ພິທີ ເປີດໂຄງການ ສົ່ງເສີມການພັດທະນາການຄ້າແບບຍືນຍົງ ໃນ ສ ປປ ລາວ

ພິທີ ເປີດໂຄງການ ສົ່ງເສີມການພັດທະນາການຄ້າແບບຍືນຍົງ ໃນ ສ ປປ ລາວ

ໃນຕອນເຊົ້າວັນທີ 09/07/2019, ທີ່ ຫ້ອງປະຊຸມ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ມີພິທີ ເປີດໂຄງການ ສົ່ງເສີມການພັດທະນາການຄ້າແບບຍືນຍົງ ໃນ ສ ປປ ລາວ (Trade for Sustainable Development (T4SD) Hub Laos).

ພາຍໃຕ້ການເປັນປະທານຂອງ ທ່ານ ອຸເດດ ສຸວັນນະວົງ   ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ທ່ານ Mr. Staffan Herrström, Ambassador to Thailand, Lao PDR and Myanmar, Embassy of Sweden ແລະ ທ່ານ Mr. Joseph Wozniak, Head of the T4SD Programme, ITC ຫົວໜ້າໂຄງການ ການພັດທະນາການຄ້າແບບຍືນຍົງ ປະຈຳສູນການຄ້າສາກົນ (ITC), ຊຶ່ງມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ພາກທຸລະກິດ ໃນນັ້ນ ລວມມີ ອົງການຈັດ ຕັ້ງສາກົນ, ທະນາຄານ, ສະມາຄົມ ທຸລະກິດ ແລະ ບໍລິສັດອື່ນໆ. ລວມທັງໝົດຫຼາຍກວ່າ 80 ທ່ານ. ພິທີເປີດໂຄງການໃນຄັ້ງນີ້ ໄດ້ຮັບການສະໜັບສະໜູນ ທາງ ດ້ານ ງົບປະມານຈາກ ການຮ່ວມມືຂອງ ສຄອຊ ກັບ ສູນການຄ້າສາກົນ  International Trade Center (ITC).

ຈຸດປະສົງຂອງພິທີເປີດໂຄງການໃນມື້ນີ້ ແມ່ນເພື່ອປະກາດ ແນວ​ທາງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດໂຄງການສົ່ງເສີມການພັດທະນາການຄ້າແບບຍືນຍົງທີ່ຈະເລີມຈັດ​ຕັ້ງ​ປະ​ຕິ​ບັດໃນຊ່ວງ ໄລຍະ 24 ເດືອນ ຕໍ່ຫນ້ານີ້.

ໂຄງການດັ່ງກ່າວນີ້ ແມ່ນແນ່ໃສ່ການສ້າງສູນຫຼືໝ່ວຍງານສົ່ງເສີມການພັດທະນາການຄ້າແບບຍືນຍົງ ແລະ ການບໍລິການຂອງ ສຄອຊ ເຊີ່ງຈະເປັນການບໍລິການໃນຫລາຍຮູບແບບ ສໍາລັບຜູ້ປະກອບການທຸລະກິດຂະຫນາດນ້ອຍ ແລະ ກາງ ໃນ ສປປ ລາວ, ເຊີ່ງຈະຮັບຜົນປະໂຫຍດຈາກການສະຫນັບສະຫນູນ ທາງດ້ານວິທີການ ແລະ ເຄື່ອງມືຕ່າງໆ ຈາກທີມງານສູນການຄ້າສາກົນ(ITC).ໂດຍສູນການຄ້າສາກົນ(ITC)ຈະໃຫ້ການຝືກສອນແກ່ພະນັກງານ ສຄອຊ ກ່ຽວກັບວິທີການ, ການສົ່ງຖ່າຍຄວາມຮູ້ກ່ຽວກັບກິດຈະກໍາໂຄງການ ເຊີ່ງລວມໄປເຖິງເຄື່ອງມືການສົ່ງເສີມການພັດທະນາການຄ້າແບບຍືນຍົງ ຂອງສູນການຄ້າສາກົນ(ITC) ເຊັ່ນ: ແຜນທີການພັດທະນາແບບຍືນຍົງ (www.sustainabilitymap.org).

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword