ເປີດຝຶກອົບຮົມໃນຫົວຂໍ້ : “ຫຼັດສູດການພັດທະນາບຸກຄະລາກອນຢ່າງມືອາຊີບ”

ເປີດຝຶກອົບຮົມໃນຫົວຂໍ້ : “ຫຼັດສູດການພັດທະນາບຸກຄະລາກອນຢ່າງມືອາຊີບ”

ໃນວັນທີ 26 ສິງຫາ 2019, ສຄອ ແຫ່ງຊາດລາວ, ໃນນາມອົງການຈັດຕັ້ງ ຂອງພາກທຸລະກິດລາວ, ພ້ອມດ້ວຍ ສະມາຄົມ ສົ່ງເສີມການຮ່ວມມືດ້ານວິຊາການແບບຢືນຍົງແຫ່ງປະເທດຍີ່ປຸ່ນ (AOTS), ແລະ ສະມາຄົມສົ່ງເສີມດ້ານເຕັກໂນໂລຊີ (TPA) ແຫ່ງປະເທດໄທ

ໄດ້ຮ່ວມກັນຈັດການຝຶກອົບຮົມໃນຫົວຂໍ້: “ການພັດທະນາບຸກຄະລາກອນ ຢ່າງມືອາຊີບ Professional Employee Development Program “ ຂື້ນ ໂດຍການເປັນປະທານຂອງ ທ່ານ ນາງ ຈັນທະຈອນ ວົງໄຊ, ຮອງປະທານ ສະພາການຄ້າ ແລະ ອຸດສະຫະກຳ ແຫ່ງຊາດລາວ, ທ່ານ ນາງ Tomoe WATANABE (ໂທໂມະ ວາຕານາເບະ), ຜູ້ປະສານງານ ສະມາຄົມ ສົ່ງເສີມການຮ່ວມມືດ້ານວິຊາການແບບຢືນຍົງ ແຫ່ງ ປະເທດຍີ່ປຸ່ນ (AOTS) ປະຈຳພາກພື້ນ ແລະ ທ່ານ  ອາຈານ ຍຸດນະຣົງ ເອື້ອເຟື້ອ , ວິທະຍາກອນ ແລະ ຄູຝຶກ  ແຫ່ງສະມາຄົມສົ່ງເສີມດ້ານເຕັກໂນໂລຊີ (TPA) ແຫ່ງປະເທດໄທ.  ເຊີ່ງການຝຶກອົບຮົມຈະໄດ້ດຳເນີນເປັນເວລາທັງໝົດ 05 ວັນ, ໃນລະຫວ່າງວັນທີ 26 – 30 ສິງງຫາ 2019 ທີ່ ສຄອ ແຫ່ງຊາດລາວ.  ປີນີ້ ແມ່ນເປັນປີທີ 3 ແລ້ວ ທີ່ ສຄອ ແຫ່ງຊາດລາວ ໄດ້ຮັບການສະໜັບສະໜູນ ທາງດ້ານງົບປະມານ ໃນການຈັດຝຶກອົບຮົມ ຈາກ  ສະມາຄົມ ສົ່ງເສີມການຮ່ວມມືດ້ານວິຊາການແບບຢືນຍົງ ແຫ່ງປະເທດຍີ່ປຸ່ນ (AOTS)  ເຊີ່ງໃນຫົວຂໍ້ດັ່ງກ່າວນີ້ ໄດ້ຮ່ວມກັນຈັດທັງໝົດ 13 ຄັ້ງ ເຊີ່ງ  ມີຜູ້ເຂົ້າຮ່ວມທັງໝົດປະມານ 500 ຄົນ ເຊີ່ງໃນນີ້ ລວມທັງ ການຈັດຝຶກອົບຮົມ ຢູ່ຕ່າງແຂວງ 5 ຄັ້ງ.

ຈຸດປະສົງ ແລະ ເປົ້້າໝາຍ ອັນດຽວກັນ ກໍ່ເພື່ອເປັນການພັດທະນາ ບຸກຄະລາກອນ ຂອງລາວ ກໍ່ຄື ບັນດາຫົວໜ່ວຍທຸລະກິດ ຂອງ ລາວໃຫ້ມີຄວາມເຂັ້ມແຂງ ແລະ ສາມາດບັນລຸຕາມເປົ້າໝາຍ ຂອງ ການດຳເນີນທຸລະກິດ. ດັ່ງນັ້ນ, ຈຸດປະສົງ ຂອງ ການຈັດຝຶກອົບຮົມ ກໍ່ເພື່ອເປັນການພັດທະນາຂີດຄວາມສາມາດ ໃຫ້ແກ່ພາກທຸລະກິດຄ່ຽງຄູກັບການພັດທະນາບຸກຄະລາກອນຂອງບໍລິສັດ ເພື່ອເພີ່ມປະສິດທິພາບຂອງການເຮັດວຽກໃນອົງກອນໃຫ້ເປັນລະບົບ ເພື່ອໃຫ້ສາມາດ ຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການໃນດ້ານພັດທະນາຢ່າງບໍ່ຢຸດຢັ້ງ. ນອກຈາກນີ້, ຍັງຈະຊ່ວຍເພີ່ມພະລິດຕະພາບຂອງ ການຜະລິດ   ແລະ ເພີ່ມຂິດຄວາມສາມາດໃຫ້ກັບບຸກຄະລາກອນໃຫ້ເຮັດວຽກຢ່າງມືອາຊີບເຊັ່ນ:  ບັນດາພະນັກງານໃນບໍລິສັດ, ຜູ້ຈັດການ ແລະ ຜູ້ບໍລິຫານໃຫ້ມີຄວາມເຂົ້າໃຈຢ່າງເລີກເຊີ່ງ ຕໍ່ກັບການຈັດລະບົບຂອງການເຮັດວຽກ (5S organization), ການກວດກາຄຸນນະພາບຂອງການເຮັດວຽກ ແລະ ການຜະລິດ (Kaizen productivity) ເຊີ່ງບົດຮຽນດັ່ງກ່າວແມ່ນ ມີຄວາມສຳຄັນ ແລະ ຈຳເປັນທີ່ສຸດສຳລັບທຸລະກິດ ຂອງ ສປປ ລາວ ເພື່ອເຮັດແນວໃດໃຫ້ ທຸລະກິດຂອງລາວ ສາມາດແຂ່ງຂັນໄດ້ກັບພາກພື້ນ ແລະ ສາກົນ.

Related Posts

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more

Enter your keyword