ງານຕະຫຼາດນັດແຮງງານ ແລະ ການສຶກສາ ຄັ້ງທີ 8

ງານຕະຫຼາດນັດແຮງງານ ແລະ ການສຶກສາ ຄັ້ງທີ 8

ງານຕະຫຼາດ​ນັດ​ແຮງ​ງານ​ແລະ​ການ​ສຶກສາ, ຈັດຂຶ້ນໃນ ວັນທີ 10 ພຶດສະພາ 2019 ເປັນຄັ້ງ​ທີ 8 ທີ່​ຄະນະ​ວິສະວະກຳ​ສາດເປັນການຮ່ວມມືລະຫວ່າງ ຄະນະວິສະວະກຳສາດ, ມະຫາວິທະຍາໄລແຫ່ງຊາດ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ສະພາການຄ້າ ແລະ ອຸດສາຫະກຳ ອີຢູ

ໂດຍງານດັ່ງກ່າວໄດ້ ສ້າງໂອກາດໃຫ້ນັກສຶກສາໄດ້ພົບປະກັບຫົວໜ່ວຍທຸລະກິດເພືີ່ອເປັນການແລກປ່ຽນບົດຮຽນ  ແລະຫົວໜ່ວຍທຸລະກິດໄດ້ຊອກຫາເພື່ອນຮ່ວມງານທີຖືກຕ້ອງກັບຄວາມຕ້ອງການຂອງການພັດທະນາທຸລະກິດ  , ເພື່ອເປັນການສ້າງສາຍພົວພັນແຮງງານທີດີລະຫວ່າງບັນດາບໍລິສັດ ແລະມະຫາວິທະຍາໄລ, ໂຮງຮຽນ ເພື່ອສາມາດຕອບສະໝອງແຮງງານໃຫ້ຖືກຕາມຄວາມຕ້ອງການຂອງຕະຫຼາດແຮງງານໃນອານາຄົດ ແລະ ຕອບສະໝອງແຮງງານໃຫ້ຖືກຕາມຄວາມຕ້ອງການຕະຫຼາດແຮງງານໃນອານາຄົດ ແລະ ນອກຈາກນີ້ເພື່ອຊ່ວຍເອື້ອອຳນວຍຄວາມສະດວກໃນການຊອກວຽກເຮັດງານທຳທີຫຼາກຫຼາຍ   ໃຫ້ບັນດານັກສຶກສາເພື່ອສ້າງໂອກາດໃຫ້ນັກສຶກສາພົບປະກັບຫົວໜ່ວຍທຸລະກິດໃນການແລກປ່ຽນບົດຮຽນດ້ານການພັດທະນາແຮງງານ, ເອືອອຳນວຍຄວາມສະດວກໃນການຊອກວຽກເຮັດງານທຳທີຫຼາກຫຼາຍ ແລະສົ່ງເສີມການສ້າງວຽກເຮັດງານທຳເພືອ່ການພັດທະນາເສດຖະກິດ ຂອງປະເທດເຮົາໃຫ້ດີຂື້ນບໍລິສັດທີເຂົ້າຮ່ວມງານ  31 ບໍລິສັດ

​ເປັນ​ວັນ​ນັດ​ພົບ ລະຫວ່າງ​ຜູ້​ຕ້ອງການ​ແຮງ​ງານ​ແລະ​ຜູ້​ຕ້ອງການ​ຊອກ​ຫາງານ,​ຈະ​ເປັນ​ວັນ​ໜຶ່ງທີ່​ການຈັດ​ຕັ້ງ, ທຸກ​ຄົນ, ທຸກ​ຝ່າຍ​ໄດ້​ຮຽນ​ຮູ້​ແລະ​ທຳ​ຄວາມເຂົ້າ​ໃຈ​ຊື່​ງກັນ​ແລະ​ກັນ, ເປັນ​ ວັນ​ນັດ​ພົບ​ລະຫວ່າງ ສະ​ຖາ​ບັນ​ການ​ສຶກສາ ກັບຜູ້ ຕ້ອງການ​ສະໝັກ​ຮຽນ ​ແລະ​ນອກຈາກ​ນີ້ ຍັງ​ຈະ​ເປັນວັນ​ພົບ​ປະຊຶ່ງກັນ​ແລະ​ກັນ ຂອງ​ບັນດາ ການຈັດ​ຕັ້ງ, ​ບໍລິສັດ, ສະ​ຖາ​ບັນ​ການ​ສຶກສາ ກໍ​ຄື​ພາກສ່ວນ​ກ່ຽວຂ້ອງ​ຕ່າງໆ ອັນ​ທີ່​ເປັນ​ໂອກາດ​ທີ່​ຈະ​ຮັບ​ຮູ້​ສະພາບ​ຊຶ່ງກັນ​ແລະ​ກັນແລະ​ ໃນງານຈະມີການ ນຳສະເໜີ ຈາກພາກລັດ ກະຊວງສຶກສາທິການ , ກະຊວງແຮງງານ ແລະສະຫວັດດີການສັງຄົມ ແລະ ຫົວໜ່ວຍທຸລະກິດ , ສົນທະນາ,ກະກຽມກ່ອນການເຮັດວຽກ , ທຶນການສຶກສາ , ສ້າງ​ຄວາມ​ເຂົ້າ​ໃຈ ຈະ​ນຳ​ໄປ​ສູ່​ການສ້າງ​ຄວາມ​ຜູກ​ພັນ-ຮ່ວມມືນຳ​ກັນ​ໃນ​ຕໍ່ໜ້າ​ຊຶ່ງ​ທັງ​ໝົດ​ນີ້ໂດຍ​ພື້ນຖານ​ແລ້ວ​ແມ່ນ​ເປັນ​ປະ​ໂຫຍ​ດຫຼາຍ ສຳລັບ​ທຸກໆ​ພາກສ່ວນ. ສຳຄັນຕະຫຼາດ​ນັດ​ແຮງ​ງານ​ແລະ​ຕະຫຼາດ​ນັດ​ການ​ສຶກສາຈິ່ງ​ເປັນ​ທາງ​ເລືອກ​ທີ່​ສຳຄັນ​ໜຶ່ງ ທີ່​ຈະຊ່ວຍ​ແກ້​ໄຂ​ບັນຫາ​ແຮງງານ .  ຊຶ່ງ ຄວສ ໄດ້ຜະລິດນັກວິສາວະກອນອອກຮັບໃຊ້ການພັດທະນາເສດຖະກິດສັງຄົມປະມານ 1100 ຫາ 1400 ຄົນ ຕໍ່ປີ

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword