ພິທີເປີດ ງານວາງສະແດງ ຜະລິດຕະພັນລາວ 2018 Made In Laos 2018 ທີ່ ສູນການຄ້າ ລາວ-ໄອເຕັກ (ຕຶກເກົ່າ)

ພິທີເປີດ ງານວາງສະແດງ ຜະລິດຕະພັນລາວ 2018 Made In Laos 2018 ທີ່ ສູນການຄ້າ ລາວ-ໄອເຕັກ (ຕຶກເກົ່າ)

ໃນວັນທີ 14 ມີນາ 2018 ຕອນບ່າຍ ເວລາ 15:00 ໂມງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ  ບໍລິສັດ ລາວເວີນ ມະຫາຊົນ ໄດ້ຈັດ ພິທີເປີດ ງານວາງສະແດງ ຜະລິດຕະພັນລາວ 2018 Made In Laos 2018 ທີ່ ສູນການຄ້າ ລາວ-ໄອເຕັກ (ຕຶກເກົ່າ)

ໃຫ້ກຽດເປັນປະທານເປີດງານໂດຍ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ທ່ານ ດາວວອນ ພະຈັນທະວົງ ຮອງປະທານຜູ້ປະຈຳການ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ.

ຈຸດປະສົງ ຂອງການຈັດງານ ແມ່ນເພື່ອເຕົ້າໂຮມເອົາຜະລິດຕະພັນທີ່ມີການຜະລິດຄິດສ້າງທີ່ໂດດເດັ່ນ, ເປັນເອກະລັກ, ມີຄຸນນະພາບ, ໂດຍຫົວຄິດປະດິດສ້າງ ຂອງຜູ້ປະກອບການໃນ ສປປ ລາວ ບໍ່ວ່າຈະເປັນຜູ້ປະກອບການລາວ ຫຼື ນັກລົງທຶນຕ່າງປະເທດ ທີ່ນຳໃຊ້ວັດຖຸດິບພາຍໃນ ຫຼື ນໍ້າເຂົ້າຈາກຕ່າງປະເທດມາຜະລິດເປັນສິນຄ້າໃນລາວເຂົ້າຮ່ວມງານສະແດງຕໍ່ສັງຄົມໄດ້ຮັບຊົມ ແລະ ສາມາດຊື້ໄປຊົມໃຊ້ໄດ້.

ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ກ່າວວ່າ: “ງານວາງສະແດງ “ຜະລິດຕະພັນລາວ 2018” ຄັ້ງນີ້ໄດ້ລະດົມຂົນຂວາຍຜູ້ປະກອບການ, ຜູ້ຜະລິດສິນຄ້າໃນທຸກຂະແໜງໃນທົ່ວປະເທດ ເພື່ອນຳເອົາຜະລິດຕະພັນເປັນເອກະລັກຂອງແຕ່ລະແຂວງມາວາງສະແດງ ໂຄສະນາ ແລະ ຈຳນໜ່າຍ ເພື່ອແນ່ໃສ່ ສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບການສາມາດເຂົ້າຫາຕະຫຼາດ, ຈັບຄູ່ທຸລະກິດ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນການປັບປຸງສິນຄ້າ ແລະ ການບໍລິການ ໃຫ້ມີຄຸນນະພາບ, ໄດ້ມາດຕະຖານ ແລະ ກ້າວຂື້ນສູ່ລະດັບອາຊຽນ ແລະ ສາກົນ ແລະ ເປັນການສ້າງຄວາມພາກພູມໃຈຕໍ່ສິນຄ້າ-ຜະລິດຕະພັນທີ່ຜະລິດໃນລາວ ແລະ ແມ່ນກິດຈະກຳໜຶ່ງຂອງພາກທຸລະກິດ ທີ່ສະໜັບສະໜູນປີທ່ອງທ່ຽວລາວ ປີ 2018 ນີ້ໃນການດຶງດູດນັກທ່ອງທ່ຽວ ແລະ ນັກລົງທຶນ ເຂົ້າມາລາວໃຫ້ນັບມື້ນັບຫຼາຍຂື້ນ. ງານວາງສະແດງ “ຜະລິດຕະພັນລາວ 2018” ສາມາດລະດົມທຸລະກິດ້ເຂົ້າໄດ້ 115 ຫົວໜ່ວຍທຸລະກິດເຊິ່ງລວມມີ 180 ຫ້ອງວາງສະແດງ ເຊັ່ນ:

  • ຊາຜົ້ງສາລີ, ຜ້າຝ້າຍບໍ່ແກ້ວ, ສິ້ນຊຳເໜຶອ, ຫັດຖະກຳຫຼວງພະບາງ, ເຂົ້າໄກ່ນ້ອຍຊຽງຂວາງ, ຫວາຍແຂວງວຽງຈັນ, ໝໍ້ແປງໄຟຟ້າ ບໍລິຄຳໄຊ, ຊີ້ນສະຫວັນ, ກາເຟປາກຊອ່ງ ແລະ ສິນຄ້າ ເອກະລັກ ອື່ນໆ ເຊິ່ງໄດ້ຄັດຈ້ອນມາວາງສະແດງໃນງານຄັ້ງນີ້.
  • ເຄື່ອງປະດັບ
  • ຜະລິດຕະພັນອາຫານ, ເຄື່ອງດື່ມ ແລະ ຜະລິດຕະພັນກະສິກຳປອດສານຜິດ
  • ຕະຫຼາດຫຼັກຊັບລາວ
  • ການທ່ອງທ່ຽວ
  • ຜະລິດຕະພັນເຄື່ອງໃຊ້ໄຟຟ້າ ແລະ ອື່ນໆ

ກອງປະຊຸມສຳມະນາໃນຫົວຂໍ້ຕ່າງໆເຊັ່ນ:

  • ກອງປະຊຸມສຳມະນາສົ່ງເສີມຄວາມອາດສາມາດໃນການສ້າງກຳລັງລະດັບສູງ ສຳລັບການສົ່ງອອກຜະລິດຕະພັນຊາ, ເພື່ອສ້າງໃຫ້ເປັນຍິ່ຫໍ້ ລາວ, ເຊິ່ງໄດ້ຮັບການສະໜັບສະໜູນ ຈາກ ອົງການ UNDP
  • ກອງປະຊຸມສຳມະນາ ສິ່ງທ້າທ້າຍ ແລະ ກາລະໂອກາດສຳລັບ SME ລາວ ເພື່ອແຂ່ງຂັນໃນຍຸກເຊື່ອມໂຍງເສດຖະກິດພາກພື້ນ ຈັດຂື້ນໃນລະຫວ່າງ ວັນທີ 14-15 ມີນາ 2018, ທີ່ ສູນການຄ້າ ລາວ-ໄອເຕັກ ເຊັນດຽວກັນໂດຍການສະໜັບສະໜູນຈາກ JICA

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword