ການຝຶກອົບຮົມໃນຫົວຂໍ້ : “ຫຼັກສູດການພັດທະນາບຸກຄະລາກອນ ຢ່າງມືອາຊີບ”

ການຝຶກອົບຮົມໃນຫົວຂໍ້ : “ຫຼັກສູດການພັດທະນາບຸກຄະລາກອນ ຢ່າງມືອາຊີບ”

ໃນຕອນເຊົ້າ ຂອງ ວັນທີ 17 ກັນຍາ 2018, ທີ່ ສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດລາວ, ໄດ້ຈັດພິທີເປີດການອົບຮົມໃນຫົວຂໍ້ : “ຫຼັກສູດການພັດທະນາບຸກຄະລາກອນ ຢ່າງມືອາຊີບ” Professional Employee Development Program,

ເຊີ່ງ ຈະໄດ້ຈັດຂືຶ້ນໃນລະຫວ່າງວັນທີ 17-21 ກັນຍາ 2018. ເປັນກຽດເປັນຄະນະປະທານ ແລະ ກ່າວເປີດໂດຍ ທ່ານ ດາວວອນ ພະຈັນທະວົງ, ຮອງປະທານ ສະພາການຄ້າ ແລະ ອຸດສະຫະກຳ ແຫ່ງຊາດລາວ, ທ່ານ ນາງ ໂມໂມະ ວາຕານາເບະ (Tomoe WATANABE ) ຜູ້ປະສານງານ ສະມາຄົມ ສົ່ງເສີມການຮ່ວມມືດ້ານວິຊາການແບບຢືນຍົງ ແຫ່ງ ປະເທດຍີ່ປຸ່ນ (AOTS) ປະຈຳພາກພື້ນ, ແລະ ທ່ານ  ອາຈານ ເຣໄລ ເຟື້ອງອາວອນ , ວິທະຍາກອນ ແລະ ຄູຝຶກ  ແຫ່ງສະມາຄົມສົ່ງເສີມດ້ານເຕັກໂນໂລຊີ (TPA) ແຫ່ງປະເທດໄທ. ມີຜູເຂົ້າຮ່ວມ ທັງໝົດ 55 ທ່ານ ທີ່ມີຈາກບັນດາຫົວໜ່ວຍທຸລະກິດ, ສະມາຄົມ, ກຸ່ມທຸລະກິດ ແລະ ສະມາຊິກ ສຄອ ແຫ່ງຊາດລາວ.

ການຝຶກອົບຮົມໃນຄັ້ງນີ້ ເກີດຂື້ນ ໂດຍການຮ່ວມມືກັນລະຫວ່າງ ສະພາການຄ້າ ແລະ ອຸດສະຫະກຳ ແຫ່ງຊາດລາວ, ສະມາຄົມ ສົ່ງເສີມການຮ່ວມມືດ້ານວິຊາການແບບຢືນຍົງ ແຫ່ງ ປະເທດຍີ່ປຸ່ນ ແລະ ສະມາຄົມສົ່ງເສີມດ້ານເຕັກໂນໂລຊີ (TPA) ແຫ່ງປະເທດໄທ. ເຊີງປີນີ້ ແມ່ນເປັນປີທີ 3 ແລ້ວ ທີ່ ສຄອ ແຫ່ງຊາດລາວ ໄດ້ຮັບການສະໜັບສະໜູນ ທາງດ້ານງົບປະມານ ໃນການຈັດຝຶກອົບຮົມ ຈາກ  ສະມາຄົມ ສົ່ງເສີມການຮ່ວມມືດ້ານວິຊາການແບບຢືນຍົງ ແຫ່ງ ປະເທດຍີ່ປຸ່ນ (AOTS) ແລະ AMEICC,  ການຈັດຝຶກອົບຮົມໃນຫົວຂໍ້ດັ່ງກ່າວນີ້ ແມ່ນໄດ້ຈັດທັງໝົດ 10 ຄັ້ງ ເຊີ່ງ  ມີຜູ້ເຂົ້າຮ່ວມທັງກວ່າ 500 ຄົນທີ່ໄດ້ເຂົ້າຮ່ວມຝຶກອົບຮົມ. ນອກຈາກນີ້, ສຄອ ແຫ່ງຊາດລາວ ຍັງໄດ້ຈັດການຝຶກອົບຮົມ ໃຫ້ແກ່ບັນດາຫົວໜ່ວຍທຸລະກິດໃນທ້ອງຖີ່ນ ເຊັນ: ແຂວງ ສະຫວັນນະເຂດ ແລະ ແຂວງ ຈຳປາສັກ.

ຈຸດປະສົງ ຂອງ ການຈັດຝຶກອົບຮົມ ກໍ່ເພື່ອເປັນການພັດທະນາຂີດຄວາມສາມາດ ໃຫ້ແກ່ພາກທຸລະກິດຄ່ຽງຄູກັບການພັດທະນາບຸກຄະລາກອນຂອງບໍລິສັດ ເພື່ອເພີ່ມປະສິດທິພາບຂອງການເຮັດວຽກໃນອົງກອນໃຫ້ເປັນລະບົບ ເພື່ອໃຫ້ສາມາດ ຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການໃນດ້ານພັດທະນາຢ່າງບໍ່ຢຸດຢັ້ງ. ນອກຈາກນີ້, ຍັງຈະຊ່ວຍເພີ່ມພະລິດຕະພາບຂອງ ການຜະລິດ   ແລະ ເພີ່ມຂິດຄວາມສາມາດໃຫ້ກັບບຸກຄະລາກອນໃຫ້ເຮັດວຽກຢ່າງມືອາຊີບເຊັ່ນ:  ບັນດາພະນັກງານໃນບໍລິສັດ, ຜູ້ຈັດການ ແລະ ຜູ້ບໍລິຫານໃຫ້ມີຄວາມເຂົ້າໃຈຢ່າງເລີກເຊີ່ງ ຕໍ່ກັບການຈັດລະບົບຂອງການເຮັດວຽກ (5S ), ການກວດກາຄຸນນະພາບຂອງການເຮັດວຽກ ແລະ ການຜະລິດ (Kaizen productivity) ເຊີ່ງບົດຮຽນດັ່ງກ່າວແມ່ນ ມີຄວາມສຳຄັນ ແລະ ຈຳເປັນທີ່ສຸດສຳລັບທຸລະກິດ ຂອງ ສປປ ລາວ ເພື່ອເຮັດແນວໃດໃຫ້ ທຸລະກິດຂອງລາວ ສາມາດແຂ່ງຂັນໄດ້ກັບພາກພື້ນ ແລະ ສາກົນ.

Related Posts

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more

Enter your keyword