ການສຳມະນາ ຫົວຂໍ້: ການລິເລີ່ມແນວຄວາມຄິດສ້າງທຸລະກິດ ແລະ ການຂຽນແຜນທຸລະກິດ ໃນວັນທີ 25 ມັງກອນ 2018 ທີ່ ໂຮງແຮມດາວສະຫວັນ ແຂວງ ສະຫວັນນະເຂດ

ການສຳມະນາ ຫົວຂໍ້: ການລິເລີ່ມແນວຄວາມຄິດສ້າງທຸລະກິດ ແລະ ການຂຽນແຜນທຸລະກິດ ໃນວັນທີ 25 ມັງກອນ 2018 ທີ່ ໂຮງແຮມດາວສະຫວັນ ແຂວງ ສະຫວັນນະເຂດ

ໃນວັນທີ 25 ມັງກອນ 2018 ທີ່ ໂຮງແຮມດາວສະຫວັນ ແຂວງ ສະຫວັນນະເຂດ ສະພາການຄ້າ ແລະ ອຸດສະຫະກຳ ແຫ່ງຊາດລາວ, ສະພາການຄ້າ ແລະ ອຸດສະຫະກຳ ສະຫວັນນະເຂດ ແລະ JICA ໄດ້ຮ່ວມກັນຈັດ ການສຳມະນາຈຸດປະກາຍຝັນໃນການເປັນຜູ້ປະກອບກິດຈະການໃຫ້ປະກົດຜົນເປັນຈິງ. 

ພາຍໃຕ້ຫົວຂໍ້: ການລິເລີ່ມແນວຄວາມຄິດສ້າງທຸລະກິດ ແລະ ການຂຽນແຜນທຸລະກິດ (Let’s have a dream as entrepreneur, Topic : To think about business start-up and how to make a business plan) ເພື່ອການກ້າວເປັນນັກທຸລະກິດຮຸ່ນໃໝ່ ໃນຍຸກ AEC. ໃຫ້ກຽດເປັນປະທານເປີດງານສຳມະນາໂດຍ ທ່ານ ຄໍາເພົາ ພັນທຸລັກ ຮອງປະທານສະພາການຄ້າ ແລະ ອຸດສະຫະກຳ ສະຫວັນນະເຂດ, ທ່ານ Takashi TSUNEKAWA, ຊ່ຽວຊານຈາກໂຄງການ JICA ທີ່ປຶກສາການເຂົ້າຫາແຫຼ່ງທຶນ SMEs….

ດັ່ງທີ່ພວກທ່ານຊາບກັນດີແລ້ວວ່າ SMEs ໃນລາວກວມເຖິງ 99,83% (ປີ2013) ແລະ ການເພີ່ມຂື້ນຢ່າງຕໍ່ເນື່ອງ ມີຜົນຂັບເຄື່ອນເສດຖະກິດຂອງລາວໃຫ້ຂະຫຍາຍຕົວ. ດ້ວຍເຫດຜົນນີ້, ລັດຖະບານແຫ່ງ ສປປ ລາວ ຈຶ່ງໄດ້ສົ່ງເສີມ ແລະ ເປີດກວ້າງການຄ້າການລົງທຶນພາຍໃນປະເທດ ຄຽງຄູ່ກັບການພັດທະນາດ້ານຊັບພະຍາກອນມະນຸດເພື່ອໃຫ້ສາມາດຕອບສະໜອງໄດ້ກັບແຜນພັດທະນາເສດຖະກິດ-ສັງຄົມ ແຜນ 8 ແລະ ຕາມຄາດໝາຍສູ້ຊົນຂອງລັດຖະບານທີ່ວາງໄວ້ເພື່ອນຳພາປະເທດຫຼຸດພົ້ນຈາກການການເປັນປະເທດດ້ອຍພັດທະນາ ໃນປີ 2020. ການສຳມະນາງານ Start-up  ທັງຢູ່ພາຍໃນປະເທດ ແລະ ປະເທດອາຊຽນ ຫຼາຍໜ່ວຍງານທັງພາກລັດ, ເອກະຊົນ ແລະ NGO ໄດ້ໃຫ້ຄວາມສຳຄັນ ແລະ ປັບປຸງເງື່ອນໄຂສະພາບແວດລ້ອມ ໃຫ້ໄວໜຸ່ມ ຫຼື Start-up ນີ້ຫຼາຍ, ປະເທດເຮົາກໍ່ເຊັ່ນກັນ ແລະ ມື້ນີ້ກໍ່ແມ່ນໂຄງການ JICA ຫ້ອງການປະຈຳລາວທີ່ໄດ້ໃຫ້ການສະໜັບສະໜູນ ສຄອ ສະຫວັນນະເຂດ ໃນການຈັດສຳມະນາ Start-up ຂື້ນ.

ສຳມະນາໃນມື້ນີ້ ກໍ່ເປັນສ່ວນໜຶ່ງໃນການສ້າງໃຫ້ມີການເພີ່ມຂື້ນຂອງຫົວໜ່ວຍທຸລະກິດອີກຈຳນວນໜຶ່ງ, ຂ້າພະເຈົ້າເຊື່ອວ່າ ຈະເປັນໂອກາດດີ ໃຫ້ແກ່ບັນດາທ່ານ ໄດ້ຄວາມຮູ້ໃໝ່ໆ ແລະ ແລກປ່ຽນບົດຮຽນນຳຊ່ຽວຊານຜູ້ບັນຍາຍ ທີ່ຈະໄດ້ນຳເອົາແນວຄວາມຄິດໃນການເຮັດທຸລະກິດຂອງພວກທ່ານ ມາສ້າງເປັນແຜນທຸລະກິດ ແລະ ສ້າງໃຫ້ປະກົດຜົນເປັນຈິງ.

Write a Message

Your email address will not be published.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword