ການເຜີຍແຜ່ ແລະຝຶກອົບຮົມການນໍາໃຊ້ ເວັບໄຊທ໌ ລະບົບຂໍ້ມູນຂ່າວສານ ຕະຫຼາດແຮງງານ​

ການເຜີຍແຜ່ ແລະຝຶກອົບຮົມການນໍາໃຊ້ ເວັບໄຊທ໌ ລະບົບຂໍ້ມູນຂ່າວສານ ຕະຫຼາດແຮງງານ​

(ບັນຫາທີ່ຕິດພັນກັບ ການເຂົ້າຫາຂໍ້ມູນຕະຫຼາດແຮງງານ ທີ່ໄດ້ຍົກຂຶ້ນໃນກອງປະຊຸມທຸລະກິດລາວ ຄັ້ງທີ 1o)

ວັນທີ 22 ທັນວາ 2017, ທີ່ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ

 ວັນທີ 22 ທັນວາ 2017 ທີ່ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ກົມພັດທະນາສີມືແຮງງານ ແລະຈັດຫາງານ, ກະຊວງແຮງງານ ແລະສະຫວັດດິການສັງຄົມ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອ​ຊ), ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການພັດທະນາການຄ້າໄລຍະ 2 (TDF2) ໄດ້ຈັດກອງປະຊຸມ ເຜີຍແຜ່ ແລະຝຶກອົບຮົມການນໍາໃຊ້ ເວັບໄຊທ໌ ລະບົບຂໍ້ມູນຂ່າວສານ ຕະຫຼາດແຮງງານ ຂຶ້ນ ເພື່ອຕອບໂຈດ ຕໍ່ກັບບັນຫາ  ການເຂົ້າຫາຂໍ້ມູນຂ່າວສານຕະຫຼາດແຮງງານ ທີ່ພາກທຸລະກິດ ໄດ້ຍົກຂຶ້ນໃນກອງປະຊຸມທຸລະກິດລາວ ຄັ້ງທີ 1o ໂດຍການເປັນປະທານຮ່ວມກັນ ຂອງທ່ານ ອານຸສອນ ຄໍາສິງສະຫວັດ, ​ຮັກສາການ ກົມພັດທະນາສີມືແຮງງານ ແລະຈັດຫາງານ, ກະຊວງແຮງງານ ແລະສະຫວັດດິການສັງຄົມ, ແລະ ທ່ານ ດາວວະດິງ ພິລະໄຊພິທັກ, ຮອງເລຂາທິການ ສຄອ ແຫ່ງຊາດລາວ.  ໃນນີ້ ໄດ້ມີບັນດາຜູ້ເຂົ້າຮ່ວມ ກໍ່ຄືຕາງໜ້າພາກລັດທີ່ກ່ຽວຂ້ອງ ແລະ ພາກທຸລະກິດຂະແໜງຕ່າງໆ ເປັນຕົ້ນແມ່ນ ຝ່າຍບຸກຄະລາກອນ ຂອງຂະແໜງ ຕັດຫຍິບ, ແລະ ບໍລິການ ເຂົ້າຮ່ວມຢ່າງຟົດຟື້ນ. ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອ ໃຫ້ຜູ້​ເຂົ້າ​ຮ່ວມ​ ໄດ້ຮັບຟັງ ການເຜີຍແຜ່ ແລະຝຶກອົບຮົມການນໍາໃຊ້ ເວັບໄຊທ໌ ລະບົບຂໍ້ມູນຂ່າວສານ ຕະຫຼາດແຮງງານ ແລະສາມາດທົດລອງນໍາໃຊ້ລະບົບຕົວຈິງ ໂດຍສະເພາະແມ່ນ ທົດລອງວິທີການ ເອົາຂໍ້ມູນຕໍາແໜ່ງງານຫວ່າງຈາກອົງກອນຂອງຕົນ ລົງໃນເວັບໄຊທ໌ດັ່ງກ່າວ. ພ້ອມກັນນັ້ນ ກໍ່ເປັນການເປີດໂອກາດໃຫ້ແກ່ພາກທຸລະກິດ ປະກອບຄໍາເຫັນ, ສອບຖາມ, ປຶກ​ສາ​ຫາ​ລື​ຂໍ້ຂອງໃຈ ແລະ ບັນ​ຫາ​ທີ່​ຄ້າງ​ຄາ ດ້ານການເຂົ້າຫາຂໍ້ມູນຂ່າວສານຕະຫຼາດແຮງງານ ກັບຂະແໜງການທີ່ກ່ຽວຂ້ອງຂອງພາກລັດ. ທ່ານ ​ຮອງ ເລຂາທິການ ສ​ຄອ ແຫ່ງຊາດລາວ ​ຍັງໄດ້ກ່າວວ່າ: ກອງປະຊຸມໃນຄັ້ງນີ້  ກໍ່ເປັນຜົນໄດ້ຮັບອັນໜຶ່ງ ທີ່ສືບເນື່ອງມາຈາກກົນໄກຂອງກອງປະຊຸມທຸລະກິດລາວ ຄັ້ງທີ 10, ເນື່ອງຈາກ ໃນກອງປະຊຸມປຶກສາຫາລືບັນຫາຂອງພາກທຸລະກິດຂະແໜງການຕ່າງໆ ໃນຄັ້ງຜ່ານມາ, ພາກທຸລະກິດ ໄດ້ສະເໜີບັນຫາແລະຂໍ້ຂ້ອງໃຈ ທີ່ຕິດພັນກັບຂໍ້ຈໍາກັດໃນການເຂົ້າຫາຂໍ້ມູນຕະຫຼາດແຮງງານ ມາຍັງ ສຄອ ແຫ່ງຊາດລາວ ທີ່ທໍາໜ້າທີ່ເປັນກອງເລຂາຂອງກອງປະຊຸມທຸລະກິດລາວ ປະສານງານ, ຄົ້ນຄວ້າບັນຫາ ແລະລາຍງານຕໍ່ຂະແໜງການກ່ຽວຂ້ອງຂອງພາກລັດ ເພື່ອຮັບປະກັນວ່າ ທຸກບັນຫາທີ່ ຍົກຂື້ນມາປຶກສາຫາລື ໄດ້ຮັບການວິເຄາະຢ່າງລະອຽດວ່າເປັນບັນຫາທີ່ກະທົບກັບການດໍາເນີນທຸລະກິດຢ່າງແທ້ຈິງ ແລະໄດ້ຮັບການພິຈາລະນາແກ້ໄຂຈາກຂະແໜງການທີ່ກ່ຽວຂ້ອງຂອງພາກລັດ.

 ນອກຈາກນີ້ ຜູ່ເຂົ້າຮ່ວມກອງປະຊຸມກໍ່ຄືພາກທຸລະກິດ ກໍ່ໄດ້ຮ່ວມກັນສະເໜີຄໍາຄິດເຫັນ ຕໍ່ກັບບັນຫາດັ່ງກ່າວ, ເຊິ່ງຂະແໜງການທີ່ກ່ຽວຂ້ອງຂອງລັດຖະບານກໍໄດ້ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ແລະ ຮັບເອົາບັນຫາທີ່ພາກທຸລະກິດສະເໜີໄປຄົ້ນຄວ້າຕື່ມເພື່ອຊອກຫາວິທີແກ້ໄຂຮ່ວມກັນຢ່າງມີປະສິດຕິຜົນ ແລະເພື່ອເຮັດໃຫ້ສະພາບແວດລ້ອມການດໍາເນີນທຸລະກິດ ມີຄວາມຍຸດຕິທໍາ, ໂປ່ງໃສ, ເປັນເອກະພາບກັນ, ມີຂັ້ນຕອນທີ່ສະດວກ ແລະຊັດເຈນຂຶ້ນ, ແລະມີຄ່າໃຊ້ຈ່າຍທີ່ໜ້ອຍລົງ.

Related Posts

ກອງປະຊຸມ ປຶກສາຫາລືກ່ຽວກັບ ລະດັບມາດຕະຖານການຫຼຸດຜ່ອນຜົນກະທົບຕໍ່ຊີວະນານາພັນ ຢູ່ ສປປ ລາວ

ກອງປະຊຸມ ປຶກສາຫາລືກ່ຽວກັບ ລະດັບມາດຕະຖານການຫຼຸດຜ່ອນຜົນກະທົບຕໍ່ຊີວະນານາພັນ ຢູ່ ສປປ ລາວ

ກອງປະຊຸມ ປຶກສາຫາລືກ່ຽວກັບ ລະດັບມາດຕະຖານການຫຼຸດຜ່ອນຜົນກະທົບຕໍ່ຊີວະນານາພັນ ຢູ່ ສປປ ລາວ, ໃນວັນທີ່ 14 ກຸພາ 2025, ທີ່ ຫ້ອງປະຊຸມ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ…Read more

HELVETAS ເພີ່ມທະວີການຮ່ວມມືກັບ ສຄອຊ ເພື່ອພັດທະນາຊັບພະຍາກອນມະນຸດໃນ ສປປ ລາວ

HELVETAS ເພີ່ມທະວີການຮ່ວມມືກັບ ສຄອຊ ເພື່ອພັດທະນາຊັບພະຍາກອນມະນຸດໃນ ສປປ ລາວ

HELVETAS ເພີ່ມທະວີການຮ່ວມມືກັບ ສຄອຊ ເພື່ອພັດທະນາຊັບພະຍາກອນມະນຸດໃນ ສປປ ລາວ ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 12 ກຸມພາ 2025.…Read more
ມູນຄ່າການຄ້າຕ່າງປະເທດ (ນໍາເຂົ້າ ແລະ ສົ່ງອອກ ສິນຄ້າ) ຂອງ ສປປ ລາວ ປະຈໍາປີ 2024 ບັນລຸໄດ້ 16,347 ລ້ານໂດລາສະຫະລັດ

ມູນຄ່າການຄ້າຕ່າງປະເທດ (ນໍາເຂົ້າ ແລະ ສົ່ງອອກ ສິນຄ້າ) ຂອງ ສປປ ລາວ ປະຈໍາປີ 2024 ບັນລຸໄດ້ 16,347 ລ້ານໂດລາສະຫະລັດ

ມູນຄ່າການຄ້າຕ່າງປະເທດ (ນໍາເຂົ້າ ແລະ ສົ່ງອອກ ສິນຄ້າ) ຂອງ ສປປ ລາວ ປະຈໍາປີ 2024 ບັນລຸໄດ້ 16,347 ລ້ານໂດລາສະຫະລັດ ທຽບໃສ່ ປິຜ່ານມາ…Read more

Enter your keyword