ບັນດາລາຍການກິດຈະການ ທີ່ຕ້ອງໄດ້ຂໍໃບອະນຸຍາດດຳເນີນທຸລະກິດ

ບັນດາລາຍການກິດຈະການ ທີ່ຕ້ອງໄດ້ຂໍໃບອະນຸຍາດດຳເນີນທຸລະກິດ

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກຂໍ້ຕົກລົງ ວ່າດ້ວຍ ຮັບຮອງກິດຈະການ ອຸດສາຫະກໍາ ແລະ ການຄ້າ ທີ່ຕ້ອງອອກໃບອະນຸຍາດດໍາເນີນທຸລະກິດ ເລກທີ 0044/ອຄ.ກທຄວ, ລົງວັນທີ 18 ມັງກອນ 2019

ແລະ ຄຳແນະນຳ ກ່ຽວກັບການອອກອະນຸຍາດດຳເນີນທຸລະກິດ ໃນກິດຈະການອຸດສາຫະກຳ ແລະ ການຄ້າ ເລກທີ 0045/ອຄ.ກທຄວ, ລົງວັນທີ 18 ມັງກອນ 2019 ເພື່ອຮັບຮອງກິດຈະການອຸດສາຫະກຳ ແລະ ການຄ້າທີ່ຕ້ອງຂໍອະນຸຍາດດຳເນີນທຸລະກິດ. ກິດຈະການ ທີ່ຕ້ອງຂໍອະນຸຍາດດຳເນີນທຸລະກິດ ໃນກິດຈະການອຸດສາຫະກຳ ແລະ ການຄ້າ ແມ່ນ ກິດຈະການ ທີ່ມີຄວາມຈຳເປັນຕ້ອງຄຸ້ມຄອງທາງດ້ານເຕັກນິກວິຊາການ ຫຼື ມີເງື່ອນໄຂສະເພາະ ໃນການດຳເນີນທຸລະກິດດັ່ງກ່າວ ໂດຍປະກອບມີ ກິດຈະການ ອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ, ການຄ້າພາຍໃນ, ການນຳເຂົ້າ ແລະ ສົ່ງອອກ.

ລາຍການ ກິດຈະການ ທີ່ຕ້ອງຂໍອະນຸຍາດດຳເນີນທຸລະກິດ ໃນກິດຈະການອຸດສາຫະກຳ ແລະ ການຄ້າ ແມ່ນອີງຕາມລະຫັດສາລະບານ ການຈັດແບ່ງຂະແໜງເສດຖະກິດ ຂອງ ສປປ ລາວ (LSIC) ໂດຍ ແບ່ງເປັນ 3 ຂະແໜງການ ຄື:

1). ລາຍການ ກິດຈະການ ອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ; 2). ລາຍການ ກິດຈະການ ການຄ້າພາຍໃນ ແລະ 3). ລາຍການ ກິດຈະການ ການນຳເຂົ້າ ແລະ ສົ່ງອອກ ໂດຍບັນດາລາຍການດ່ັງກ່າວແມ່ນໄດ້ລະບຸຢູ່ໃນຂໍ້ຕົກລົງ ວ່າດ້ວຍ ຮັບຮອງກິດຈະການ ອຸດສາຫະກໍາ ແລະ ການຄ້າ ທີ່ຕ້ອງອອກໃບອະນຸຍາດດໍາເນີນທຸລະກິດ ເລກທີ 0044/ອຄ.ກທຄວ, ລົງວັນທີ 18 ມັງກອນ 2019.

ການສະເໜີຂໍໃບອະນຸຍາດດຳເນີນທຸລະກິດ ໃນກິດຈະການອຸດສາຫະກຳ ແລະ ການຄ້າ ປະກອບມີ ເອກະສານ ຄືດັ່ງນີ້:
– ໃບຄໍາຮ້ອງຂໍອະນຸຍາດດໍາເນີນທຸລະກິດ  ຕາມແບບພິມ ທີ່ກົມອຸດສາຫະກຳ ແລະ ຫັດຖະກຳ, ກົມການຄ້າພາຍໃນ, ກົມການນໍາເຂົ້າ ແລະ ສົ່ງອອກ ກຳນົດ ຕາມກິດຈະການພາຍໃຕ້ຄວາມຮັບຜິດຊອບຂອງກົມ;
– ໃບທະບຽນວິສາຫະກິດ ສະບັບກາແດງ ຫຼື ສຳເນົາ 1 ສະບັບ;
– ໜັງສືແນະນຳ ການຂໍອະນຸຍາດດຳເນີນທຸລະກິດ ທີ່ອອກໂດຍພາກສ່ວນອອກໃບທະບຽນວິສາຫະກິດ ສະບັບກາແດງ ຫຼື ສຳ ເນົາ 1 ສະບັບ.

ໃຊ້ເພື່ອເປັນພາບປະກອບເທົ່ານັ້ນ
ຂໍ້ມູນພາບ: Viengsana Shipping sole Co.Ltd

ຜູ້ມີສິດເຊັນ ໃບອະນຸຍາດດຳເນີນທຸລະກິດ ຢູ່ແຕ່ລະຂັ້ນ ໃຫ້ມີການແຕ່ງຕັ້ງເປັນ ລາຍລັກອັກສອນ ຄືດັ່ງນີ້:
– ຂັ້ນສູນກາງ ແມ່ນຄະນະກົມຂອງກົມກ່ຽວຂ້ອງ ໂດຍມີຂໍ້ຕົກລົງຂອງຫົວໜ້າກົມ ແຕ່ງຕັ້ງຜູ້ມີສິດເຊັນໃບອະນຸຍາດ ດຳເນີນທຸລະກິດ ຈຳນວນ 2 ທ່ານ ຂຶ້ນໄປ;
– ຂັ້ນແຂວງ ແມ່ນຄະນະພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ໂດຍມີຂໍ້ຕົກລົງຂອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ແຕ່ງຕັ້ງໃຫ້ເປັນຜູ້ມີສິດເຊັນໃບອະນຸຍາດດຳເນີນທຸລະກິດ ຈຳນວນ 2 ທ່ານ ຂຶ້ນໄປ;
– ຂັ້ນເມືອງ ແມ່ນຄະນະຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ໂດຍມີຂໍ້ຕົກລົງຂອງຫົວໜ້າ ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນແຕ່ງຕັ້ງໃຫ້ເປັນຜູ້ມີສິດເຊັນ ໃບອະນຸຍາດດຳເນີນທຸລະກິດ ຈຳນວນ 2 ທ່ານ ຂຶ້ນໄປ.

ກິດຈະການ ອຸດສາຫະກຳ ແລະ ການຄ້າໃດ ທີ່ບໍ່ມີໃນຕາຕະລາງໃດໜຶ່ງ ທີ່ກຳນົດໃນ ຂໍ້ຕົກລົງ ວ່າດ້ວຍ ຮັບຮອງກິດຈະການ ອຸດສາຫະກໍາ ແລະ ການຄ້າ ທີ່ຕ້ອງອອກໃບອະນຸຍາດດໍາເນີນທຸລະກິດ ເລກທີ 0044/ອຄ.ກທຄວ, ລົງວັນທີ 18 ມັງກອນ 2019 ແມ່ນບໍ່ໃຫ້ອອກໃບອະນຸຍາດດຳເນີນທຸລະກິດ, ໃຫ້ປະຕິບັດຕາມທີ່ກຳນົດໃນ ມາດຕາ 5 ຂອງ ຂໍ້ຕົກລົງ ສະບັບເລກທີ 0023/ອຄ.ກທຄວ, ລົງວັນທີ  09 ມັງກອນ 2019 ວ່າດ້ວຍການຂຶ້ນທະບຽນວິສາຫະກິດ.

ຄລິກທີ່ນີ້ເພື່ອລາຍລະອຽດຂອງຂໍ້ຕົກລົງເລກທີ 0044/ອຄ.ກທຄວ, ລົງວັນທີ 18 ມັງກອນ 2019

ຄລິກທີ່ນີ້ເພື່ອລາຍລະອຽດຂອງຄຳແນະນຳ 0045/ອຄ.ກທຄວ, ລົງວັນທີ 18 ມັງກອນ 2019

ຂໍ້ມູນຈາກ: https://www.laotradeportal.gov.la/

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword