ກອງປະຊຸມ “ Boao Forum For Asia Vientiane Conference”

ກອງປະຊຸມ “ Boao Forum For Asia Vientiane Conference”

ກອງປະຊຸມ “ Boao Forum For Asia Vientiane Conference” ພາຍໃຕ້ຫົວຂໍ້ Seeking Common Development and Win-Win: A Joint Endeavor to Bring the China-Laos Economic Cooperation and Trading to An New Era

ແມ່ນຈັດໂດຍ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ Boa Forum for Asia ຊຶ່ງໄດ້ຈັດຂື້ນໃນວັນທີ 28 ຕຸລາ 2018, ເວລາ 8:00 ໂມງເຊົ້າ – 14:00 ແລງ, ທີ່ ໂຮງແຮມ ແລນມາກ ນະຄອນຫຼວງວຽງຈັນ.

ກອງປະຊຸມດັ່ງກ່າວ ໃຫ້ກຽດເປັນປະທານ ກອງປະຊຸມ ໂດຍ ພະນະທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ຫຼີ ປາວຕົ່ງ ເລຂາທິການ ກອງປະຊຸມ ປົວອ້າວ ສຳລັບອາຊີ, ທ່ານ ສຸລະກຽດ ສະທິຣະໂທ ອາດີດຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດໄທ ປະທານ APRC  ຄະນະບໍລິຫານງານກອງປະຊຸມ ປົວອ້າວ ສຳລັບອາຊີ, ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ທ່ານ ຫວັງ ເຫວີນທ່ຽນ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ, ທ່ານ ບູລະພາ ສັນຕິຄົງຄາ ປະທານ ສະພາການຄ້າຈີນຕ່າງດ້າວປະຈຳລາວ ແລະ ມີແຂກເຂົ້າຮ່ວມໃນກອງປະຊຸມລວມທັງໝົດປະມານ 200 ທ່ານ ຈາກທາງພາກລັດ ແລະ ທຸລະກິດລາວ-ຈີນ.

ຈຸດປະສົງຂອງກອງປະຊຸມແມ່ນເພື່ອເປັນການສ້າງເຄື່ອຂ່າຍໃຫ້ແກ່ບັນດາທຸລະກິດ, ສົ່ງເສີມໃຫ້ມີການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ໂດຍຕ່າງຝ່າຍໄດ້ຮັບຜົນປະໂຫຍດ. ການຈັດກອງປະຊຸມຄາດໝາຍວ່າ ຈະເຮັດໃຫ້ບັນດາທຸລະກິດສາມາດສ້າງເຄື່ອຂ່າຍ ແລະ ມີການຮ່ວມມືກັນເຊິ່ງບໍ່ພຽງແຕ່ການຮ່ວມມືທຸລະກິດ ລາວ-ຈີນ ແຕ່ຍັງເປັນການສົ່ງເສີມການລົງທຶນ ລະຫວ່າງ ລາວ ແລະ ຕ່າງປະເທດຕ່າງໆ. ໂດຍເພາະ ແມ່ນຜົນປະໂຫຍດຂອງ ສປປ ລາວ, ທີ່ຍັງຂາດທຶນຮ້ອນ ແລະ ເຕັກໂນໂລຢີທີ່ທັນສະໄໝ, ສາມາດນຳໃຊ້ເວທີດັ່ງກ່າວເພື່ອເຈລະຈາ ແລະ ປຶກສາຫາລືຊອກຫາຊ່ອງທາງໃຫ້ມີການຮ່ວມມືກັນຢ່າງແທ້ຈິງ ແລະ ມີປະສິດທິຜົນເປັນໂອກາດອັນດີໃນການດຶງດູດການລົງທຶນຈາກ ຄະນະທຸລະກິດຈີນ ເພື່ອເຂົ້າມາລົງທຶນ ແລະ ຊ່ວຍຊຸກຍູ້ການພັດທະນາຂອງ ສປປ ລາວ ໂດຍສະເພາະແມ່ນການດຳເນີດການຮ່ວມມື ບໍລິສັດ ພາຍໃນຂອງລາວ ເຊິ່ງອາດລົງທຶນໃນຮູບແບບຕ່າງໆ ເພື່ອພ້ອມການພັດທະນາ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ແລະ ນອກຈາກນັ້ນ ຫຼັງຈາກ ສຳເລັດການປະຊຸມແລ້ວ ທາງຄະນະຈັດງານກອງປະຊຸມ ຍັງໄດ້ຈັດງານລ້ຽງຮັບປະທານອາຫານທ່ຽງ ໂດຍມີ ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າຮ່ວມງານ ແລະ ຂື້ນກ່າວຈຸດປະສົງຂອງງານດັ່ງກ່າວ.

ຮູບພາບອື່ນໆ: https://www.facebook.com/pg/LNCCI/photos/?tab=album&album_id=499155740551613

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword