ການຝຶກອົບຮົມໃນຫົວຂໍ້: “ຫຼັກສູດການພັດທະນາບຸກຄະລາກອນ ຢ່າງມືອາຊີບ”

ການຝຶກອົບຮົມໃນຫົວຂໍ້: “ຫຼັກສູດການພັດທະນາບຸກຄະລາກອນ ຢ່າງມືອາຊີບ”

ໃນວັນທີ 14-18/05/2018, ທີ່ ສະພາການຄ້າ ແລະ ອຸດສະຫະກຳ ແຫ່ງຊາດລາວ ໄດ້ຈັດ ການຝຶກອົບຮົມໃນຫົວຂໍ້: “ຫຼັກສູດການພັດທະນາບຸກຄະລາກອນ ຢ່າງມືອາຊີບ” Professional Employee Development Program.

ໂດຍການເປັນປະທານເປີດການຝຶກອົບຮົມຂອງ ທ່ານ ດາວວອນ ພະຈັັນທະວົງ, ຮອງປະທານ ສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດລາວ, ທ່ານ ນາງ Tomoe WATANABE (ໂທໂມະ ວາຕານາເບະ) ຜູ້ປະສານງານ ສະມາຄົມ ສົ່ງເສີມການຮ່ວມມືດ້ານວິຊາການແບບຢືນຍົງ ແຫ່ງປະເທດຍີ່ປຸ່ນ (AOTS) ປະຈຳພາກພື້ນ,  ທ່ານ ນາງ ອາຈານ ເລໄຣ ເຟື້ອງອາວອນ ວິທະຍາກອນ ແລະ ຄູຝຶກ  ແຫ່ງສະມາຄົມສົ່ງເສີມດ້ານເຕັກໂນໂລຊີ (TPA) ແຫ່ງປະເທດໄທ.

ຈຸດປະສົງແມ່ນ ເພື່ອ ພັດທະນາ ຂີດຄວາມສາມາດ ໃຫ້ ແກ່ພາກ ທຸລະກິດລາວ ເພື່ອເພີ່ມປະສິດທິພາບ ຂອງການເຮັດວຽກໃນອົງກອນໃຫ້ເປັນລະບົບ ເພື່ອຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການໃນດ້ານພັດທະນາຢ່າງຢຸດຢັ້ງ. ນອກຈາກນີ້, ຍັງຈະຊ່ວຍເພີ່ມພະລິດຕະພາບຂອງ ການຜະລິດ   ແລະ ເພີ່ມຂິດຄວາມສາມາດໃຫ້ກັບບຸກຄະລາກອນ ໃຫ້ເຮັດວຽກຢ່າງມືອາຊີບເຊັ່ນ:  ບັນດາພະນັກງານໃນບໍລິສັດ, ຜູ້ຈັດການ ແລະ ຜູ້ບໍລິຫານ ໃຫ້ມີຄວາມເຂົ້າໃຈຢ່າງເລີກເຊີ່ງ ຕໍ່ກັບການຈັດລະບົບຂອງການເຮັດວຽກ (5S organization), ການກວດກາຄຸນະພາບຂອງ ການເຮັດວຽກ ແລະ ການຜະລິດ (Kaizen productivity) ເຊີ່ງບົດຮຽນດັ່ງກ່າວແມ່ນ ມີຄວາມສຳຄັນ ແລະ ຈຳເປັນທີ່ ສຸດສຳລັບ ທຸລະກິດ ຂອງ ສປປ ລາວ ເພື່ອເຮັດແນວໃດໃຫ້ ທຸລະກິດຂອງລາວ ສາມາດ  ແຂ່ງຂັນໄດ້ກັບພາກພື້ນ ແລະ ສາກົນ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword