ກອງປະຊຸມງານສຳມະນາ ເນື່ອງໃນວັນຄວາມປອດໄພ  ແລະ ສຸຂະພາບແຮງງານໂລກ ໃນຫົວຂໍ້:” ຮ່ວມກັນສ້າງວັດທະນາທຳຄວາມປອດໄພ ແລະ ສຸຂະພາບທາງບວກ “

ກອງປະຊຸມງານສຳມະນາ ເນື່ອງໃນວັນຄວາມປອດໄພ  ແລະ ສຸຂະພາບແຮງງານໂລກ ໃນຫົວຂໍ້:” ຮ່ວມກັນສ້າງວັດທະນາທຳຄວາມປອດໄພ ແລະ ສຸຂະພາບທາງບວກ “

ໃນວັນທີ 25 ພຶດສະພາ 2022 ທີ່ໂຮງແຮມຄຣາວພາຊ່າ, ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມງານສຳມະນາ ເນື່ອງໃນວັນຄວາມປອດໄພ  ແລະ ສຸຂະພາບແຮງງານໂລກ ໃນຫົວຂໍ້:” ຮ່ວມກັນສ້າງວັດທະນາທຳຄວາມປອດໄພ ແລະ ສຸຂະພາບທາງບວກ ”

ເປັນກຽດເຂົ້າຮ່ວມ ຂອງທ່ານ ພົງໄຊສັກ, ຮອງລັດຖະມົນຕີ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ວັນທອງ ສິດທິກູນ, ຮອງປະທານ ສຄອຊ, ທ່ານ ວິໄລ ວົງຂະເສີມ,  ຮອງປະທານ ສູນກາງສະຫະພັນກຳມະບານລາວ, ຕາງໜ້າຊ່ຽວຊານຂອງອົງການແຮງງານສາກົນປະຈຳ ສປປ ລາວ, ພ້ອມດ້ວຍແຂກທີ່ມີກຽດທີ່ຖືກເຊີນ ຕາງໜ້າພາກທຸລະກິດເຂົ້າຮ່ວມໃນຫ້ອງປະຊຸມ ແລະ ຜ່ານລະບົບຜ່ານທາງໄກ ຈຸດປະສົງແມ່ນ ເພື່ອສະເຫລີມສະຫຼອງ ງານສຳມະນາ ເນື່ອງໃນວັນຄວາມປອດໄພ  ແລະ ສຸຂະພາບແຮງງານໂລກ ໃນຫົວຂໍ້:” ຮ່ວມກັນສ້າງວັດທະນະທຳຄວາມປອດໄພ ແລະ ສຸຂະພາບທາງບວກ ” ໂດຍ ການຮ່ວມມືຂອງອົງການສາມຝ່າຍກໍ່ຄື ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຕາງໜ້າຝ່າຍລັດຖະບານ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໃນນາມຕົວແທນຜູ້ໃຊ້ແຮງງານ, ສູນກາງສະຫະພັນກຳມະບານລາວ ຕົວແທນຜູ້ອອກແຮງງານ ຮ່ວມກັບອົງການແຮງງານສາກົນ. ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໃນນາມອົງການຕາງໜ້າຜູ້ໃຊ້ແຮງງານ ແລະ ເປັນຄູ່ຮ່ວມມືໃນການຈັດຕັ້ງປະຕິບັດສຳມະນາ ເນື່ອງໃນວັນຄວາມປອດໄພ  ແລະ ສຸຂະພາບແຮງງານໂລກ ໃນຫົວຂໍ້:” ຮ່ວມກັນສ້າງວັດທະນາທຳຄວາມປອດໄພ ແລະ ສຸຂະພາບທາງບວກ “, ຄົບຮອບ 19 ປີ  ກົງກັບວັນທີ 28 /4/ 2022.

ວັນຄວາມປອດໄພ ແລະ ສຸຂະພາບແຮງງານນ ແມ່ນວັນລະນຶກເຫັນຄວາມປອດໄພ  ແລະ ສຸຂະພາບແຮງງານໃນການເຮັດວຽກ, ຄວາມຕັ້ງໃຈຂອງອົງການແຮງງານສາກົນ  ແລະ ທົ່ວໂລກເພື່ອສົ່ງເສີມ  ແລະ ສ້າງໃຫ້ວຽກງານ ມີຄວາມປອດໄພຕໍ່ຊາວຜູ້ອອກແຮງງານ  ໃຫ້ທຸກຄົນມີສຸຂະພາບແຂງແຮງ ສ້າງໃຫ້ເປັນວັດທະນະທຳຂອງການເຮັດວຽກໃນອົງກອນ ໂດຍສະເພາະໃນການຈັດຕັ້ງປະຕິບັດ ໃນຫົວໜ່ວຍພາກທຸລະກິດຕ່າງໆ

Write a Message

Your email address will not be published.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword