ການຝຶກອົບຮົມໃນຫົວຂໍ້ : “ຫຼັກສູດການພັດທະນາບຸກຄະລາກອນ ຢ່າງມືອາຊີບ”

ການຝຶກອົບຮົມໃນຫົວຂໍ້ : “ຫຼັກສູດການພັດທະນາບຸກຄະລາກອນ ຢ່າງມືອາຊີບ”

ໃນວັນທີ 20-24 ສິງຫາ 2018 ໄດ້ຈັດການຝຶກອົບຮົມໃນຫົວຂໍ້ : “ຫຼັກສູດການພັດທະນາບຸກຄະລາກອນ ຢ່າງມືອາຊີບ (Professional Employee Development Program)” ທີ່ ໂຮງແຮມ ຈຳປາສັກ ແກຣນ, ແຂວງຈຳປາສັກ.

ໂດຍການເປັນປະທານເປີດການຝຶກອົບຮົມຂອງ ທ່ານ ດາວວອນ ພະຈັນທະວົງ, ຮອງປະທານ ສະພາການຄ້າ ແລະ ອຸດສະຫະກຳ ແຫ່ງຊາດລາວ, ທ່ານ ລ້ຽງ ຄຳພູນ, ຄະນະບໍລິຫານງານ ສອຄ ແຂວງຈຳປາສັກ, ທ່ານ ນາງ Tomoe WATANABE (ໂທໂມະ ວາຕານາເບະ), ຜູ້ປະສານງານ ສະມາຄົມ ສົ່ງເສີມການຮ່ວມມືດ້ານ ວິຊາການແບບຢືນ ຍົງ ແຫ່ງ ປະເທດຍີ່ປຸ່ນ (AOTS) ປະຈຳພາກພື້ນ, ທ່ານ Mochizuki ອຳນວຍການໃຫ່ຍບໍລິສັດປາກເຊ-ຍີ່ປຸ່ນ SME ພັດທະນາຈຳກັດ (PJSEZ), ທ່ານ  ອາຈານ ເຣໄຣ ເຟື້ອງອາວອນ, ວິທະຍາກອນ ແລະ ຄູຝຶກ  ແຫ່ງສະມາຄົມສົ່ງເສີມດ້ານເຕັກໂນໂລຊີ (TPA) ແຫ່ງປະເທດໄທ. ການຝຶກອົບຮົມໃນຄັ້ງນີ້ແມ່ນຈະດຳເນີນເປັນເວລາ 5 ວັນ ໃນວັນທີ 20-24 ສິງຫາ 2018.

ສຄອ ແຫ່ງຊາດລາວ, ໃນນາມອົງການຈັດຕັ້ງສູງສຸດ ຂອງພາກທຸລະກິດລາວ, ສະມາຄົມ ສົ່ງເສີມການຮ່ວມມືດ້ານວິຊາການແບບຢືນຍົງ ແຫ່ງ ປະເທດຍີ່ປຸ່ນ (AOTS) ແລະ ສະມາຄົມສົ່ງເສີມດ້ານເຕັກໂນໂລຊີ (TPA) ແຫ່ງປະເທດໄທ ໄດ້ຮ່ວມກັນ ຈັດການຝຶກອົບຮົມ ໃນຫົວຂໍ້ : ການພັດທະນາບຸກຄະລາກອນ ຢ່າງມືອາຊີບ ໂດຍໄດ້ຮັບການສະໝັບສະໝູນ ຈາກ AMEICC ເຊີ່ງໃນປີນີ້ ແມ່ນ ເປັນປີ ທີ 3 ແລ້ວ ແລະ ເປັນຄັ້ງທີ 3 ທີ່ ພວກເຮົາໄດ້ຈັດການຝຶກອົບຮົມໃນຫົວຂໍ້ນີ້ ໃຫ້ແກ່ ພາກທຸລະກິດ ຢູ່ ທ້ອງຖີ່ນ ເຊີ່ງ ໃນປີທີ່ຜ່ານມາ ນອກຈາກ ຈະໄດ້ຈັດການຝຶກອົບຮົມໃນນະຄອນຫຼວງວຽງຈັນດັ່ງທີ່ຜ່ານມາ, ພວກເຮົາແມ່ນໄດ້ຈັດການຝຶກອົບຮົມໃຫ້ແກ່ພາກທຸະກິດ ແຂວງ ສະຫວັນນະເຂດ ແລະ ພິເສດສຸດໃນປີນີ້ ສຳລັບ ແຂວງ ຈຳປາສັກເຮົາ ກໍ່ຄື ທາງ ສຄອ ແຫ່ງຊາດລາວ ແລະ AOTS ໄດ້ຕົກລົງກັນວ່າ ຈະຈັດການຝຶກອົບຮົມ 2 ຄັ້ງ, ກໍ່ຄືຄັງວັນທີ 11-15 ມິຖຸນາ 2018 ແລະ ຄັ້ງວັນທີ 20-24 ສິງຫາ 2018 .  ຈຸດປະສົງແມ່ນ ຂອງການຝຶກອົບຮົມ ກໍ່ເພື່ອເປັນການ ພັດທະນາ ຂີດຄວາມສາມາດ ໃຫ້ ແກ່ພາກ ທຸລະກິດ ຄ່ຽງຄູກັບການພັດທະນາ ບຸກຄະລາກອນ ຂອງ ບໍລິສັດ ເພື່ອ ເພີ່ມປະສິດທິພາບ ຂອງການເຮັດວຽກໃນອົງກອນໃຫ້ ເປັນລະບົບ ເພື່ອໃຫ້ສາມາດ ຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການໃນດ້ານພັດທະນາຢ່າງບໍ່ຢຸດຢັ້ງ.

ນອກຈາກນີ້, ຍັງຈະຊ່ວຍເພີ່ມພະລິດຕະພາບຂອງ ການຜະລິດ   ແລະ ເພີ່ມຂິດຄວາມສາມາດໃຫ້ກັບບຸກຄະລາກອນ ໃຫ້ເຮັດວຽກຢ່າງມືອາຊີບເຊັ່ນ:  ບັນດາພະນັກງານໃນບໍລິສັດ, ຜູ້ຈັດການ ແລະ ຜູ້ບໍລິຫານ ໃຫ້ມີຄວາມເຂົ້າໃຈຢ່າງເລີກເຊີ່ງ ຕໍ່ກັບການຈັດລະບົບຂອງການເຮັດວຽກ(5S organization), ການກວດກາຄຸນະພາບຂອງ ການເຮັດວຽກ ແລະ ການຜະລິດ (Kaizen productivity) ເຊີ່ງບົດຮຽນດັ່ງກ່າວແມ່ນ ມີຄວາມສຳຄັນ ແລະ ຈຳເປັນທີ່ ສຸດສຳລັບ ທຸລະກິດ ຂອງ ສປປ ລາວ ເພື່ອເຮັດແນວໃດໃຫ້ ທຸລະກິດຂອງລາວ ສາມາດ  ແຂ່ງຂັນໄດ້ກັບພາກພື້ນ ແລະ ສາກົນ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword