ກອງປະຊຸມພົບປະທຸລະກິດ ລາວ-ຈີນ ( ໄຫໜານ)

ກອງປະຊຸມພົບປະທຸລະກິດ ລາວ-ຈີນ ( ໄຫໜານ)

ໃນຕອນບ່າຍຂອງວັນທີ 30 ມີນາ 2018 ໄດ້ມີການຈັດກອງປະຊຸມພົບປະທຸລະກິດ ລາວ-ຈີນ ( ໄຫໜານ) ທີ່ ສຄອ ແຫ່ງຊາດລາວ ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ທະນົງສິນ ກັນລະຍາ ຮອງປະທານ ສຄອ ແຫ່ງຊາດລາວ ແລະ ທ່ານ ເສິນ ຫົງ ຫຼຽນ ຮອງປະທານ ສະພາສົ່ງເສີມການຄ້າ ໄຫໜານ.

ການເດີນທາງມາ ຢ້ຽມຢາມພົບປະໃນຄັ້ງນີ້ ແມ່ນເປັນໂອກາດອັນດີໃນການປຶກສາຫາລື ແລກປ່ຽນບົດຮຽນເພື່ອເສີມຂະຫຍາຍການພົວພັນ ແລະ ການຮ່ວມມືລະຫວ່າງ ສອງອົງການຈັດຕັ້ງຂອງພວກເຮົາກໍ່ຄືການຮ່ວມມື ຂອງ ສອງປະເທດໃຫ້ນັບມື້ນັບຂະຫຍາຍຕົວ ຕາມນະໂຍບາຍການຮ່ວມມື 1 ແລວທາງ 1 ເສັ້ນທາງ, ທີ່ ປະທານ ສີ ຈິ້ນຜິງ ໄດ້ສະເໜີໃນ ປີ 2013. ເຊິ່ງໃນທ້າຍປີ ທີ່ຜ່ານມາ ການມາຢ້ຽມຢາມຢ່າງເປັນທາງການ ຂອງ ທ່ານ ສີ ຈິ້ນ ຜິງ ປະທານປະເທດ ສປ ຈີນ, ທັງສອງ ລັດຖະບານ ລາວ – ຈີນ ໄດ້ມີການລົງນາມບົດບັນທຶກຄວາມເຂົ້າໃຈ ແລະ ສັນຍາການຮ່ວມມື ຮ່ວມກັນຫຼາຍສະບັບ, ນອກຈາກນັ້ນກໍ່ໄດ້ປະກາດວ່າ ສອງປະເທດ ລາວ-ຈີນ ນອກຈາກມີການຮ່ວມມືຍຸດທະສາດຮອບດ້ານ ແລ້ວຍັງ ເປັນປະເທດຮ່ວມສະຕາກຳ ດຽວກັນ ເຊິ່ງເປັນຜົນດີທີ່ສຸດໃຫ້ແກ່ການຮ່ວມມືທາງດ້ານທຸລະກິດລະຫວ່າງ ລາວ – ຈີນ ໃນປະຈຸບັນ ແລະ ອານາຄົດ.

ອີງຕາມນະໂຍບາຍ ໜື່ງແລວທາງ ໜື່ງເສັ້ນທາງ, ໃນຊຸມປີ ຜ່ານມາ ການຂະຫຍາຍຕົວທາງດ້ານເສດຖະກິດການຄ້າ ລາວ ຈີນ ມີການຂະຫຍາຍຕົວຢ່າງສູງ, ປະຈຸບັນ ລັດຖະບານລາວ ໄດ້ເອົາໃຈໃສ່ປັບປຸງພັດທະນາໂຄງລ່າງພື້ນຖານ ແລະ ເພື່ອເຮັດໃຫ້ສປປລາວ ປ່ຽນຈາກ Land lock ເປັນ Land link ນອກຈາກການສ້າງທາງລົດໄຟ ລາວ – ຈີນ, ເຊິ່ງປະຈຸບັນ ມີຄວາມຄືບໜ້າຢ່າງໄວວາ ແລະ ຈະສຳເລັດພາຍໃນປີ 2021ນັ້ນ, ລັດຖະບານລາວ ຍັງສືບຕໍ່ປັບປຸງເສັ້ນທາງຕ່າງໆ ໂດຍສະເພາະ ເສັ້ນທາງຕາມແລວເສດຖະກິດເພື່ອອຳນວຍຄວາມສະດວກ ແລະ ເພີ່ມສະມັດຕະພາບ ໃນການຂົນສົ່ງແຕ່ພາກເໜືອເຖິງພາກໃຕ້ ແລະ ເຊື່ອມຕໍ່ກັບບັນດາປະເທດອ້ອມຂ້າງເພື່ອເຮັດໃຫ້ ສປປ ລາວ ເປັນສູນກາງ ໃນການຮ່ວມມື ລະຫວ່າງ ຈີນ – ອາຊຽນ.ທ່ານ ທະນົງສີນ ກັນລະຍາ ປະທານກອງປະຊຸມມີຄໍາເຫັນວ່າ: “ ຜ່ານມາສອງປະເທດ ລາວ-ຈີນ ມາພື້ນຖານການພົວພັນທຸລະກິດເປັນໄລຍະຍາວນານ, ມີນະໂຍບາຍທີ່ແໜ້ນແຟ້ນ ຕາມນະໂຍບາຍນຶ່ງແລວທາງ ນຶ່ງເສັ້ນທາງ, ນອກຈາກນັ້ນຍັງເປັນປະເທດຮ່ວມຊະຕາກໍາອັນດຽວກັນ ຜ່ານມາລວມມີໂຄງການຫຼາຍກວ່າ 800 ໂຄງການທີ່ຮ່ວມມືກັນ ແລະ ໄດ້ນໍາສະເໜີພາລະບົດບາດ ຂອງ ສຄອ ແຫ່ງຊາດລາວຕໍ່ທີ່ປະຊຸມເພື່ອຮັບຊາບ.” ແລະ ທ່ານ ເສິນ ຫົງ ຫຼຽນ ໄດ້ກ່າວຄຳເຫັນໃນກອງປະຊຸມວ່າ: “ຮອງປະທານ ສົ່ງເສີມການຄ້າສາກົນ ແຂວງ ຫາຍໜານ ເຊີງເປັນປະທານຮ່ວມ ໄດ້ສະເໜີພາບລວມຂອງແຂວງດັ່ງກ່າວ ເປັນພື້ນທີ່ຕັ້ງຢູ່ທາງພາກໃຕ້ຂອງຈີນ ທີ່ມີທ່າແຮງທາງດ້ານຊັບພະຍາກອນທໍາມະຊາດ, ມີທ່າເຮືອກໍາປັນສະດວກໃນການຂົ່ນສົ່ງສີນຄ້າ ແລະ ມີເສັ້ນທາງລົດໄຟດວນອ້ອມເກາະ ທີ່ເປັນເສັ້ນທາງດຽວໃນໂລກ, ການປະຊຸມໃນຄັ້ງນີ້ ແມ່ນຜົນຈາການຢ້ຽມຢາມຂອງອາດີດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນການສ້າງກົນໄກກັບບັນດາປະເທດລ້ານຊ້າງ ລຸ່ມແມ່ນໍ້າຂອງ ແລະ ຖືເອົາວັນທີ 03 ເດືອນ03 ຂອງທຸກປີນຶ່ງຄັ້ງ ເປັນເດືອນຂອງການຮ່ວມມືໃນບັນດາປະເທດລ້ານຊ້າງແມ່ນໍ້າຂອງ.

—-ພາກທຸລະກິດຈີນສົນໃຈ ແລະ ຊອກຄູ່ຮ່ວມທຸລະກິດຄື:—-
1. ຝ່າຍຈີນມີຄວາມສົນໃຈດ້ານທຸລະກິດອາສັງຫາໃນລາວເປັນຕົ້ນແມ່ນສ້າງບ້ານຈັດສັນ
2. ທຸລະກິດດ້ານພະລັງງານແສງແດດ ແລະ ພະລັງງານຈາກການນໍາໃຊ້ນໍ້າ ໃນການສ້າງຊົນລະປະທານຕ່າງໆ
3. ທຸລະກິດປະເພດປະກັນໄພ ທາງດ້ານກະສີກໍາ ເປັນບໍລິສັດທີ່ໃຫ່ຍຕິດອັນດັບຂອງໂລກ
4. ດ້ານທຸລະກິດອຸດສະຫາກໍາ ແຜນແພ ເຄື່ອ່ງນຸ່ງຮົ່ມ ທີ່ນໍາໃຊ້ເຄື່ອງມືທັນສະໄໜ.
5. ທຸລະກິດການທອ່ງທ່ຽວ ໂດຍສະເພາະແມ່ນການເປີດສາຍການບີນໂດຍກົງຫາແຂວງດັ່ງກ່າວ
6. ສົນໃຈຢາກສ້່າງເຂດເສດຖະກິດພິເສດ
—-ພາກທຸລະກິດລາວສົນໃຈຄູ່ີຮ່ວມທຸລະກິດຄື:—-
1. ທຸລະກິດອາສັງຫາການສ້າງບ້ານຈັດສັນ
2. ແຂວງ ອັດຕະປື ສະເໜີເຈດຈໍານົງຮ່ວມທຸລະກິດດ້ານການສ້່່າງຜະລິດຕະພັນຈາກໄມ້ ເພື່ອສົ່ງອອກ ເຊີງປະຈຸບັນແຂວງເອງກໍ່ສົ່ງຜະລິດຕະພັນດັ້່ງກ່າວໄປຈີນບໍ່ຕໍາກວ່າ 05 ຕູ້ຄອ້ນແທນເນີໃນແຕ່ລະເດືອນ, ໂຄງການພະລັງງານແສງຕະເວັນ ແລະໂຄງການອາສັງຫາ ຕໍ່ຝ່າຍຈີນເພື່ອພິຈາລະນາຮ່ວມມືກັນ
3. ສົນໃຈຄູ່ຮ່ວມທຸລະກິດໃນການສ້າງໂຮງງານຕັດຫຍິບຢູ່ລາວ ທີ່ປະຈຸບັນພວກເຮົາມີພອ້ມແລ້ວທາງດ້ານແຮງງານ ແລະ ສະຖານທີ່ກໍ່ສ້າງ.
4. ສົນໃຈຄູ່ຮ່ວມທຸລະກິດສ້າງໂຮງຮຽນ ລາວ-ຈີນ-ອັງກິດ ເປັນລັກຊະນະຄືກັບໂຮງຮຽນທີ່ມີຢູ່ລາວພຽງບອ່ນດຽວເຊັ່ນ: ໂຮງຮຽນລ້ຽວໂຕເປັນຕົ້ນ.
5. ສົນໃຈຄູ່ຮ່ວມທຸລະກິດ ສ້າງໂຮງງານຜະລິດກະສີກໍາສໍາເລັດຮູບເພື່ອສົ່ງອອກ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword