ພິທີຖະແຫຼ່ງຂ່າວ ງານເທດສະການອາຫານລາວ 2019

ພິທີຖະແຫຼ່ງຂ່າວ ງານເທດສະການອາຫານລາວ 2019

ໃນວັນທີ 7 ມັງກອນ 2019, ເວລາ 14:00, ໂມງ ທີ່ ສຄອຊ ໄດ້ຈັດ ພິທີຖະແຫຼ່ງຂ່າວ ງານເທດສະການອາຫານລາວ 2019 ໂດຍການເປັນປະທານຂອງ ທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງ, ປະທານຄະນະກໍາມະການຈັດງານ

ແລະ ທ່ານ ນາງບົວຈັນ ສີຫານາດ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ, ທ່ານ ດາວວອນ ພະຈັນທະວົງ ຮອງປະທານ ສຄອຊ, ທ່ານ ນາງ ແສງແກ້ວ ພຸດທະວົງ ຮອງຫົວໜ້າພະແນກຄຸ້ມຄອງກອງທຶນສົ່ງເສີມ ວິສາຫະກິດຂະໜາດນ້ອຍ ແລະ ກາງ  ທ່ານ ຈັນສະໝອນ ຜອງຈັນທາ ຝ່າຍການຕະຫຼາດບໍລິສັດເບຍລາວ ທີ່ເປັນປະທານຮ່ວມ. ໃນພິທີດັ່ງກ່າວກໍໄດ້ມີສື່ມວນຊົນຈາກພາກສ່ວນຕ່າງໆ ທີ່ໄດ້ເຂົ້າຮ່ວມງານຖະແຫລງຂ່າວ. ເທດສະການອາຫານລາວ ປະຈຳປີ 2019 ແມ່ນຈະໄດ້ຈັດຂື້ນໃນວັນທີ 23 ເຖິງ 26 ມັງກອນ 2019 (ເປັນເວລາ 4 ວັນ) ທາງສະມາຄົມນັກທຸລະກິດແມ່ຍິງລາວ  ພາຍໃຕ້ການຊີ້ນຳ ຂອງສູນກາງສະຫະພັນແມ່ຍິງລາວ, ຈະໄດ້ຈັດງານເທດສະການອາຫານລາວປະຈຳປີ 2019 ຂຶ້ນ ຢູ່ທີ່ເດີ່ນ ສວນເຈົ້າອານຸວົງ, ບໍລິເວນແຄມຂອງ (ຕໍ່ໜ້າວັດຈັນ), ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ.

ຈຸດປະສົງ ໃນການຈັດງານເທດສະການອາຫານລາວ ປີ 2019 ນີ້ແມ່ນ :

  1. ເພື່ອສືບຕໍ່ຊຸກຍູ້ ແລະ ສົ່ງເສີມ ຫົວໜ່ວຍທຸລະກິດຂອງແມ່ຍິງ ນັບທັງການຜະລິດ, ການປູກພືດກະສິກຳ, ລ້ຽງສັດ, ປຸງແຕ່ງ

ທຸລະກິດຮ້ານອາຫານ ການໂຮງແຮມ ແລະ ອື່ນໆ ທັງຢູ່ນະຄອນຫລວງວຽງຈັນແລະທ້ອງຖິ່ນ, ຕ່າງແຂວງໃຫ້ໄດ້ມີໂອກາດມາວາງ

ສະ​ແດງ ​ແລະ ຂາຍ​ຜະລິດ​ຕະພັນ​ຂອງ​ຕົນ.

  1. ເພື່ອ​ສ້າງ​ໂອກາດໃຫ້​​ຜູ້​ປະກອບ​ການແມ່ຍິງທັງຫລາຍ ມີ​ໂອກາດ​ໄດ້​ແລກປ່ຽນບົດຮຽນ, ປະສົບ​ການໃນການພັດທະນາ​ຜົນ​ຜະລິດ

ຂອງຕົນໃຫ້ສາມາດ​ຕອບ​ສະໜອງ​ໄດ້​ຕາມ​ຄວາມ​ຕ້ອງການຂອງ​ຕະຫຼາດໃນຍຸກປັດຈຸບັນ.

  1. ເພື່ອປຸກລະດົມໃຫ້ຜູ້ປະກອບການ​ແມ່ຍິງມີຄວາມຄິດແບບໃໝ່ໃນການ​ຜະ​ລິດ​ເປັນ​ສິນຄ້າ ແລະ ສາມາດຂາຍອອກສູ່ຕະຫລາ

ສາກົນ, ທັງເປັນການສ້າງເຄືອຂ່າຍການຄ້າຢ່າງກວ້າງຂວາງ ໃນຂອບເຂດທົ່ວປະເທດ.

  1. ເພື່ອໂຄສະນາເຜີຍແຜ່ອາຫານພື້ນເມືອງແບບລາວໆ ຈາກຜະລິດຕະພັນປອດສານພິດທີ່ດີຕໍ່ສຸຂະພາບ.

– ງານຄັ້ງນີ້ມີຮ້ານວາງສະແດງທັງໝົດ 180 ຮ້ານ, ໃນນັ້ນເປັນຮ້ານຂອງຜູ້ໃຫ້ການສະໜັບສະໜູນທັງໝົດ 32 ຮ້ານ. ແລະ ຮ້ານສໍາລັບຫົວໜ່ວຍທຸລະກິດຂອງແມ່ຍິງຈາກພາຍໃນ ແລະ ຕ່າງປະເທດທົ່ວໄປມີ 148 ຮ້ານ.

– ໃນ 180 ຮ້ານມີວາງສະແດງ ແລະ ຂາຍສິຄ້າຕ່າງໆດັ່ງນີ້:

  1. ເປັນຮ້ານອາຫານ: 140 ຮ້ານ
  2. ຮ້ານຫັດຖະກຳ, ກະສິກຳ: 20 ຮ້ານ
  3. ຈາກປະເທດອາຊຽນ ແລະ ສະຖານທູດຕ່າງໆ 02 ຮ້ານ
  4. ຈາກເຄືອຂ່າຍໜຶ່ງຕໍາບົນ-ໜຶ່ງຜະລິດຕະພັນຂອງປະເທດເພື່ອນບ້ານ(ໄທ): 18 ຮ້ານ

==>> ເທດສະການອາຫານລາວປະ​ຈໍາປີ 2019 ນີ້. ຈະໄດ້ຈັດໃຫ້ມີຄວາມພິເສດຫລາຍຢ່າງ: ໄດ້​ຈັດ​ເອົາ​ອາຫານ​ທີ່​ເປັນ​ເອກະລັກ​ຂອງ​ທ້ອງ​ຖິ່ນຕ່າງໆ ມາ​ວາງສະ​ແດງ ​ແລະ ຂາຍເປັນຕົ້ນແມ່ນ:

  • ຈາກພາກເໜືອ – ລາບນົກແອ່ນ               ຊຽງຂວາງ

ແຈ່ວປາບໍ້າ ຊຳເໜືອ

  • ຈາກພາກກາງ – ເຝີ, ເຂົ້າປຽກ,              ວຽງຈັນ

ໝໍ້າ, ຊີ້ນສະຫວັນ ສະຫວັນນະເຂດ

  • ຈາກພາກໃຕ້ – ແຈ່ວປາກະເຕົາ, ປາຈາວ ປາກເຊ

ປີ້ງໄກ່ນາປົ່ງ ສາລະວັນ

ມື້​ເປີດພິທີ​ຢ່າງ​ເປັນ​ທາງ​ການ ​ແມ່ນຕອນເຊົ້າວັນທີ 23/01/2019, ເວລາ 8:00 ໂມງ ເປັນຕົ້ນໄປ.ກິດຈະກຳທີ່ປະດັບງານໃນປີ 2019 ນີ້ ຄາດຄະເນຈະມີຄົນເຂົ້າຮ່ວມປະມານ 80.364 ເທື່ອຄົນ. ຈະມີ ເງິນໝູນວຽນ ພາຍໃນງານ 4 ວັນ ປະມານ 4 ຕື້ກີບ.

+ ກິດຈະກຳຫລັກໆ ໃນງານ:

  • ດຮ.ສີວິໄຊ ທຳມະລັງສີ ຈາກ LAO INTER CLINIC ຈະບໍລິການ ກວດສຸຂະພາບຟຣີ 35 ລາຍການ ດ້ວຍ Computer ທີ່ທັນສະໄໝ, ວ່ອງໄວ, ທັນໃຈ, ຮູ້ຜົນກວດທັນທີ.
  • ມີອາຈານສອນ ວິຊາຊີບປຸງແຕ່ງ ຈາກສູນກາງສະຫະພັນແມ່ຍິງລາວ ມາເຝິກອົບຮົມວິທີເຮັດເຂົ້າໜົມ ໃນຕອນບ່າຍວັນທີ 26/01/2019(ມີເອກະສານຄູ່ປຸງແຕ່ງມາໃຫ້ຜູ້ມາຮັບຟັງ)
  • ຮ້ານປີ້ງໄກ່ນາປົ່ງ: ສາທິດປຸງແຕ່ງອາຫານພື້ນເມືອງລາວ ຢູ່ເວທີກາງຂອງພວກເຮົາ ທຸກໆຕອນບ່າຍ ແຕ່ 23-26/1/2019 (ມີເອກະສານໃຫ້ຜູ້ມາຮັບຟັງ)
  • ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະກາງ(SME) ຈະມາສຳມະນາ: ຄວາມຮູ້ກ່ຽວກັບການເຂົ້າເຖິງແຫລ່ງທຶນ
  • ທ່ານນາງລັດສະໝີ ເວດສະພົງ ຮ້ານອາຫານແຊບອີຫລີ ຈະມາໃຫ້ຄວາມຮູ້ກ່ຽວກັບການລິເລີ່ມເຮັດທຸລະກິດ

        ພິເສດອີກອັນໜຶ່ງ:

  • ໃນປີ 2019 ນີ້ ພວກເຮົາໄດ້ເຊີນ ພັນລະຍາທ່ານທູດ ບັນດາປະເທດອາຊຽນ ເຂົ້າຮ່ວມວາງສະແດງ ແລະ

ຂາຍອາຫາປະເທດຂອງເພິ່ນ ຊຶ່ງໄດ້ຢັ້ງຢືນທີ່ຈະເຂົ້າຮ່ວມມາແລ້ວ 02 ປະເທດດັ່ງນີ້:

  1. ສະຖານທູດ ລາຊະອານາຈັກ ກໍາປູເຈຍ.
  2. ສະຖານທູດ ຟີລິບປິນ

ບັນດາທ່ານທີ່ເຂົ້າມາທ່ຽວງານເທດສະການອາຫານໃນຄັ້ງນີ້ ຈະໄດ້ມີໂອກາດຢ້ຽມຢາມ, ທ່ຽວຊົມສິນຄ້າ ແລະ ອາຫານຫລາກຫລາຍຊະນິດຈາກ ພາຍໃນ ແລະ ຕ່າງປະເທດ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword