ກອງປະຊຸມ 3 ຝ່າຍລະດັບສູງ ຄົ້ນຄວ້າປຶກສາຫາລື ກ່ຽວກັບການປັບປຸງຄ່າແຮງງານຕໍ່າສຸດ ວັນທີ 26 ມັງກອນ 2018 ນະຄອນຫຼວງວຽງຈັນ

ກອງປະຊຸມ 3 ຝ່າຍລະດັບສູງ ຄົ້ນຄວ້າປຶກສາຫາລື ກ່ຽວກັບການປັບປຸງຄ່າແຮງງານຕໍ່າສຸດ ວັນທີ 26 ມັງກອນ 2018 ນະຄອນຫຼວງວຽງຈັນ

ໃນວັນທີ 26 ມັງກອນ 2018 ນະຄອນຫຼວງວຽງຈັນ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ສູນກາງສະຫະພັນກໍາມະບານ ແລະ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ຮ່ວມກັນຈັດກອງປະຊຸມ 3 ຝ່າຍລະດັບຊາດຂຶ້ນເມື່ອທ້າຍອາທິດຜ່ານມາທີ່ນະຄອນຫລວງວຽງຈັນ.

ເພື່ອຄົ້ນຄວ້າປຶກສາຫາລືກ່ຽວກັບການປັບປຸງຄ່າແຮງງານຕໍ່າສຸດ,ໂດຍການປະທານຮ່ວມຂອງ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ສີມູນ ອຸ່ນລາສີ ຮອງປະທານສູນກາງສະຫະພັນກຳມະບານລາວ ແລະ ທ່ານ ວັນທອງ ສິດທິກຸນ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ມີຜູ້ຕາງໜ້າຈາກຂະແໜງການກ່ຽວຂ້ອງຕ່າງໆເຂົ້າຮ່ວມນໍາດ້ວຍ. 

ກອງປະຊຸມໄດ້ຄົ້ນຄວ້າປຶກສາຫາລື ກ່ຽວກັບການປັບປຸງຄ່າແຮງງານຕໍ່າສຸດ, ໂດຍສູນກາງສະຫະພັນກຳມະບານລາວໄດ້ສະເໜີຄ່າແຮງງານຂັ້ນຕໍ່າສຸດໃໝ່ແມ່ນ 1,200,000 ກີບ ຕໍ່ຄົນຕໍ່ເດືອນ ຫລື ເພີ່ມຂຶ້ນຈາກເດີມ 33,33%, ທຽບໃສ່ຄ່າແຮງງານຂັ້ນຕໍ່າສຸດປີ 2015, ສ່ວນສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວສະເໜີປັບຂຶ້ນຄ່າແຮງງານຂັ້ນຕໍ່າໃຫ້ຢູ່ໃນລະດັບບໍ່ເກີນ 1,000,000 ກີບ ຕໍ່ຄົນຕໍ່ເດືອນ ຫລື ເພີ່ມຂຶ້ນຈາກເດີມ 11,11% ທຽບໃສ່ປີ 2015 ແລະ ກະຊວງແຮງງານສະເໜີປັບຂຶ້ນຄ່າແຮງງານຂັ້ນຕໍ່າສຸດໃນລະດັບ 1,100,000 ກີບ ຕໍ່ຄົນຕໍ່ເດືອນ ເພີ່ມຂຶ້ນ 22,22%, ເຊິ່ງຜົນຂອງກອງປະຊຸມໃນຄັ້ງນີ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແມ່ນຈະໄດ້ນໍາສະເໜີຕໍ່ລັດຖະບານ ເພື່ອພິຈາລະນາ ແລະ ກຳນົດເອົາຕົວເລກຄ່າແຮງງານຂັ້ນຕໍ່າສຸດທີ່ຈະປັບປຸງໃໝ່ໃຫ້ເໝາະສົມ ເພື່ອອະນຸມັດພິຈາລະນານຳໃຊ້ໃນຂັ້ນຕໍ່ໄປ.

ຂອບໃຈຂ່າວຈາກ ເພຈ: ຂ່າວສານ ແຮງງານ ແລະ ສະຫວັດດີການສັງຄົມ

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword