ກອງປະຊຸມພົບປະ ລະຫວ່າງ ສຄອຊ ກັບ ມະຫາວິທະຍາໄລ ຊັງຢອງ (ເກົາຫຼີໃຕ້) ແລະ ນັກທຸລະກິດ ທີ່ ເຂົ້າຮ່ວມຝຶກອົບຮົມ ໃນ ຫົວຂໍ້ (The super 100 Executive MBA, ໃນລະຫວ່າງ ວັນທີ13-23 ສິງຫາ ທີ່ ປະເທດເກົາຫຼີໃຕ້).

ກອງປະຊຸມພົບປະ ລະຫວ່າງ ສຄອຊ ກັບ ມະຫາວິທະຍາໄລ ຊັງຢອງ (ເກົາຫຼີໃຕ້) ແລະ ນັກທຸລະກິດ ທີ່ ເຂົ້າຮ່ວມຝຶກອົບຮົມ ໃນ ຫົວຂໍ້ (The super 100 Executive MBA, ໃນລະຫວ່າງ ວັນທີ13-23 ສິງຫາ ທີ່ ປະເທດເກົາຫຼີໃຕ້).

ໃນວັນຕອນບ່າຍ ເວລາ 13:30ໂມງ ຂອງ ວັນທີ 10 ກັນຍາ 2018 ທີ່ ສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດລາວ,

ໄດ້ມີການຈັດກອງປະຊຸມພົບປະ ລະຫວ່າງ ສະພາການຄ້າ ແລະ ອຸດສະຫະກຳ ແຫ່ງຊາດລາວ ກັບ ມະຫາວິທະຍາໄລ ຊັງຢອງ ( ປະເທດເກົາຫຼີໃຕ້)  ແລະ ນັກທຸລະກິດລາວ ທີ່ ເຂົ້ົ້້າຮ່ວມຝຶກອົບຮົມ ໃນ ຫົວຂໍ້ (The super 100 Executive MBA, ໃນລະຫວ່າງ ວັນທີ11-23 ສິງຫາ ທີ່ ປະເທດເກົາຫຼີໃຕ້).  ເປັນກຽດເຂົ້າຮ່ວມເປັນປະທານງານໃນຄັ້ງໂດຍ ທ່ານ ອຸເດດ ສຸວັນນະວົງ, ປະທານ ສະພາການຄ້າ ແລະ  ອຸດສະຫະກຳ ແຫ່ງຊາດລາວ,  ທ່ານ ນາງ Eun Jung Choi,( Dean, School of Business at sangmyung University) , ທ່ານ Kyongrack Park  ( Assistant Director, International Student service ), ທ່ານ ນາງ Ho Jung Lee ( General Secretary, School of Business at Sungmyung University) ພ້ອມດ້ວຍ ຄະນະນັກທຸລະກິດທີ່ເຄີຍເຂົ້າຮ່ວມສຳມະນາໃນຫົວຂໍ້ດ່ັງກ່າວ.

ການຝຶກອົບຮົມ ໃນຫົວຂໍ້ The super 100 Executive MBA, ເກີດຂື້ນໂດຍການຮ່ວມມື ລະຫວ່າງ ສະພາການຄ້າ ແລະ ອຸດສະຫະກຳ ແຫ່ງຊາດລາວ ກັບ ມະຫາໄລ ຊັງຢອງ (Sungmyung University) ເຊີ່ງ ເປັນ ມະຫາໄລ ທີ່ ມີຊື່ສຽງເປັນອັນຕົ້ນ ຂອງ ປະເທດ ເກົາໃຕ້ ໃນດ້ານ ເສດຖະກິດ ແລະ ການຄ້າ. ເຊີ່ງ ຫຼັກສູດດັ່ງກ່າວ ແມ່ນ ຄິດຄົ້ນຂື້ນ ເພື່ອ ຜູ້ບໍລິຫານ/ນັກທຸລະກິດ ຄົນລາວໂດຍສະເພາະ, ເຊີ່ງຈະເນັ້ນການປະຕິບັດຕົວຈີງ ເພື່ອໃຫ້ຜູ້ເຂົ້າຮ່ວມເຂົ້າໃຈງ່າຍ ແລະ ສາມາດນຳໄປໃຊ້ໄດ້ຈິງ, ບັນຍາຍ ແລະ ມາແລກປ່ຽນຄວາມຮູ້, ປະສົບການ ໂດຍ ອາຈານ ທີ່ ມີຊື່ສຽງ ແລະ ເປັນທີ່ຍອມຮັບ ຈາກສາກົນ ເຊີ່ງ ຈະເຮັດໃຫ້ ທ່ານ ກາຍເປັນ ຜູູ້ບໍລິຫານຢ່າງມືອາຊີບໃນເວລາອັນສັ້ນໄດ້ ໂດຍບໍ່ຈຳເປັນຕ້ອງ ມີຄວາມຮູ້ພື້ນຖານ ການບໍລິຫານທຸລະກິດ ຫຼື ທັກສະໃນດ້ານນີ້ມາກ່ອນ.

ການຝຶກອົບຮົມ The super 100 Executive MBA, ໃນ ລະຫວ່າງ ວັນທີ11-23 ສິງຫາ ທີ່ ປະເທດເກົາຫຼີໃຕ້ ທີ່ ຜ່ານມາ, ໄດ້ມີນັກທຸລະກິດຄົນລາວ ທີ່ ເຂົ້າຮ່ວມທັງໝົດ 20 ທ່ານ ທີ່ມາຈາກບັນດາບໍລິສັດ ຊັ້ນນຳ ແລະ ມີຊື່ສຽງ ໃນລາວ, ເຊີ່ງ ພາຍຫຼັງການເຂົ້າຮ່ວມຝຶກອົບຮົມ ຜູ້ເຂົ້າຮ່ວມທັງໝົດ ກໍ່ໄດ້ມີການພົບປະກັບນັກທຸລະກິດເກົາຫຼີ ແລະ ໄດ້ຮ່ວມມືກັນທາງ ດ້ານການຄ້າ ແລະ ທຸລະກິດ.

ກອງປະຊຸມພົບປະໃນຄັ້ງນີ້, ຈຸດປະສົງ ເພື່ອ ເປັນການພົບປະ ລະຫວ່າງ ສະພການຄ້າ ແລະ ອຸດສະຫະກຳແຫ່ງຊາດລາວ ແລະ ມະຫາໄລ ຊັງຢອງ ເພື່ອແລກປ່ຽນບົດຮຽນ  ແລະ ການຈັດຕັ້ງການຝຶກອົບຮົມ, ແລະ ເພື່ອປຶກສາຫາລື ໃນຫົວຂໍ້ຕໍ່ໄປ, ພ້ອມດຽວກັນນັ້ນ, ກໍ່ ເພື່ອໃຫ້ບັນດາ ນັກທຸລກິດທີ່ເຂົ້າຮ່ວມ ໃນຫົວຂໍ້ດັ່ງກ່າວ ໄດ້ພົບປະກັນ ແລະ ແລກປ່ຽນຄຳຄິດຄຳເຫັນ ແລະ ສະແດງຄວາມຮູ້ສຶກ ແລະ ຜົນໄດ້ຮັບ ພາຍຫຼັງເຂົ້າຮ່ວມຝຶກອົບຮົມ. ພາຍຫຼັງ ທີ່ ໄດ້ສຳເລັດ ກອງປະຊຸມ ປຶກສາຫາລື ແລະ ຖອດຖອນບົດຮຽນ, ສະພາການຄ້າ ແລະ ອຸດສະຫະກຳ ແຫ່ງຊາດລາວ ແລະ ມະຫາວິທະຍາໄລຊັງຢອງ ກໍ່ ໄດ້ມອບ ໃບຢັ້ງຢືນ ໃຫ້ ແກ່ນັກທຸລະກິດ ທີ່ ເຂົ້າຮ່ວມຝຶກອົບຮົມ  ອີກຄັ້ງໜື່ງ ເພື່ອເປັນການຊົມເຊີຍແກ່ນັກທຸລກິດທຸກທ່ານໃນການເປັນແບບຢ່າງ ໃນການພັດທະນາຄວາມຮູ້ຢ່າງບໍ່ຢຸດຢັ້ງ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword