ການສຳມະນາເຜີຍແຜ່ “ການປະເມີນຜົນກະທົບຂອງຮ່າງນິຕິກຳ” ,ໃນວັນທີ 21/12/2017 ທີ ສຄອ ແຫ່ງຊາດລາວ
ການສຳມະນາເຜີຍແຜ່ “ການປະເມີນຜົນກະທົບຂອງຮ່າງນິຕິກຳ”, ໃນວັນທີ 21/12/2017 ທີ ສຄອ ແຫ່ງຊາດລາວ ໃຫ້ກຽດການເປັນປະທານໂດຍ ທ່ານ ວັນທອງ ສິດທິກຸນ ປະທານສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ທ່ານ ສົມລິດ ອ່ອນຕາ ຫົວໜ້າພະແນກສັງລວມບໍລິການ ກົມກົດໝາຍ ກະຊວງຍຸຕິທໍາ. ໂດຍສ້າງຄວາມເຂັ່ມແຂງ ໃຫ້ຄະນະຮັບຜິດຊອບພາກທຸລະກິດ ໃນວຽກງານນິຕິກຳ ໂດຍກຸ່ມເປົ້າໝາຍແມ່ນສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງ, ສະມາຄົມ, ກຸ່ມທຸລະກິດ ເພື່ອເຮັດໃຫ້ພາກທຸລະກິດມີຄວາມຮັບຮູ້ ແລະ ເຂົ້າໃຈ ລະບຽບ, ວິທິການ-ຂັ້ນຕອນ, ລວມໄປເຖິງຜູ້ມີສ່ວນຮ່ວມໃນການສ້າງນິຕິກຳ/ກົດໝາຍ.