ຕະຫຼາດນັດແຮງງານ ແລະ ການສຶກສາ ຄັ້ງທີ 7 (Job Fair 7th)

ຕະຫຼາດນັດແຮງງານ ແລະ ການສຶກສາ ຄັ້ງທີ 7 (Job Fair 7th)

ງານຕະຫຼາດ​ນັດ​ແຮງ​ງານ ​ແລະ ​ການ​ສຶກສາ, ໄດ້ຈັດຂຶ້ນໃນ ວັນທີ 11 ພຶດສະພາ 2018 ເປັນຄັ້ງ​ທີ 7 ທີ່​ ຄະນະ​ວິສະວະກຳ​ສາດ

ເປັນການຮ່ວມມືລະຫວ່າງ ຄະນະວິສະວະກຳສາດ ,ມະຫາວິທະຍາໄລແຫ່ງຊາດ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ສະພາການຄ້າ ແລະ ອຸດສາຫະກຳ ອີຢູ ໂດຍໄດ້ຮັບການສະໜັບສະໜູນຈາກ ໂຄງການ ຮ່ວມມື GIZ ຈຸດປະ​ປະສົງ​: ເພື່ອຊ່ວຍຫົວໜ່ວຍທຸລະກິດ ໄດ້ຊອກຫາຜູ້ຮ່ວມງານຖືກຕ້ອງກັບຄວາມຕ້ອງການຂອງການພັັດທະນາທຸລະກິດ, ເພື່ອສ້າງໂອກາດໃຫ້ນັກສຶກສາພົບປະກັບຫົວໜ່ວຍທຸລະກິດໃນການແລກປ່ຽນບົດຮຽນດ້ານການພັດທະນາແຮງງານ, ເອືອອໍານວຍຄວາມສະດວກໃນການຊອກວຽກເຮັດງານທຳທີຫຼາກຫຼາຍ ແລະ ສົ່ງເສີມການສ້າງວຽກເຮັດງານທຳ ເພືອ່ການພັດທະນາເສດຖະກິດ ຂອງປະເທດເຮົາໃຫ້ດີຂື້ນ ມີນັກສຶກສາເຂົ້າຮ່ວມງານ ຫຼາຍກວ່າພັນຄົນທີຕ້ອງການຊອກວຽກເຮັດງານທຳ ແລະ ມີຫຼາຍກວ່າ 30 ບໍລິສັດທີເຂົ້າຮ່ວມງານ.

​ເປັນ​ວັນ​ນັດ​ພົບ ລະຫວ່າງ​ຜູ້​ຕ້ອງການ​ແຮງ​ງານ​ ແລະ ​ຜູ້​ຕ້ອງການ​ຊອກ​ຫາງານ,​ ຈະ​ເປັນ​ວັນ​ໜຶ່ງທີ່​ການຈັດ​ຕັ້ງ, ທຸກ​ຄົນ, ທຸກ​ຝ່າຍ​ໄດ້​ຮຽນ​ຮູ້​ ແລະ ​ທຳ​ຄວາມເຂົ້າ​ໃຈ​ຊື່​ງກັນ ​ແລະ​ ກັນ, ເປັນ​ວັນ​ນັດ​ພົບ​ລະຫວ່າງ ສະ​ຖາ​ບັນ​ການ​ສຶກສາ ກັບຜູ້ ຕ້ອງການ​ສະໝັກ​ຮຽນ ​ແລະ​ ນອກຈາກ​ນີ້ ຍັງ​ຈະ​ເປັນວັນ​ພົບ​ປະຊຶ່ງກັນ​ ແລະ​ ກັນ ຂອງ​ບັນດາ ການຈັດ​ຕັ້ງ, ​ບໍລິສັດ, ສະ​ຖາ​ບັນ​ການ​ສຶກສາ ກໍ​ຄື​ພາກສ່ວນ​ກ່ຽວຂ້ອງ​ຕ່າງໆ ອັນ​ທີ່​ເປັນ​ໂອກາດ​ທີ່​ຈະ​ຮັບ​ຮູ້​ສະພາບ​ຊຶ່ງກັນ ​ແລະ ​ກັນ ແລະ​ ໃນງານດັ່ງກ່າວ ຈະມີການ ສົນທະນາ, ​ການລີເລີມສ້າງທຸລະກິດ, ແລກປ່ຽນ, ຮຽນ​ຮູ້, ສ້າງ​ຄວາມ​ເຂົ້າ​ໃຈ ອັນ​ທີ່ ​ຈະ​ນຳ​ໄປ​ສູ່​ການສ້າງ​ຄວາມ​ຜູກ​ພັນ-ຮ່ວມມືນຳ​ກັນ​ໃນ​ຕໍ່ໜ້າ​ຊຶ່ງ​ທັງ​ໝົດ​ນີ້ໂດຍ​ພື້ນຖານ​ແລ້ວ​ແມ່ນ​ເປັນ​ປະ​ໂຫຍ​ດຫຼາຍ ສຳລັບ​ທຸກໆ​ພາກສ່ວນ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword