ກອງປະຊຸມແລກປ່ຽນສົນທະນາດ້ານນະໂຍບາຍໃນ ການລົງທະບຽນອອກເລກປະຈຳຕົວຜູ້ເສຍອາກອນ ແລະ ການຮັກສາຂໍ້ມູນ ແລະ ຄວາມປອດໄພທາງໄຊເບີ້ ໃຫ້ແກ່ພາກທຸລະກິດ

ກອງປະຊຸມແລກປ່ຽນສົນທະນາດ້ານນະໂຍບາຍໃນ ການລົງທະບຽນອອກເລກປະຈຳຕົວຜູ້ເສຍອາກອນ ແລະ ການຮັກສາຂໍ້ມູນ ແລະ ຄວາມປອດໄພທາງໄຊເບີ້ ໃຫ້ແກ່ພາກທຸລະກິດ

ໃນວັນທີ 7 ເມສາ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໂດຍການສະໜັບສະໜູນ ຂອງໂຄງການສ້າງສະພາບແວດລ້ອມທີ່ເອື້ອ ອຳນວຍຕໍ່ທຸລະກິດລາວ USAID lao business development ໄດ້ຈັດກອງປະຊຸມແລກປ່ຽນສົນທະນາດ້ານນະໂຍບາຍ

ໃນຫົວຂໍ້ ການລົງທະບຽນອອກເລກປະຈຳຕົວຜູ້ເສຍອາກອນ ແລະ ການຮັກສາຂໍ້ມູນ ແລະ ຄວາມປອດໄພທາງໄຊເບີ້ ໃຫ້ແກ່ພາກທຸລະກິດ” ທີ່ ໂຮງແຮມ ຄຣາວພຣາຊາ ໂດຍການເປັນປະທານຮ່ວມຂອງທ່ານ ປອ ວາລີ ເວດສະພົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ທ່ານ Cullen Hughes ຫົວໜ້າຫ້ອງການພັດທະນາດ້ານເສດຖະກິດ, ການສຶກສາ ແລະ ພັດທະນາ, ອົງການ ພັດທະນາສາກົນ ປະເທດອາເມລິກາ ພ້ອມນັ້ນກໍ່ມີບັນດາຜູ້ເຂົ້າຮ່ວມກໍ່ຄືຕາງໜ້າຂະແໜງການທີ່ກ່ຽວຂ້ອງຂອງພາກລັດບັນດາສະມາຄົມທຸລະກິດ,ຫົວໜ່ວຍທຸລະກິດ ແລະ ສະຖາບັນຄົ້ນຄົ້ວາເສດຖະກິດການຄ້າ.

ຈຸດປະສົງຂອງການປະຊຸມແມ່ນເປັນອີກເວທີໜຶ່ງໃຫ້ແກ່ຜູ້ປະກອບການທຸລະກິດ ແລະ ໜ່ວຍງານພາກລັດແລກປ່ຽນມຸມມອງຄວາມຄິດເຫັນກ່ຽວກັບນະໂຍບາຍ ແລະ ລະບຽບການທີ່ຕິດພັນກັບການຄ້າ ແລະ ສະພາບແວດລ້ອມໃນການດຳເນີນທຸລະກິດ.

 

Write a Message

Your email address will not be published.

Related Posts

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more

Enter your keyword