ກອງປະຊຸມປຶກສາຫາລືຂະແໜງການຜະລິດ, ການຄ້າ ແລະ ການຂົນສົ່ງສິນຄ້າ

ກອງປະຊຸມປຶກສາຫາລືຂະແໜງການຜະລິດ, ການຄ້າ ແລະ ການຂົນສົ່ງສິນຄ້າ

ກອງປະຊຸມປຶກສາຫາລືຂະແໜງການຜະລິດ, ການຄ້າ ແລະ ການຂົນສົ່ງສິນຄ້າ ໄດ້ຖືກຈັດຂຶ້ນ ໃນວັນທີ 05 ມີນາ 2018 ເວລາ 13:00 ຫາ 16:00 ໂມງ ທີ່ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ

ໂດຍການເປັນ ປະທານຮ່ວມຂອງ ທ່ານ ວັນທອງ ສິດທິກຸນ, ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ທ່ານ ປອ ໄຊບັນດິດ ຣາຊພົນ ຫົວໜ້າໜ່ວຍງານປຶກສາຫາລືຂະແໜງການຜະລິດ ຈຸດປະສົງ ເພື່ອເປັນການລາຍງານຜົນຂອງກອງປະຊຸມທຸລະກິດລາວ ຄັ້ງທີ11 ໃຫ້ແກ່ພາກທຸລະກິດ ແລະ ເປີດໂອກາດໃຫ້ພາກທຸລະກິດສະເໜີບັນຫາທີ່ເປັນອຸປະສັກຕໍ່ການດໍາເນີນທຸລະກິດ ລາຍງານໃຫ້ກັບພາກລັດຖະບານ ພິຈາລະນາແກ້ໄຂ, ກະກຽມໃສ່ກອງປະຊຸມທຸລະກິດລາວ ຄັ້ງທີ12.

ໃນນີ້ໄດ້ມີຜູ້ປະກອບການດ້ານການຜະລິດ, ການຄ້າ ແລະການຂົນສົ່ງສິນຄ້າ ລວມທັງກອງເລຂາຂອງກອງປະຊຸມທຸລະກິດລາວ ເຂົ້າຮ່ວມ ທັງໝົດເປັນຈໍານວນ 40 ທ່ານ. ໃນກອງປະຊຸມ, ກອງເລຂາກອງປະຊຸມທຸລະກິດລາວໄດ້ນໍາເອົາບັນຫາ ທີ່ພາກທຸລະກິດເຄີຍສະເໜີຜ່ານກົນໄກກອງປະຊຸມທຸລະກິດລາວຄັ້ງ ທີ 10 ແລະ ຄັ້ງທີ 11 ທີ່ຕິດພັນກັບການຜະລິດ, ການຄ້າ ແລະ ການຂົນສົ່ງສິນຄ້າ ທັງໝົດ 10 ບັນຫາ ເພື່ອມາລາຍງານຄວາມຄືບໜ້າຂອງການຕິດຕາມການແກ້ໄຂບັນຫາດັ່ງກ່າວໃຫ້ຜູ້ປະກອບການຮັບຮູ້ ພ້ອມທັງໃຫ້ພາກທຸລະກິດສະເໜີຂໍ້ສະດວກ ແລະຂໍ້ຫຍຸ້ງຍາກເພີ່ມເຕີມ ຕໍ່ກັບ 10 ບັນຫາ ດັ່ງກ່າວ ເຊິ່ງສະຫຼຸບໄດ້ດັ່ງນີ້ :

I. ບັນຫາທີ່ຈະໄດ້ສືບຕໍ່ສະເໜີໃນກົນໄກກອງປະຊຸມທຸລະກິດລາວຄັ້ງທີ 12:

  1. ການນໍາເຂົ້າສິນຄ້າ ແລະ ວັດຖຸດິບ ທີ່ໄດ້ຮັບການຍົກເວັ້ນພາສີ ແລະອາກອນມູນຄ່າເພີ່ມ ພາຍໃຕ້ກົດໝາຍສົ່ງເສີມການລົງທຶນ ຕ້ອງຜ່ານຫຼາຍຂອດຂັ້ນ ແລະໃຊ້ເວລາຫຼາຍ
  2. ການສົ່ງຄືນອາກອນມູນຄ່າເພີ່ມ ສໍາລັບທຸລະກິດທີ່ຜະລິດສິນຄ້າເພື່ອສົ່ງອອກ

II. ບັນຫາທີ່ມີຄວາມຄືບໜ້າການແກ້ໄຂ ແລະກອງເລຂາຈະໄດ້ສືບຕໍ່ຕິດຕາມການແກ້ໄຂ ຫຼື ຄົ້ນຄວ້າຂໍ້ສະເໜີໃໝ່ ເພື່ອສະເໜີໃນກົນໄກກອງປະຊຸມທຸລະກິດລາວຄັ້ງທີ 12

  1. ອາກອນມູນຄ່າເພີ່ມສໍາລັບການບໍລິການຂົນສົ່ງຜ່ານແດນ
  2. ການເຂົ້າຫາຂໍ້ມູນກ່ຽວກັບຕະຫຼາດແຮງງານ
  3. ລາຄາຂົນສົ່ງສິນຄ້າພາຍໃນ ແລະ ຕ່າງປະເທດແພງ
  4. ການນໍາເຂົ້າ-ສົ່ງອອກສິນຄ້າ ຜ່ານດ່ານປະເພນີ ທີ່ມີລັກສະນະການຄ້າ
  5. ບັນຫາ ການສົ່ງອອກໄມ້ປູກ ແລະ ຂັ້ນຕອນການສົ່ງອອກໄມ້
  6. ຂັ້ນຕອນການຂໍອະນຸຍາດຂົນສົ່ງສິນຄ້າສໍາລັບສິນຄ້າຜ່ານແດນ
  7. ການເຂົ້າເຖິງຂໍ້ມູນໂຕເລກນໍາເຂົ້າ ແລະ ສົ່ງອອກ

III. ບັນຫາທີ່ແກ້ໄຂແລ້ວ ແລະຈະບໍ່ມີການຕິດຕາມຕໍ່

  1. ການຈັດລະບຽບທຸລະກິດ ໂຮງພິມ

ນອກຈາກນີ້ ພາກທຸລະກິດ ກໍ່ໄດ້ສະເໜີບາງບັນຫາໃໝ່ ເພີ່ມເຕີມ ເຊັ່ນ ບັນຫາການນໍາເຂົ້າຢາສູບຜິດກົດໝາຍ ແລະ ການນໍາເຂົ້າສິນຄ້າອື່ນໆທີ່ບໍ່ຖືກຕ້ອງ, ແລະບັນຫາການກະຈາຍຂໍ້ມູນກົດລະບຽບຂອງກົມສ່ວຍສາອາກອນທີ່ບໍ່ທົ່ວເຖິງ ແລະ ອື່ນໆ ເຊິ່ງກອງປະຊຸມ ໄດ້ມອບໃຫ້ກອງເລຂາຕິດຕາມລາຍລະອຽດເພີ່ມເຕີມຈາກພາກທຸລະກິດ ເພື່ອຄົ້ນຄວ້າຂໍ້ມູນ ແລະ ລາຍງານແກ່ຂະແໜງການທີ່ກ່ຽວຂ້ອງໃນຂັ້ນຕໍ່ໄປ.

 

Related Posts

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more

Enter your keyword