ

ພິທີເປີດງານສະແດງ Lao Top 3 Expo ຢ່າງເປັນທາງການ

ພິທີເປີດງານສະແດງ Lao Top 3 Expo ຢ່າງເປັນທາງການ ໄດ້ຈັດຂື້ນໃນວັນທີ 07 ມີຖຸນາ 2018 ທີ່ ຫໍປະຊຸມແຫ່ງຊາດ ໂດຍໃຫ້ກຽດເປີດງານວາງສະແດງ ຂອງ ທ່ານ ພັນທອງ ພິດທຸມມາ ຮອງລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ, ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ບຸກຄົນທີ່ສຳຄັນຂອງງານດັງກ່າວ.


ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ(LNCCI), ສະມາຄົມສະຖາປະນິກ ແລະ ວິສາວະກອນໂຍທາແຫ່ງຊາດ (ສສວ), ສະມາຄົມໂຮງແຮມ ແລະ ຮ້ານອາຫານແຫ່ງຊາດລາວ (LHRA) ຈະນໍາສະເໜີ 3 ງານອັນດັບຕົ້ນໆຂອງປະເທດລາວ ຢູ່ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ເລີ່ມວັນທີ 7-9 ມມີຖຸນາ 2018 ງານວາງສະແດງ 3 ງານນີ້ຈະນຳເອົາມາເຂົ້າຮ່ວມໄວ້ໃນທີ່ດຽວ LAOBUILD18 – ງານວາງສະແດງອຸດສາຫະກຳອາຄານ ແລະ ກໍ່ສ້າງລະດັບສາກົນ, LAOFOOD & HOTEL18 – ງານວາງສະແດງຜູ້ຈັດຫາງານທາງດ້ານການບໍລິການ, ອາຫານ ແລະ ເຄຶ່ອງດື່ມລະດັບສາກົນ ແລະ LAOAUTO18 – ງານວາງສະແດງຍານພາຫະນະ ແລະ ສ່ວນປະກອບຂອງລົດລະດັບສາກົນ.


ຫຼາຍກວ່າ 200 ຜູ້ວາງສະແດງມາຈາກ 12 ປະເທດປະກອບດ້ວຍ ຈີນ, ຣັງກາລີ, ອິຕາລີ, ເຢຍລະມັນ, ຝຣັ່ງ, ຍີ່ປຸ່ນ, ເກົາຫຼີ, ມາເລເຊຍ, ໂປໂລຍ, ໄທ ແລະ ອາເມລິກາ. ງານວາງສະແດງນີ້ເປັນສ່ວນໜື່ງຂອງປີທ່ອງທ່ຽວລາວທີ່ຈະເປິດໂອກາດໃຫ້ຫຼາກຫຼາຍທຸລະກິດໂດຍສາເພາະ ບັນດ່ບໍລິສັດໃນປະເທດລາວ ແລະ ຍັງມີການນຳສະເໜີເຕັກໂນໂລຢີ ແລະ ຜະລິດຕະພັນໃໝ່ໆ.

Related Posts

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more

Enter your keyword