ກອງປະຊຸມປະຈໍາປີ 2018 ແລະ ສະເຫຼີມສະຫຼອງ ສະພາການຄ້າ ແລະ ອຸດສາຫະກໍາ ຄົບຮອບ 30

ກອງປະຊຸມປະຈໍາປີ 2018 ແລະ ສະເຫຼີມສະຫຼອງ ສະພາການຄ້າ ແລະ ອຸດສາຫະກໍາ ຄົບຮອບ 30

ໃນຕອນບ່າຍ ຂອງວັນທີ 23 ມັງກອນ 2019, ທີ່ຫໍປະຊຸມແຫ່ງຊາດ ຫຼັກ 6 ໄດ້ມີກອງປະຊຸມປະຈໍາປີ 2018 ແລະ ສະເຫຼີມສະຫຼອງສະພາການຄ້າ ແລະ ອຸດສາຫະກໍາ ຄົບຮອບ 30 ຂື້ນ

ທົບທວນຜົນງານການເຄື່ອນໄຫວຂອງຕົນ ພາຍໃຕ້ການຊີ້ນໍານໍາພາຂອງຄະນະບໍລິຫານງານຊຸດທີ I ຫາຊຸດທີ່ VII ໂດຍສະເພາະແມ່ນທົບທວນຜົນງານການເຄື່ອນໄຫວ ຄະນະບໍລິຫານງານຊຸດທີ  VII ໃນການຈັດຕັ້ງ ແຜນຍຸດທະສາດການພັດທະນາພາກທຸລະກິດຂອງຕົນ ໂດຍເນັ້ນໃສ່ ເປົ້າໝາຍໄລຍະຍາວແມ່ນ ເສີມສ້າງຄວາມເຂັ້ມແຂງຂອງທຸລະກິດ ໃນ ສປປ ລາວ ເພື່ອພັດທະນາເສດຖະກິດ ແຫ່ງຊາດ ຕາມທິດການພັດທະນາສີຂຽວ ແລະ ຍືນຍົງ ເຊັ່ນ: (1) ເສີມສ້າງຄວາມເຂັ້ມແຂງຂອງທຸລະກິດ SMEs ພ້ອມທັງຂະຫຍາຍຖານການຜະລິດທຸລະກິດ ທີ່ຖືກຕ້ອງຕາມລະບຽບກົດຫມາຍ ໃຫ້ຫລາຍຂື້ນກ່ວາເກົ່າ, (2) ເສີມສ້າງຄວາມເຂັ້ມແຂງຂອງພາກທຸລະກິດການຜະລິດເພື່ອສົ່ງອອກ, (3) ເສີມສ້າງແວດລ້ອມທຸລະກິດໃຫ້ດີຂື້ນ ໂດຍນໍາໃຊ້ເວທີກອງປະຊຸມທຸລະກິດລາວ ແລະ ເວທີປຶກສາຫາລືພາກລັດ ແລະ ທຸລະກິດ ແລະ ອື່ນໆ, (4) ສ້າງຖານຂໍ້ມູນສໍາລັບພາກທຸລະກິດ, (5) ການເຊື່ອມໂຍງຂອງທຸລະກິດລາວເພື່ອກ້າວເຂົ້າສຸ່ປະຊາຄົມເສດຖະກິດອາຊຽນ ແລະ (6) ປັບປຸງການຈັດຕັ້ງລະບົບສົ່ງເສີມ ແລະ ການບໍລິການທຸລະກິດ ຂອງ ສຄອ ແຫ່ງຊາດລາວ, ສຄອ ແຂວງ, ກຸ່ມ ແລະ ສະມາຄົມທຸລະກິດ ຢູ່ ສ ປປ ລາວ.

ກອງປະຊຸມພາກທີ 1 ໂດຍການເປັນປະທານ ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງ ອຸດສາຫະກໍາ ແລະ ທ່ານ ສຽວສະຫວາດ ສະແຫວງສຶກສາ ປະທານກິດຕິມະສັກ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ໂດຍມີ ບັນດາທ່ານ ລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາທ່ານ ຫົວໜ້າກົມ, ຮອງກົມ, ອົງການຈັດຕັ້ງສາກົນ, ສະພາການຄ້າ ແລະ ອຸດສາຫະກໍາ ຕ່າງປະເທດທີຕັ້ງຢູ່ ສປປ ລາວ, ສະພາການຄ້າ ແລະ ອຸດສາຫະກໍແຂວງ, ສະມາຄົມ-ກຸ່ມທຸລະກິດ, ສະມາຊິກ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ເຂົ້າຮ່ວມຫຼາຍກວ່າ 400 ທ່ານ.

ກອງປະຊຸມພາກທີ 2 ເປັນກຽດ ເຂົ້າຮ່ວມ ແລະ ໂອ້ລົມຕໍ່ກອງປະຊຸມ ໂດຍ ພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ທ່ານ ອຸເດດ ສະວັນນະວົງ ປະທານ ສຄອຊ ໄດ້ລາຍງານຜົນຂອງກອງປະຊຸມໃນພາກທີ 1 ແລະ ບາງຜົນງານການງເຄື່ອນ ສຄອຊ 30 ປີ ໂດຍຫໍ້ຍ ໃຫ້ ພະນະທ່ານ ນາຍົກລັດຖະມົນຕີ ຮັບຊາບ. ຫຼັງຈາກນັ້ນ ສຄອຊ ໄດ້ມອບໃບຍ້ອງຍໍ ແລະ ໂລລາງວັນ ໃຫ້ກັບຜູ້ທີ່ມີຜົນງານດີເດັ່ນປະກອບສ່ວນ ສ້າງຄວາມເຂັ້ມແຂງ ໃຫ້ກັບ ສຄອຊ ໃນໄລຍະ 30 ທີ່ຜ່ານມາ ໂດຍສະເພາະແມ່ນ ສະພາການຄ້າ ແລະ ອຸດສາຫະກໍາຂອງແຂວງ, ສະພາການຄ້າ ແລະ ອຸດສາຫະກໍາ ຕ່າງປະເທດທີ່ຕັ້ງຢູ່ ສປປ ລາວ, ສະມາຄົມ ແລະ ກຸ່ມທຸລະກິດ ແລະ ອົງການຈັດຕັ້ງສາກົນ ທີ່ໄດ້ໃຫ້ການ ສະໜັບສະໜູນ ການສ້າງຄວາມເຂັ້ມແຂງໃຫ້ກັບ ສຄອຊ ແລະ ພາກທຸລະກິດ. ຫຼັງຈາກນັ້ນ ກອງປະຊຸມໄດ້ຮັບກຽດສູງສຸດ ໂດຍການ ໂອ້ລົມຂອງ ພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປລາວ.

ພາບອື່ນໆ===>>> https://www.facebook.com/pg/LNCCI/photos/?tab=album&album_id=558379451295908

Related Posts

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more

Enter your keyword