ກອງປະຊຸມພົບປະ ລາວ-ມາເລເຊຍ Selangor International Business Summit 2018

ກອງປະຊຸມພົບປະ ລາວ-ມາເລເຊຍ Selangor International Business Summit 2018

ໃນຕອນເຊົ້າຂອງ ວັນທີ 09 ເມສາ 2018 ທີ່ ໂຮງແຮມ ຄຣາວພລາຊາ ໄດ້ມີການຈັດກອງປະຊຸມພົບປະ ລາວ-ມາເລເຊຍ Selangor International Business Summit 2018

ໂດຍການເປັນປະທານຮ່ວມຂອງ ທ່ານ ຟອງສະໝຸດ ຄຳວັນວົງສາ ຮອງຫົວໜ້າຫ້ອງການກະຊວງ, ກະຊວງ ແຜນການ ແລະ ການລົງທຶນ, ທ່ານ ທະນົງສິນ ກັນລະຍາ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ທ່ານ Dato’ Hasan Azhari Hj.Idris ຜູ້ອຳນວຍການ ຂອງ ສະພາສົງເສີມການລົງທຶນ ຂອງ Selangor ຂອງ ມາເລເຊຍ

ກອງປະຊຸມພົບປະ ລາວ-ມາເລເຊຍຈັດຂື້ນໃນຄັ້ງນີ້ ເພື່ອປຶກສາຫາລື, ສຶກສາຂໍ້ມູນ ແລະ ຊອກຫາຊ່ອງທາງການຮ່ວມມື ທາງດ້ານການຄ້າ-ການລົງທຶນ ແລະ ເສີມຂະຫຍາຍທຸລະກິດ ຂອງສອງປະເທດ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງຂື້ນ, ຄະນະດັງກ່າວປະກອບດ້ວຍ ທຸລະກິດໃນຫຼາຍຂະແໜ່ງການ ເປັນຕົ້ນແມ່ນ: ຂະແໜງທຸລະກິດ ອາຫານ ແລະ ເຄື່ອງດື່ມ, ທຸລະກິດກະສິກຳ, ທຸລະກິດດ້ານການບໍລິການ, ທຸລະກິດນໍ້າມັນປາມ, ທຸລະກິດຂົນສົ່ງ, ດ້ານຫັດຖະກຳ, ອຸດສາຫະກຳການຜະລິດ-ການຄ້າ ແລະ ອື່ນໆ ທີ່ປະຊຸມຍັງຍົກໃຫ້ເຫັນສິ່ງທີພົ້ນເດັ່ນໃນການປຶກສາຫາລືກັນ ລະຫວ່າງ ຝ່າຍປະເທດລາວ ແລະ ຝ່າຍປະເທດມາເລເຊຍ.

Related Posts

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more

Enter your keyword