ພະນະທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມ ສູນການຄ້າບາຊາບີ

ໃນ​ເວລາ 10:30 ຕອນ​ເຊົ້້າ ຂອງວັນ​ທີ 31 ພຶດສະພາ 2019, ພະນະທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ

ພ້ອມ​ດ້ວຍ ທ່ານ ສິນລະວົງ ຄຸດໄພທູນ ​ເຈົ້າ​ຄອງ​ນະຄອນຫຼວງວຽງຈັນ ​ແລະ ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ແລະ ຄະນະ ຜູ້​ແທນ​ຈາກ​ພາກ​ລັດ​ທີ່​ກ່ຽວຂ້ອງ ​ໄດ້​​ໃຫ້ກຽດລົງ​ຢ້ຽມຢາມ ​ແລະ ຊີ​ນຳ​ວຽກງານ ​ຕໍ່ສູນ​ການ​ຄ້າ ບາຊາບີ ແຄັດແອນແຄຣີ່, ໃນ​ການ​ຢ້ຽມຢາມຄັ້ງ​ນີ້ ພະນະ​ທ່ານ ປະທານ​ປະ​ເທດ ​​ໄດ້ຮັບ​ຟັງ​ການ​ລາຍ​ງານກ່ຽວກັບສະພາບ​ລວມ​ ​ແລະ ແຜນ​ພັ​ດທະນາຂອງສູນການຄ້າ ບາຊາບີໃນຕໍ່ໜ້າ ຈາກ ທ່ານ ພົງປຣະເສີດ ກັນລະຍາ, ທີ່ປືກສາ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ປະທານ ສູນການຄ້າ ບາຊາບີ.

​ພະນະ​ທ່ານ ປະທານ​ປະ​ເທດ ໄດ້ມີ​ຄຳ​ເຫັນ​ ຊົມ​ເຊີຍ ຕໍ່ ​ປະ​ທານ ສູນ​ການ​ຄ້າບາຊາບີທີ່​ໄດ້ ​ເຮັດໜ້າທີ່ ສະໜອງ​ເຄື່ອງ​ອຸປະ​ໂພ​ກ, ບໍລິ​ໂພ​ກ ​ໃຫ້​ແກ່​ສັງ​ຄົມ ພ້ອມ​ກັນ​ນັ້ນ ພະນະ​ທ່ານ ຍັງ​ໄດ້ ສະ​ເໜີໃຫ້​ສືບຕໍ່ດຳເນີນຂະຫຍາຍທຸລະກິດ ເພື່ອປະກອບສ່ວນໃນການພັດທະນາເສດຖະກິດໃຫ້ນັບມື້ນັບຂະຫຍາຍຕົວ ແລະ ສະເໜີໃຫ້ພາກສ່ວນທີ່​ກ່ຽວຂ້ອງ ໃຫ້​ຄວາມ​ສະດວກ, ສົ່ງ​ເສີມການ​ຜະລິດພາຍ​ໃນ ​ແລະ ສ້າງ​ວຽກ​ເຮັດ​ງານ​ທຳໃຫ້​​ແກ່ ປະຊາຊົນ ​​ໂດຍສະເພາະຂະແໜງການກະສິກຳ ​ແລະ ອື່ນໆ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword