ພິທີຖະແຫຼງຂ່າວງານຜະລິດຕະພັນລາວ ປີ 2020

ພິທີຖະແຫຼງຂ່າວງານຜະລິດຕະພັນລາວ ປີ 2020

ໃນຕອນບ່າຍຂອງ ວັນທີ 10 ທັນວາ 2020 ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ(ສຄອຊ) ໄດ້ມີພິທີຖະແຫຼງຂ່າວງານຜະລິດຕະພັນລາວ ປີ 2020,

ເຊິ່ງໃຫ້ກຽດເປັນປະທານຮ່ວມ ໂດຍ ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສຄອຊ, ທ່ານ ສີສັງຄົມ ໂຄດໂຍທາ ຮອງຫົວໜ້າກົມສົ່ງເສີມ ການຄ້າ, ກະຊວງ ອຸດສາຫະກຳ ແລະ ການຄ້າ, ທ່ານ ຮສ ປອ ຄຳຫຼ້າ ນາກຄະວົງ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫຼວງວຽງຈັນ, ທ່ານ ມາກ ລູວັນ ຜູ້ຈັດການທົ່ວໄປ ບໍລິສັດ ປີໂຕຣລ້ຽມເທຣດດີງລາວ ມະຫາຊົນ, ເຊິ່ງງານ ຜະລິດຕະພັນລາວ 2020 Made in Laos 2020, ເຊິ່ງຈະໄດ້ຈັດຂື້ນໃນລະຫວ່າງວັນທີ 25/12/2020-03/01/2021, ຈະດໍາເນີນໄປເປັນເວລາ 10 ວັນ, ພາຍໃນງານຈະມີການວາງສະແດງສິນຄ້າທີ່ຫຼາກຫຼາຍຈາກ100 ກ່ວາບໍລິສັດຈາກທົ່ວທຸກແຂວງ ແລະ ຫຼາຍກວ່າ 220 ຫ້ອງວາງສະແດງ, ເຊິ່ງຈະມີຜະລິດຕະພັນທີ່ເປັນເອກະລັກ ແລະ ຜະລິດຕະພັນໃໝ່ໆ ທີ່ຈະມານຳສະເໜີພາຍໃນງານ.

ພິເສດ ໃນປີນີ້ ແມ່ນ ສຄອ ນະຄອນຫຼວງວຽງຈັນ ຈະເປັນເຈົ້າພາບຮ່ວມ ແລະ ມີຫ້ອງວາງສະແດງທີ່ເປັນເອກະລັກ ແລະ ຈະໂຊຜົນງານຕ່າງໆໃຫ້ກັບບັນດາຜູ້ເຂົ້າຊົມງານໄດ້ຮັບຮູ້ເຖິງການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ໃນໄລຍະຜ່ານມາ ພ້ອມດຽວກັນນັ້ນ ພາຍໃນງານ ຍັງຈະມີກິດຈະກຳແຈກແຖມຄັ້ງຍິ່ງໃຫຍ່ຈາກຫຼາຍຫຼາຍບໍລິສັດ ທີ່ເຂົ້າຮ່ວມຈະໄດ້ມີກິດຈະກຳຕ່າງໆເຊັ່ນ: ກອງປະຊຸມສຳມະນາໃຫ້ຄວາມຮູ້ແກ່ຜູ້ປະກອບການ ທາງດ້ານ E Commerce, ການເຂົ້າຫາແຫຼ່ງທຶນ, ການປັບຕົວໃນສະພາບ New Normal, ກອງປະຊຸມພົບປະທຸລະກິດ ແລະ ອື່ນໆ.

ນອກຈາກນີ້ພາຍໃນງານຜູ້ປະກອບທີ່ມີຜະລິດຕະພັນສາມາດສະເໜີລົງທະບຽນນຳໃຊ້ກໝາຍ Made In Laos ນຳ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໂດຍບໍ່ເສຍຄ່າໃດໆ

Write a Message

Your email address will not be published.

Related Posts

ພິທີເປີດ ກອງປະຊຸມສົນທະນາ ການຮ່ວມມືສອງຝ່າຍ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ແລະ ສະຖາບັນພັດ ທະນາອາຊີວະສຶກສາ (ສພອ)

ພິທີເປີດ ກອງປະຊຸມສົນທະນາ ການຮ່ວມມືສອງຝ່າຍ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ແລະ ສະຖາບັນພັດ ທະນາອາຊີວະສຶກສາ (ສພອ)

ພິທີເປີດ ກອງປະຊຸມສົນທະນາ ການຮ່ວມມືສອງຝ່າຍ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ແລະ ສະຖາບັນພັດ ທະນາອາຊີວະສຶກສາ (ສພອ)…Read more
ອົງການປະກັນສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມສະພາບໍລິຫານ ຄັ້ງທີ XIII

ອົງການປະກັນສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມສະພາບໍລິຫານ ຄັ້ງທີ XIII

ທ່ານ ປອ ໄຊບັນດິດ ຣາຊະພົນ ຮອງປະທານ ສຄອຊ ແລະ ທ່ານ ພູໄຊ ເທບພະວົງ ເລຂາທິການ ສຄອຊ ເຂົ້້າຮ່ວມ ກອງປະຊຸມສະພາບໍລິຫານ ຄັ້ງທີ…Read more

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more

Enter your keyword