ງານກອງປະຊຸມ Top Executive Meeting 2019

ງານກອງປະຊຸມ Top Executive Meeting 2019

ໃນວັນທີ 15 ພຶດສະພາ 2019, ສະພາ​ການ​ຄ້າ ​ແລະ ອຸດສາຫະກຳ ​ແຫ່ງ​ຊາດລາວ (ສຄອຊ)

ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳເອີຣົບ ປະຈຳ ສປປ ລາວ (ECCIL), ສະພາການຄ້າ ແລະ ອຸດສາຫະກຳອົດສະຕາລີ ປະຈຳ ສປປ ລາວ (Austcham), ສະມາຄົມນັກທຸລະກິດ ອາເມລິກາ-ລາວ (AmLaoBizz), ກຸ່ມທຸລະກິດອັງກິດ ປະຈໍາ ສປປ ລາວ (BBGL) ແລະ ສະພາການຄ້າ ແລະ ອຸດສາຫະກໍາຍີ່ປຸ່ນ ປະຈໍາ ລາວ (JCCIV) ໄດ້ຈັດກອງປະຊຸມໃນຫົວຂໍ້ “Top Executive Meeting 2019” ທີ່ ໂຮງແຮມຄຣາພາຊາ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງ ພະນະທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ ແລະ ແຂກມີກຽດທີ່ຖືກເຊີນເຂົ້າຮ່ວມຈາກພາກລັດຖະບານ, ຜູ້ຮ່ວມບັນຍາຍແບ່ງປັນປະສົບການ, ນັກທຸລະກິດລາວ ແລະ ຕ່າງປະເທດ ຈຳນວນ 170 ຄົນ. ເຊິ່ງກອງປະຊຸມດັ່ງກ່າວ ເປັນກອງປະຊຸມລະດັບສູງ ລະຫວ່າງ ບັນດາເຄືອຂ່າຍ ເຊິ່ງມີຈຸດປະສົງຫລັກແມ່ນເພື່ອເປີດໂອກາດໃຫ້ແກ່ນັກທຸລະກິດ ແລະ ຜູ້ປະກອບການ ພາຍໃນ ສປປ ລາວ ແລະ ຕ່າງປະເທດ ພົບປະກັບ ເຈົ້າໜ້າທີ່ຂັ້ນສູງທາງພາກລັດຂອງ ສປປ ລາວ ແລະ ບັນດາຕົວແທນຂອງສະພາການຄ້າຂອງປະເທດຕ່າງໆ ລວມເຖິງນັກທຸລະກິດ ລາວ ແລະ ຕ່າງປະເທດ ໃນການພົບປະແລກປ່ຽນ ແລະ ຮັບຟັງ ສະພາບການດຳເນີນທຸລະກິດ ແລະ ທາງດ້ານທ່າແຮງຕ່າງໆ ຂອງ ການພັດທະນາ ແລະ ດຳເນີນທຸລະກິດ ຂອງ ສປປ ລາວ ໃນ ຍຸກປັດຈຸບັນ.

ພາຍໃນກອງປະຊຸມດັ່ງກ່າວໄດ້ເຊື້ອເຊີນເອົາຕົວແທນຈາກ ພາກລັດຖະບານ ແລະ ພາກທຸລະກິດ ເຂົ້າຮ່ວມໃນຄັ້ງນີ້ ເພື່ອຮ່ວມບັນຍາຍໃນເວທີປຶກສາຫາລື ເຊັ່ນ: ທະນາຄານ ແຫ່ງ ສປປ ລາວ, ກະຊວງອຸດສາຫະກຳ ແລະ ການຄ້າ, ນັກທຸລະກິດ ແລະ ຕົວແທນຈາກສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ເພື່ອເປັນການເປີດໂອກາດໃຫ້ມີການບັນຍາຍ ປຶກສາຫາລື ແລະ ແລກປ່ຽນຂໍ້ມູນ-ຂ່າວສານ ໃຫ້ແກ່ບັນດາແຂກທີ່ເຂົ້າຮ່ວມໄດ້ຮັບຟັງ ແລະ ຊັກຖາມ ຂໍ້ມູນໃນດ້ານຕ່າງໆ ເຊັ່ນ: ນະໂຍບາຍທາງດ້ານການຄ້າ-ການລົງທຶນ ແລະ ການສ້າງຕັ້ງວິສາຫະກິດໃນ ສປປ ລາວ, ມຸມມອງ ຂອງ ນັກລົງທຶນຕ່າງປະເທດ ໃນການດຳເນີນທຸລະກິດ ແລະ ລົງທຶນ ໃນ ສປປລາວ, ນະໂຍບາຍການຄຸ້ມຄອງລະບົບພັດທະນາ ຂະແໜງ ທະນາຄານ-ການເງິນ ເພື່ອຮອງຮັບການເຕີບໂຕຂອງເສດຖະກິດລາວໃນຍຸກປັດຈຸບັນ ລວມເຖິງກາລະໂອກາດ ແລະ ສິ່ງທ້າທາຍ ທາງດ້ານການລົງທຶນ ໃນ ສປປ ລາວ ພາຍໃຕ້ນະໂຍບາຍ ໜຶ່ງແລວທາງ ໜຶ່ງເສັ້ນທາງ (One Belt On Road) ຂອງ ລັດຖະບານ ສປ ຈີນ.

ໃນໂອກາດນີ້ ພະນະທ່ານ ສົມດີ ດວງດີ ໄດ້ມີທິດຊີ້ນຳ ແລະ ເນັ້ນຕື່ມວ່າ ລັດຖະບານ ຈະສືບຕໍ່ໃຫ້ຄວາມສຳຄັນໃນການຮັກສາສະຖຽນລະພາບຂອງ ເສດຖະກິດມາຫະພາກ ແລະ ຕັ້ງໝ້າ ຊຸກຍູ້ການເຕີບໂຕຂອງເສດຖະກິດ ຢ່າງສະເໝີຕົ້ນສະເໝີປາຍ ພອ້ມນັ້ນກໍ່ຈະສືບຕໍ່ພາຍາຍາມ ເປີດກວ້າງຕະຫຼາດ ແລະ ການເຊື່ອມໂຍງເສດຖະກິດ ກັບພາກພື້ນ ແລະ ສາກົນ ຕິດພັນກັບ ການປັບປຸງ ແລະ ກໍ່ສ້າງພື້ນຖານໂຄງລ່າງ ເພື່ອການເຊື່ອມຈອດກັບພາກພື້ນ; ສິ່ງດັ່ງກ່າວຈະແມ່ນຜົນປະໂຫຍດ ຮວ່ມກັນ ຂອງພາກລັດ ແລະ ພາກທຸລະກິດ ແລະ ທັງແມ່ນຄວາມຈຳເປັນຂອງ ສປປ ລາວ. ສະນັ້ນ, ຈຶ່ງຮຽກຮອ້ງໃຫ້ບັນດາທຸກພາກສ່ວນ ແລະ ຫົວໜ່ວຍທຸລະກິດ ສືບຕໍ່ເອົາໃຈໃສ່ສືກສາກາລະໂອກາດທີ່ເກິດຂື້ນ ຈາກການປະຕິບັດ ນະໂຍບາຍຕ່າງໆ ຂອງລັດຖະບານ ໂດຍຄຳນຶງເຖິງສະພາບຄວາມເປັນຈິງ, ທ່າແຮງທີ່ແຂ່ງຂັນໄດ້, ຄວາມເປັນໄປໄດ້ໃນດ້ານຕ່າງໆ ແລະ ການຜັນແປຂອງສະພາບການຂອງໂລກ ແລະ ພາກພື້ນ. ເມື່ອເຫັນໂອກາດແລ້ວ, ກໍໃຫ້ລິເລີ່ມສ້າງເປັນໂຄງການລົງທຶນຂອງທຸລະກິດ, ພາກລັດຈະສືບຕໍ່ເອົາໃຈໃສ່ສ້າງເງື່ອນໄຂສະດວກ, ​ຊຸກຍູ້ສົ່ງເສີມ ແລະ ແກ້ໄຂ ບັນຫາໃຫ້ພາກທຸລະກິດຢ່າງແທດເໝາະ ແລະ ທັນການ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword