ກອງປະຊຸມຄົບຄະນະບໍລິຫານງານ ສຄອຊ ຊຸດທີ VII ຄັ້ງທີ VII

ກອງປະຊຸມຄົບຄະນະບໍລິຫານງານ ສຄອຊ ຊຸດທີ VII ຄັ້ງທີ VII ຈັດຂື້ນ ໃນວັນທີ 03/06/2019, ເວລາ 8:30-16:00 ໂມງ, ທີ່ຫ້ອງປະຊຸມ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ

ເພື່ອທົບທວນ ການຈັດຕັ້ງປະຕິບັດແຜນຍຸດທະສາດຂອງຕົນຕາມ 04 ເສົາຄໍ້າ: (1) ວຽກງານການປັບປຸງສະພາບແວດລ້ອມຂອງການດໍາເນີນທຸລະກິດ, (2)ການຈັດຕັ້ງປະຕິບັດ ວຽກງານຂອງ ສູນພັດທະນາທຸລະກິດຂະໜາດນ້ອຍ ແລະ ກາງ, (3) ວຽກການສົ່ງເສີມຜະລິດຕະພັນລາວ (Made in Laos), (4) ວຽກງານຖານຂໍ້ມູນວິສາຫະກິດ ແລະ ວຽກງານການເຊື່ອມໂຍງກັບພາກພື້ນ ແລະ ສາກົນ.

ພ້ອມດຽວກັນນີ້້ ກອງປະຊຸມຍັງໄດ້ປຶກສາຫາລື ການສ້າງຄວາມເຂັ້ມແຂງໃຫ້ ສະກັບ ສະພາການຄ້າ ແລະ ອຸດສາຫະກໍາ ຂອງແຂວງ, ສະມາຄົມ ແລະ ກຸ່ມທຸລະກິດ ເພື່ອເປັນກໍາລັງແຮງໃນການຊຸກຍູ້ ການພັດທະນາພາກທຸລະກິດຂອງລາວ ພ້ອມທັງຍົກບັນຫາ ທີ່ເປັນສິ່ງທ້າຍທາຍຕໍ່ການພັດທະນາທຸລະກິດຂອງ ສະມາຊິກ ທີ່ເກີດຂື້ນ ຈາກພາຍໃນ ສປປ ລາວ, ພາກພື້ນ ແລະສາກົນ ທີ່ຈະສົ່ງຜົນກະທົບຕໍ່ ທຸລະກິດລາວເຮົາ ໃນອະນາຄົດ. ກອງປະຊຸມ ເປັນປະທານ ໂດຍ ທ່ານ ອຸເດດ ສະວັນນະວົງ ປະທານ ສຄອຊ ແລະ ການເຂົ້າຮ່ວມຂອງ ຄະນະບໍລິຫານງານ, ປະທານກິດຕິມະສັກ, ຄະນະທີປຶກສາ ສຄອຊ, ປະທານ,ຮອງປະທານ ສຄອ ແຂວງ 15 ແຂວງ ເຂົ້າຮ່ວມຫຼາຍກວ່າ 60 ທ່ານ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword