ພິທີລົງນາມກອບສັນຍາຮ່ວມມືລະຫວ່າງ ອົງການມະຫາວິທະຍາໄລທີ່ໃຊ້ພາສາຝຣັ່ງ (AUF) ແລະ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ

ພິທີລົງນາມກອບສັນຍາຮ່ວມມືລະຫວ່າງ ອົງການມະຫາວິທະຍາໄລທີ່ໃຊ້ພາສາຝຣັ່ງ (AUF) ແລະ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ

ອົງການ AUF ແລະ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວຫັດແໜ້ນການຮ່ວມມືໃນການສົ່ງເສີມການກ້າວເຂົ້າສູ່ວິຊາຊີບຂອງນັກສຶກສາລາວ

ໃນຕອນບ່າຍຂອງວັນພະຫັດ ທີ 24 ພຶດສະພານີ້ໄດ້ມີພິທີລົງນາມກອບສັນຍາຮ່ວມມືລະຫວ່າງ ອົງການມະຫາວິທະຍາໄລທີ່ໃຊ້ພາສາຝຣັ່ງ (AUF) ແລະ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ໂດຍມີຈຸດປະສົງເພື່ອສົ່ງເສີມການກ້າວເຂົ້າສູ່ການປະກອບອາຊີບ ແລະ ການສ້າງວຽກເຮັດງານທໍາສຳລັບນັກສຶກສາລາວທີ່ຮຽນຈົບ. ພິທີເຊັນສັນຍາໄດ້ຈັດຂື້ນຢູ່ສູນຂໍ້ມູນຂ່າວສານຝຣັ່ງໂກໂຟນວຽງຈັນວິທະຍາເຂດດົງໂດກ ລະຫວ່າງທ່ານ ນາງ ໂຊຟີ ໂກເອເດີຟຣົວ, ຜູ້ອໍານວຍການໃຫຍ່ຫ້ອງການ AUF ປະຈໍາພາກພື້ນອາຊີ-ປາຊີຟິກ ແລະ ທ່ານ ອຸເດດ ສຸວັນນະວົງ, ປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ.

ການເຊັນສັນຍາຄັ້ງນີ້ ມີຜູ້ເຂົ້າຮ່ວມ 40 ກວ່າຄົນ ເຊິ່ງໃຫ້ກຽດເຂົ້າຮ່ວມໃນພິທີດັ່ງກ່າວມີ ທ່ານ ຄຳຜາຍ ສີສະຫວັນ, ຮອງລັດຖະມົນຕີກະຊວງສຶກສາ ແລະ ກິລາ, ທ່ານ ນາງ ໂກຼດີນ ເລີດູ, ເອກອັກຄະລະຊະທູດຝຣັ່ງປະຈໍາ ສປປ ລາວ, ທ່ານ ນາງ ຮສ ປອ ສົມໃຈ ບຸນພັນມີ, ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດລາວ ແລະ ທ່ານ ນາງ ຊຸຍລີ ເອລ ມູຕາອຸກິນ-ຣຸດສ໌ໂຊ, ຜູ້ຮັບຜິດຊອບຫ້ອງການ AUF ສາຂານະຄອນຫຼວງວຽງຈັນ ລວມທັງບັນດາຜູ້ຕາງໜ້າງຈາກຂົງເຂດການສຶກສາ ແລະ ຂົງເຂດທຸລະກິດກໍ່ໃຫ້ກຽດເຂົ້າຮ່ວມ.

ນອກນີ້ຍັງມີບັນດາຜູ້ຕ່າງໜ້າສະຖາບັນການສຶກສາ ແລະ ຂົງເຂດທຸລະກິດເຂົ້າຮ່ວມ. ໃນຂອບຂໍ້ຕົກລົງສະບັບນີ້ທາງອົງການ AUF ແລະ ສຄອຊ ຕົກລົງເຫັນດີທີ່ຈະເພີ່ມທະວີການພົວພັນຮ່ວມມື ແລະ ພ້ອມກັນປະກອບສ່ວນຢ່າງຕັ້ງໜ້າເພື່ອໃຫ້ການຊ່ວຍເຫຼືອ ບັນດາມະຫາວິທະຍາໄລຂອງລາວໃນການຜ່ານຜ່າສິ່ງທ້າທາຍໃນປັດຈຸບັນໃນຂົງເຂດການສຶກສາຊັ້ນສູງ, ໂດຍສະເພາະແມ່ນການກ້າວເຂົ້າສູ່ການປະກອບອາຊີບ ແລະ ການຈ້າງງານບັນດາບັນດິດຈົບໃໝ່.

ຜົນຈາກການຮ່ວມມືດັ່ງກ່າວ ມັນສະແດງໃຫ້ເຫັນເຖິງການພົວພັນຢ່າງໃກ້ສິດທີ່ແທ້ຈິງລະຫວ່າງຂົງເຂດວຽກງານການສຶກສາຊັ້ນສູງ ແລະ ຂົງເຂດເສດຖະກິດທີ່ມີການຂະຫຍາຍຕົວເຊິ່ງຖືວ່າເປັນການຮ່ວມມືທີ່ສຳຄັນທີ່ຊ່ວຍຍົກລະດັບໃຫ້ຫຼັກສູດການຮຽນ-ການສອນຂອງມະຫາວິທະຍາໄລ ສາມາດຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຕົວຈິງຂອງຕະຫຼາດແຮງງານ.

ຕາມຂອບສັນຍາສະບັບນີ້ທັງສອງຝ່າຍໄດ້ຈະໄດ້ຮ່ວມມືກັນໃນຫຼາຍຂົງເຂດວຽກງານໂດຍສະເພາະການມີສ່ວນຮ່ວມຂອງຂົງເຂດເສດຖະກິດໃນການຄົ້ນຄົ້ວວິໄຈ ແລະ ການຮ່າງໂຄງການຫຼັກສູດການຮຽນການສອນ, ການຮັບເອົານັກສຶກສາມາຝຶກງານ ຫຼື ການຮັບນັກສຶກສາທີ່ໄດ້ພາສາຝຣັ່ງເຂົ້າເຮັດວຽກລວມທັງການພັດທະນາໂມດູນການຮຽຮການສອນທີ່ເນັ້ນໃສ່ຄວາມສາມາດດ້ານວິຊາຊີບເປັນຫຼັກ ແລະ ອື່ນໆ.

ໃນບົດປາໄສຂອງທ່ານ ນາງ ໂຊຟີ ໂກເອເດີຟຣົວ, ຜູ້ອໍານວຍການໃຫຍ່ຫ້ອງການ AUF ປະຈໍາພາກພື້ນອາຊີ-ປາຊີຟິກ, ທ່ານໄດ້ກ່າວວ່າເນື້ອໃນຂອງຂອບຕົກລົງດັ່ງກ່າວນີ້ມັນຖືກກັບເປົ້າໝາຍຍຸດທະສາດ 2017-2021 ຂອງອົງການ AUF ທີ່ແນໃສ່ໃນການເຮັດໃຫ້ຂົງເຂດການສຶກສາຊັ້ນສູງ ແລະ ຂະ        ແໜງການຄົ້ນຄ້ວາຂອງຂົງເຂດເສດຖະກິດໄດ້ມີການພົວພັນຮ່ວມມືນັບມື້ຫຼາຍຂຶ້ນໂດຍການປັບປຸງ ຄຸນນະພາບດ້ານການຮຽນ-ການສອນ, ດ້ານການຄົ້ນຄວ້າ, ດ້ານການນຳພາຂອງມະຫາວິທະຍາໄລ ແລະ ດ້ານການປະກອບອາຊີບຂອງນັກສຶກສາຮຽນຈົບ.

ຂໍ້ມູນເພີ່ມເຕີມກ່ຽວພາລະບົດບາດຂອງ AUF

ອົງການມະຫາວິທະຍາໄລຝຣັ່ງໂກໂຟນີ (AUF) ແມ່ນສະມາຄົມມະຫາວິທະຍາໄລຝຣັ່ງໂກໂຟນສາກົນໄດ້ ສ້າງຕັ້ງຂຶ້ນມາ ໄດ້ຫຼາຍກວ່າ 50ປີ ແລ້ວ. ອົງການໄດ້ເຕົ້າໂຮມເອົາບັນດາມະຫາວິທະຍາໄລ, ເຄືອຂ່າຍມະຫາວິທະຍາໄລ ແລະ ສູນຄົ້ນຄ້ວາວິທະຍາສາດທີ່ໃຊ້ພາສາຝຣັ່ງໃນທົ່ວໂລກ. ປັດຈຸບັນປະກອບມີສະມາຊິກທັງໝົດ 817 ສະຖາບັນ ໃນຫຼາຍກວ່າ 106 ປະເທດ, ອົງການ AUF ຍັງເປັນໜຶ່ງໃນຫຼາຍສະມາຄົມສະຖາບັນການສຶກສາຊັ້ນສູງ ແລະ ການຄົ້ນຄ້ວາໃນທົ່ວໂລກທີ່ສຳຄັນ. ອົງການດັ່ງກ່າວແມ່ນຍັງເປັນຫົວຈັກຂອງການສຶກສາຂັ້ນສູງ ແລະ ການຄົ້ນຄວ້າຂອງກອງ ປະຊຸມສຸດ ຍອດຝຣັ່ງໂກໂຟນີ.

ໃນບົດບາດດັ່ງກ່າວ, ອົງການ AUF ໄດ້ຈັດຕັ້ງປະຕິບັດໃນຂອບເຂດຄວາມສາມາດ ຂອງຕົນໃນການແກ້ໄຂ ບັນຫາຕ່າງໆທີ່ຖືກຮັບຮອງເອົາໂດຍກອງປະຊຸມບັນດາປາມຸກລັດ ແລະ ຫົວໜ້າລັດຖະບານ ຂອງປະເທດທີ່ໃຊ້ພາສາ ຝຣັ່ງ. 4 ມະຫາວິທະຍາໄລຂອງປະເທດໄທໄດ້ເປັນສະມາຊິກໃໝ່ໃນເຄືອຂ່າຍຂອງ  AUF ເຊັ່ນ : ມະຫາວິທະຍາໄລ ຈັນທະກະເສີມຣາດສະພັດ, ມະຫາວິທະຍາໄລນາເຣສວນ, ມະຫາວິທະ ຍາໄລກະເສດສາດ ແລະ ມະຫາວິທະຍາໄລ ຣັງສິດ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword