ກອງປະຊຸມສຳມະນາ ຫົວຂໍ້: “ທຸລະກິດໜຸ່ມ ຍຸກ 4.0”

ກອງປະຊຸມສຳມະນາ ຫົວຂໍ້: “ທຸລະກິດໜຸ່ມ ຍຸກ 4.0”

ໃນວັນທີ 22 ກຸມພາ 2019 ທີ່ ສຄອຊ, ສູນບໍລິການວິສາຫະກິດຂະຫນາດນ້ອຍ ແລະ ກາງຂອງພວກເຮົາໄດ້ກອງປະຊຸມສຳມະນາ ຫົວຂໍ້: “ທຸລະກິດໜຸ່ມ ຍຸກ 4.0” ໂດຍການເປັນ ປະທານຂອງ ທ່ານ ພູໄຊ ເທບພະວົງ ເລຂາທິການ ສຄອຊ, ທ່ານ ວຽງດາສາ ເສນາມົນຕີ ຜູ້ອຳນວຍການບໍລິສັດ ມີເອເຊຍ ແລະ ທ່ານ Jet Pun ສະພາຊາວໜຸ່ມສາກົນ ຄະນະກຳມະການພັດທະນາເຂດອາຊີປາຊີຟິກ (JCI APDC)

ຈຸດປະສົງຂອງກອງປະຊຸມສຳມະນາແມ່ນເພື່ອຮຽນຮູ້ກໍລະນີສຶກສາຈາກການແບ່ງປັນປະສົບການຂອງ JCI APDC (ຈາກປະເທດ Japan, Macao, Hong Kong, Taiwan and Cambodia) ໃນການດຳເນີນທຸລະກິດການຄ້າເອເລັກໂຕຼນິກ; ເພື່ອລະບຸສະພາບປະຈຸບັນກ່ຽວກັບຂໍ້ມູນຂ່າວສານ, ເຄືອງມືດ້ານນະວັດຕະກຳ, ນະໂຍບາຍຈາກພາກລັດ, ໂອກາດ ແລະ ສິ່ງທ້າທາຍ. (ບັນຫາ ແລະ ແນວທາງແກ້ໄຂໃນອະນາຄົດ); ສົນທະນາກ່ຽວກັບປັດໃຈທີ່ສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ໂອກາດ ແລະ ນະໂຍບາຍ); ສືບຕໍ່ສົນທະນາ ແລະ ສ້າງເຄື່ອຄ່າຍ ຜູ້ເຂົ້າຮ່ວມ; ຊອກຫາແນວທາງທີ່ພວກເຮົາສາມາດເຮັດວຽກຮ່ວມກັນເພື່ອພັດທະນາທຸລະກິດໃນຍຸກນະວັດຕະກຳ; ສ້າງເຄື່ອຄ່າຍ.

ນັກສຳມະນາກອນ ຍັງໄດ້ຍົກສູງຄວາມເຂົ້າໃຈ ແລະ ຄວາມສຳຄັນຂອງທຸລະກິດໃນຍຸກ 4.0, ເພື່ອຮູ້ໄດ້ເຖິງໂອກາດ ແລະ ສິ່ງທ້າທາຍ ສຳລັບຂະແໜງການທີ່ກ່ຽວຂ້ອງໃນ ສປປ ລາວ; ເປັນເວທີພົບປະຂອງຂະແໜງການທີ່ກ່ຽວຂ້ອງເພື່ອສ້າງໂອກາດໃນການແລກປ່ຽນຄວາມຮູ້ ແລະ ປະສົບການ ກ່ຽວກັບ ທຸລະກິດໜຸ່ມ ໃນຍຸກ 4.0; ພາກລັດມີໂອກາດໃນການຍົກສູງຄວາມເຂົ້າໃຈ ແລະ ຄວາມສຳຄັນຂອງບົດບາດວິສາຫະກິດຂະໜາດ ນ້ອຍ ແລະ ກາງ ໃນການນຳໃຊ້ເຕັກໂນໂລຊີ ແລະ ນະວັດຕະກຳເຂົ້າໃນການພັດທະນາເສດຖະກິດສັງຄົມ;ສາມາດລະບຸໄດ້ເຖິງອຸປະສັກ ແລະ ຂໍ້ຫຍຸ້ງຍາກ ແລະ ວິທີທາງແກ້ໄຂ ທີ່ຈຳເປັນຕໍ່ວິສາຫະກິດຂະໜາດນ້ອຍ ແລະ ກາງ; ກຳນົດຮ່າງຄຳແນະນຳທີ່ສາມາດນຳມາສົ່ງເສີມການພັດທະນາລະວິສາຫະກິດຂະໜາດນ້ອຍ ແລະກາງ ໃນ ຂອບ ເຂດການນຳໃຊ້ນະວັດຕະກຳ; ສ້າງເຄືອຄ່າຍໃນການດຳເນີນທຸລະກິດທັງພາກລັດ ແລະ ເອກະຊົນ.

Related Posts

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more

Enter your keyword