ໂຄງການ CLMVT Forum 2018 ທີ່ ບາງກອກ

ໂຄງການ CLMVT Forum 2018 ທີ່ ບາງກອກ

ໂຄງການ CLMVT Forum 2018  CLMVT Taking-Off through technology ໄດ້ຈັດຂື້ນລະຫວ່າງວັນທີ 16-17 ສິງຫາ 2018 ທີ່ ໂຮງແຮມເຊັນທາລາແກຣນ ແລະ ບາງກອກຄອນເວັນຊັນເຊັນເຕີ ເຊັນທັນເວີນ ບາງກອກ ທີ່ຜ່ານມາ

ເຊິ່ງເປັນການຈັດໂຄງການ CLMVT Forum ຄັ້ງທີ 2 ໂດຍມີຈຸດປະສົງ ເພື່ອເພີ່ມຄວາມສໍາພັນທາງດ້ານເສດຖະກິດການຄ້າ ແລະ ການລົງທຶນຂອງໄທ ກັບກຸມປະເທດ CLMV  ໃຫ້ແໜ້ນແຟນຍິ່ງຂື້ນ ແລະ ເປັນເວທີສ້າງຄວາມຮ່ວມມືຂອງພາກພື້ນໃຫ້ເຕີບໃຫຍ່ຢ່າງຕໍ່ເນື່ອງ ແລະ ແຂງຂັນໄດ້ທ່າມກາງຄວາມທ້າທ້າຍ ແລະ ບໍລິບົດເສດຖະກິດການຄ້າໂລກຍຸກໃໝ່ ໂດຍຫົວຂໍ້ຫາລືໃນການປະຊຸມຄັ້ງນີ້ ເພື່ອເນັ້ນການໃຊ້ປະໂຫຍດຈາກຄວາມກ້າວໜ້າທາງດ້ານເຕັກໂນໂລຊີ ໂດຍສະເພາະດິຈິທັນໃນການເຊື່ອມໂຍງ ສ້າງໂອກາດ ແລະ ສ້າງມູນຄ່າມະຫາສານໃຫ້ກັບເສດຖະກິດ ຈົນກາຍເປັນເຄື່ອງມືສຳຄັນໃນການພັດທະນາເສດຖະກິດ CLMVT ທຸກລະດັບຢ່າງທົ່ວເຖິງ ແລະ ຢືນຢົງ ໂດຍໃນໂອກາດດັ່ງກ່າວນີ້ ທ່ານ ພົນເອກ ປະຍຸດ ຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ໄດ້ເປັນກຽດເປັນປະທ່ານເປີດງານ ແລະ ກ່າວປະຖະກະຖາພິເສດ ໃນວັນທີພະຫັດ ວັນທີ 16 ສິງຫາ 2018.

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ກໍໄດ້ເຂົ້າຮ່ວມໂຄງການ CLMVT Forum 2018  ໂດຍ ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ຄະນະ ສຄອ ແຫ່ງຊາດລາວ, ບໍລິສັດ ສະມາຊິກຈາກສະພາການຄ້າ ແລະ ພ້ອມດ້ວຍບັນດາ ນັກທຸລະກິດ ສປປ ລາວ ໃນຫຼາກຫຼາຍສາຂາທຸລະກິດ/ອຸດສາຫະກຳທີ່ເປັນຜູ້ຜະລິດ, ຜູ້ສົ່ງອອກ, ຜູ້ນໍາເຂົ້າ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ( SME ), ວິສາຫະກິດເພື່ອສັງຄົມ ( Social Enterprise ), ກະສີກຳສະໄໝໃໝ່, Young Entrepreneur, Starup, Creative, Handicraft, Creativeor lnnovative Product, e-commerce ກໍໄດ້ເຂົ້າຮ່ວມໃນໂຄງການ CLMVT Forum 2018.

ການຄ້າລະຫວ່າງປະເທດ CLMV ກັບໄທແມ່ນບັນລຸເຖິງ 35.000 ລ້ານໂດລາສະຫະລັດ ເທົ່າກັບ 10.6 % ຂອງມູນຄ່າການສົ່ງອອກທັງໝົດ ( 42% ຂອງມູນຄ່າການສົ່ງອອກຂອງໄທໄປອາຊຽນ) ໃນປີ 2017, ອີງຕາມລາຍງານຂອງກະຊວງການຄ້າຂອງໄທ. ກຸ່ມປະເທດ CLMVT ລວມມີ ກຳປູເຈຍ, ລາວ, ມຽນມ້າ, ຫວຽດນາມ ແລະ ໄທ ເປັນກຸ່ມປະທດທີ່ມີປະສິດທິພາບສູງ ແລະ ມີເສດຖະກິດເຕີບໂຕຢ່າງໄວ ແລະ ຕໍ່ເນື່ອງດ້ວຍຈຳນວນປະຊາກອນລວມກັນ 240 ລ້ານຄົນ ອັດຕາການຂະຫຍາຍຂອງ GDP ສູງເຖິງ 6.2% ໃນປີ 2017. ກຸ່ມ ປະເທດ CLMVT ຈິງ ສາມາດດຶງດູດຄວາມສົນໃຈຈາກຜູ້ປະກອບການໃນທົວໂລກໃຫ້ເຂົ້າມາລົງທຶນ, ຄ້າຂາຍ ແລະ ຂະຫຍາຍທຸລະກິດເປັນຈຳນວນຫລາຍເຮັດໃຫ້ເສດຖະກິດເຕີຍໂຕຢ່າງຕໍ່ເນື່ອງ. ການສະໜັບສະໜູນການເຕີບໂຕຢ່າງທົ່ວເຖິງ ແມ່ນຕ້ອງເພີ່ມຄວາມສາມາດໃນການໃຊ້ເທັກໂນໂລຢີຂອງ ພາກທຸລະກິດຂະໜາດນ້ອຍ, ຂະໜາດກາງ ແລະ ນັກທຸລະກິດລຸ້ນໃໝ່ ເພື່ອຈະຊ່ວຍເຊື່ອມໂຍງການຄ້າ ແລະ ເສດຖະກິດທ້ອງຖິ່ນ ຂອງປະເທດ CLMVT.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword