ກອງປະຊຸມວິຊາການ ແລະ ວາງແຜນຍຸດທະສາດກ່ຽວກັບການສ້າງຄວາມເຂັ້ມແຂງໃຫ້ແກ່ຂັ້ນຕອນການກໍານົດຄ່າແຮງງານຕໍ່າສຸດ ໃນ ສປປ ລາວ ໃນວັນທີ່18 ກຸມພາ 2019 ທີ່ໂຮງແຮມເສດຖາປຣາຣາດ, ນະຄອນຫຼວງວຽງຈັນ

ກອງປະຊຸມວິຊາການ ແລະ ວາງແຜນຍຸດທະສາດກ່ຽວກັບການສ້າງຄວາມເຂັ້ມແຂງໃຫ້ແກ່ຂັ້ນຕອນການກໍານົດຄ່າແຮງງານຕໍ່າສຸດ ໃນ ສປປ ລາວ ໃນວັນທີ່18 ກຸມພາ 2019 ທີ່ໂຮງແຮມເສດຖາປຣາຣາດ, ນະຄອນຫຼວງວຽງຈັນ

ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ຮ່ວມ​ກັບ ອົງການ​ແຮງ​ງານ​ສາກົນ ຈັດກອງ​ປະຊຸມວິຊາການ ແລະ ວາງແຜນຍຸດທະສາດກ່ຽວກັບການສ້າງຄວາມເຂັ້ມແຂງໃຫ້ແກ່ຂັ້ນຕອນການກໍານົດຄ່າແຮງງານຕໍ່າສຸດໃນ ສປປ ລາວ ກອງປະຊຸມໄດ້ດໍາເນີນເປັນເວລາ 1 ມື້ ໃນວັນທີ 18 ກຸມພາ 2019 ທີ່ ໂຮງແຮມເສດຖາປຣາຣາດ.

ໂດຍການເປັນປະທ່ານ ຮ່ວມລະຫວ່າງ ທ່ານ ນ. ວາລີ ເວດສະພົງ ຮອງປະທານ ສຄອຊ, ສະມະຊິກສະພາແຫ່ງຊາດ ແລະ ທ່ານ ເວດ ໂບມເລ ຊ່ຽວຊານ ຜູ້ໃຊ້ແຮງງານຈາກອົງການແຮງງານສາກົນປະຈໍາພາກພື້ນ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອ ຮັບຟັງບົດແນະນໍາໃນການກໍານົດຄ່າແຮງງານຕໍ່າສຸດຈາກອົງການແຮງງານສາກົນ ແລະ ປຶກສາຫະລືໃນການສ້າງແຜນຍຸດທະສາດໃນການກໍານົດຄ່າແຮງງານຕໍ່າສຸດໃນຕໍ່ໜ້າ ໂດຍສະເພາະການນໍາເອົາ ບົດແນະນໍາການກໍານົດຄ່າແຮງງານຕໍ່າສຸດມາດັດປັບເປັນແຜນຍຸດທະສາດສໍາລັບຜູ້ໃຊ້ແຮງງານໃນປຶກສາຫາລື ແລະ ສະເໜີຕໍ່ກອງປະຊຸມສາມຝ່າຍເພື່ອສ້າງສາຍພົວພັນແຮງງານທີດີໃຫ້ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ ກອງປະຊຸມໃນຄັ້ງນີ້ໄດ້ເຊີນຜູ້ເຂົ້າຮ່ວມຈາກພາກລັດ, ສູນກາງສະຫະພັນກໍາມະບານລາວ, ສະພາການຄ້າແຂວງ, ຄະນະບໍລິຫານງານ, ຄະນະທີປຶກສາ, ສະມະຄົມ, ກຸ່ມທຸລະກິດ ແລະ ສະມະຊິກ ສຄອຊ ລວມທັງໝົດ 55 ທ່ານ.

ກອງປະຊຸມນອກຈາກຮັບຟັງບົດແນະນໍາການກໍານົດຄ່າແຮງງານຕໍ່າສຸດແລ້ວ, ຍັງໄດ້ມີເວທີສົນທະນາແລກປ່ຽນໂດຍມີ ປະທານ ແລະ ຜູ້ບໍລິຫານຈາກ 5 ຂະແໜ່ງການຄື: ຂະແໜ່ງຕັດຫຍິບ, ໂຮງແຮມ ແລະ ຮ້ານອາຫານ, ອຸດສາຫະກໍາປຸ່ງແຕ່ງໄມ້, ເຂດເສດຖະກິດພິເສດ, ຫັດຖະກໍາ. ຊຶ່ງໃນ 5 ຂະແໜ່ງການນີ້ແມ່ນລ້ວນແລ້ວແຕ່ມີແຮງງານເປັນສ່ວນຫຼາຍ ເພື່ອເບິງມູມມອງຂອງຜູ້ປະກອບການໃນຂະແໜ່ງທຸລະກິດດັ່ງກ່າວກ່ຽວກັບການຈັດຕັ້ງປະຕິບັດຜ່ານມາ ແລະ ອານາຄົດເພື່ອຫຼຸດຜ່ອນຜົນກະທົບໜ້ອຍທີສຸດ. ນອກນັ້ນ, ຍັງໄດ້ເຮັດວຽກເປັນກຸ່ມສົນທະນາ ເພື່ອສ້າງແຜນຍຸດທະນາ ແລະ ແນວທາງໃນຕໍ່ໜ້າ. ກອງປະຊຸມໄດ້ສໍາເລັດຢ່າງຈົບງາມ ແລະ ເຕັມໄປດ້ວຍບັນຍາກາດຟົດຟື້ນ ແລະ ສ້າງສັນ ກອງປະຊຸມໄດ້ປິດລົງເວລາ 16:00 ໃນມື້ດ່ຽວກັນ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword