ກອງປະຊຸມສຳມະນາລະຫວ່າງມະຫາວິທະຍາໄລແຫ່ງຊາດ ແລະ ບໍລິສັດຕ່າງໆ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການປຶກສາຫາລື ແລະ ການດັບປັບໃຫ້ເຂົ້າກັບການສະເໜີການຮຽນການສອນ ໃນວັນທີ 29 ພະຈິກ 2017 ທີ່ ສູນຂໍ້ມູນຂ່າວສານຝຣັ່ງໂກໂຟນວຽງຈັນວິທະຍາເຂດດົງໂດກ

ຫ້ອງການອົງການມະຫາວິທະຍາໄລຝຣັ່ງໂກໂຟນີ (AUF) ປະຈຳນະຄອນຫຼວງວຽງຈັນ ໂດຍຮ່ວມກັບກະຊວງສຶກສາ ແລະ ກິລາ, ມະຫາວິທະຍາໄລແຫ່ງຊາດລາວ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວໄດ້ຈັດກອງປະຊຸມສຳມະນາຂື້ນໃນວັນພຸດ ທີ 29 ພະຈິກ ຢູ່ສູນຂໍ້ມູນຂ່າວສານຝຣັ່ງໂກໂຟນວຽງຈັນວິທະຍາເຂດດົງໂດກເພື່ອດຳເນີນການປຶກສາຫາລືລະຫວ່າງ ມະຫາວິທະຍາໄລ ແລະ ຫົວໜ່ວຍທຸລະກິດ.ກອງປະຊຸມຄັ້ງນີ້ມີຜູ້ເຂົ້າຮ່ວມຫຼາຍກວ່າຫ້າສິບທ່ານ ແລະ ໃຫ້ກຽດເຂົ້າຮ່ວມໂດຍມີທ່ານ ທ່ານສາຍຂອງ ສາຍນະສິນ, ຫົວໜ້າກົມການສຶກສາຊັ້ນສູງກະຊວງສຶກສາ ແລະ ກິລາ, ທ່ານ ພຸດ ສິມມະລາວົງ, ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດລາວ, ທ່ານ ອຸເດດ ສຸວັນນະວົງ, ອຳນວຍການໃຫຍ່ສະພາການຄ້າແລະອຸດສາຫະກຳແຫ່ງຊາດລາວ ແລະ ທ່ານ ນາງ ຊຸຍລີ ເອລ ມູຕາອຸກິນ-ຣຸດໂຊ, ຫົວໜ້າຫ້ອງການ AUF ປະຈຳນະຄອນຫຼວງວຽງຈັນ.

ກອງປະຊຸມຄັ້ງນີ້ມີຜູ້ເຂົ້າຮ່ວມຫຼາຍກວ່າຫ້າສິບທ່ານ ແລະ ໃຫ້ກຽດເຂົ້າຮ່ວມໂດຍມີທ່ານ ທ່ານສາຍຂອງ ສາຍນະສິນ, ຫົວໜ້າກົມການສຶກສາຊັ້ນສູງກະຊວງສຶກສາ ແລະ ກິລາ, ທ່ານ ພຸດ ສິມມະລາວົງ, ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດລາວ, ທ່ານ ອຸເດດ ສຸວັນນະວົງ, ອຳນວຍການໃຫຍ່ສະພາການຄ້າແລະອຸດສາຫະກຳແຫ່ງຊາດລາວ ແລະ ທ່ານ ນາງ ຊຸຍລີ ເອລ ມູຕາອຸກິນ-ຣຸດໂຊ, ຫົວໜ້າຫ້ອງການ AUF ປະຈຳນະຄອນຫຼວງວຽງຈັນ.

ການສ້າງຄວາມເຂັ້ມແຂງໃຫ້ແກ່ການປຶກສາຫາລືລະຫວ່າງບັນດາມະຫາວິທະຍາໄລ ແລະ ຂະແໜງການວິຊາຊີບ-ສັງຄົມ ແລະ ໂດຍສະເພາະແມ່ນການຈ້າງການ ແລະ ການກ້າວເຂົ້າສູ່ການປະກອບວິຊາຊີບຂອງບັນດານັກສຶກສາຊັ້ນສູງທີ່ຮຽນຈົບແມ່ນຫົວໃຈຫຼັກຂອງຍຸດທະສາດຂອງອົງການ AUF ເນື່ອງຈາກໜ່ວຍງານ ແລະ ບັນດາສະຖາບັນສະມາຊິກລວມທັງມະຫາວິທະຍາໄລແຫ່ງຊາດລາວກໍ່ໄດ້ຮັບຮູ້ແລະເຂົ້າໃຈວ່າໃນປະຈຸບັນນີ້ແມ່ນຕ້ອງໄດ້ເລັ່ງໃຫ້ບັນດາມະຫາວິທະຍາໄລເຂົ້າມາມີບົດບາດໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດຂອງຕົນ.

ດ້ວຍເຫດນີ້ອົງການ AUF ແລະ ບັນດາຄູ່ຮ່ວມມືຈິ່ງຕ້ອງການເປີດເວທີສົນທະນາປຶກສາຫາລືຄັ້ງທໍາອິດລະຫວ່າງມະຫາວິທະຍາໄລ ແລະ ພາກສ່ວນເອກະຊົນ. ການສົນທະນາທີ່ຖືວ່າເປັນສິ່ງທີ່ສຳຄັນທີ່ເຮັດໃຫ້ ການນຳສະເໜີຫຼັກສູດການຮຽນສຳລັບນັກສຶກສາແມ່ນຖືກຕ້ອງຕາມຄວາມຮຽກຮ້ອງຕ້ອງການຂອງຕະຫຼາດແຮງງານ ແລະ ໄດ້ຄຸນນະພາບທັ້ງນີ້ກໍ່ເພື່ອຊ່ວຍໃຫ້ເຂົາເຈົ້າກ້າວເຂົ້າສູ່ການປະກອບອາຊີບໄດ້ຢ່າງວ່ອງໄວ ແລະ ມີປະສິດທິພາບ.

ນອກຈາກນີ້, ປະເທດລາວປະຈຸບັນແມ່ນຢູ່ໃນຊ່ວງເວລາທີ່ສຳຄັນທີ່ສຸດໃນປະຫວັດສາດຂອງຕົນຄືດັ່ງທີ່ທ່ານ ນາງ ຊຸຍລີ ເອລ ມູຕາອຸກິນ-ຮຸດສ໌ໂຊ, ຫົວຫນ້າອຳນວຍການໃຫຍ່ຫ້ອງການ AUF ປະຈໍານະຄອນຫຼວງວຽງຈັນໄດ້ກ່າວຢູ່ໃນບົດປາໄສຂອງເພິ່ນເຊິ່ງທ່ານໄດ້ເວ້ົາວ່າ “ໃນເວລາທີ່ປະເທດລາວເຂົ້າເປັນສະມາຊິກຂອງອາຊຽນທີ່ມີການແຂ່ງຂັນສູງ, ມັນເປັນເລື່ອງຮີບດ່ວນເພື່ອໃຫ້ແນ່ໃຈວ່າຫຼັກສູດການຮຽນການສອນຕ່າງໆທີ່ສະຫນອງໂດຍບັນດາມະຫາວິທະຍາໄລຂອງລາວນັ້ນສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງພາກເອກະຊົນທ້ອງຖິ່ນ ແລະ ພາກພື້ນ”.

ຢູ່ໃນພາກທີ່ໜຶ່ງຂອງການສຳມະນາຄັ້ງນີ້ຈະເນັ້ນໃສ່ການແລກປ່ຽນຂໍ້ມູນຂ່າວສານເພື່ອສ້າງຄວາມຮູ້ຄວາມເຂົ້າໃຈກ່ຽວກັບສະພາບການດັດປັບການສະເໜີຫຼັກສູດການຮຽນໃນລະດັບການສຶກສາຊັ້ນສູງໃຫ້ເຂົ້າກັບຄວາມຕ້ອງການຂອງຕະຫຼາດແຮງງານຢູ່ລາວ; ພາກທີສອງຈະເວົ້າເຖິງການແບ່ງປັນປະສົບປະການໃນການຈັດຕັ້ງປະຕິບັດໂຄງການຕ່າງໆ ຫຼື ກົນໄກຕ່າງໆເພື່ອສະໜັບສະໜູນການດັດປັບຄັ້ງນີ້ໂດຍຈະມີການຂຶ້ນບັນຍາຍຂອງຊ່ຽວຊານຈາກມະຫາວິທະຍາໄລທີ່ເປັນສະມາຊິກຂອງອົງການ AUF, ຈາກສະພາການຄ້າ ແລະ ອຸດສາຫະກາໍຂອງເມືອງປາຣີອີນເດີຝຣັງ ແລະ ສະຖາບັນການທ່ອງທ່ຽວ ແລະ ການໂຮງແຮມແຫ່ງຊາດລາວ. ປິດທ້າຍດ້ວຍກອງປະຊຸມໂຕະມົນເພື່ອປຶກສາຫາລືແລກປ່ຽນກ່ຽວກັບວິທີການຕ່າງໆທີ່ຈະນຳໄປຈັດຕັ້ງປະຕິບັດເພື່ອສົ່ງເສີມການຈ້າງງານນັກສຶກສາຈົບໃໝ່ຢູ່ລາວ ແລະ ເພື່ອສົ່ງເສີມການຕິດຕໍ່່ພົວພັນໃນການສ້າງຄູ່ຮ່ວມງານລະຫວ່າງຂົງເຂດມະຫາວິທຍາໄລ ແລະ ພາກສ່ວນບໍລິສັດ.

ກອງປະຊຸມສຳມະນາໃນຄັ້ງນີ້ແມ່ນກ່ຽວຂ້ອງກັບບັນດາສະຖາບັນຂອງພາກລັດໂດຍກົງໂດຍແຕ່ລະຫົວຂໍ້ແມ່ນໄດ້ເປັນທີ່ຍອມຮັບຢ່າງກວ້າງຂວາງເຊັ່ນກະຊວງສຶກສາ ແລະ ກິລາ, ກະຊວງອຸດສາຫະກຳ ແລະ ການຄ້າ, ແລະ ລວມໄປເຖິງກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ. ນອກນີ້ຍັງມີຜູ້ຕາງໜ້າຈາກຫຼາຍໆຫົວໜ່ວຍເສດຖະກິດທີ່ໄດ້ໃຫ້ກຽດເຂົ້າມາຮ່ວມໃນກອງປະຊຸມສຳມະນາຄັ້ງນີ້. ບັນດາຜູ້ຈັດກອງປະຊຸມສຳມະນາມີຄວາມເຊື່ອໝັ້ນວ່າການພົບປະຄັ້ງນີ້ຈະເປັນການເລີ່ມຕົ້ນການຮ່ວມມືທີ່ຍາວນານ ແລະ ໝັ້ນຄົງລະຫວ່າງຂົງເຂດການສຶກສາ ແລະ ຂົງເຂດວິຊາຊີບ-ສັງຄົມ.

Write a Message

Your email address will not be published.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword