ສຄອຊ ໄດ້ສຳເສັດສຳມະນາ E-Commerce ແລະ Logistic

ສຄອຊ ໄດ້ສຳເສັດສຳມະນາ E-Commerce ແລະ Logistic

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບອົງການມະຫາວິທະຍາໄລທີ່ໃຊ້ພາສາຝຣັ່ງ (AUF) ໄດ້ຈັດງານສຳມະນາຂຶ້ນພາຍໃຕ້ 2 ຫົວຂໍ້ ເຊັ່ນ: ການດຳເນີນທຸລະກິດການຄ້າອີເລັກໂຕຣນິກ (E-Commerce) ແລະ ສຳມະນາພາຍໃຕ້ຫົວຂໍ້ “ການດຳເນີນທຸລະກິດການຂົນສົ່ງ ແລະ ການຈັດສົ່ງສິນຄ້າ ໃນໄລຍະໂຄວິດ”

19 ໃນວັນທີ 26 ມັງກອນ 2022 ທີ່ ຫ້ອງການສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ.  ເຊິ່ງໃຫ້ກຽດເຂົ້າຮ່ວມງານມີ ທ່ານ ປອ ໄຊບັນດິດ ຣາຊະພົນ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດ ເຊິ່ງຕ່າງໜ້າໃຫ້ແກ່ຄະນະກຳມາທິການເສດຖະກິດ ຝຣັ່ງໂຄໂຟນີປະຈຳ ສຄອຊ, ທ່ານ ຊີຣິນ ມິເຊີເລ, ຮອງອຳນວຍການພູມີພາກຝ່າຍບໍລິຫານ, ອົງການ AUF ປະຈຳພາກພື້ນອາຊີ-ປາຊີຟິກ ແລະ ທ່ານ ນາງ ດວງມາລາ ພົມມະວົງ ຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມຜູ້ເຂົ້າຮ່ວມທັງພາກທຸລະກິດ, ຄະນະຄູອາຈານ, ນັກສຶກສາ ຈາກມະຫາວິທະຍາໄລແຫ່ງແຫ່ງຊາດທີ່ເຂົ້າຕົວຈິງ ແລະ ລະບົບທາງໄກຫຼາຍກວ່າ 100 ທ່ານ.

ຈຸດປະສົງຂອງການຈັດງານສຳມະນາໃນຄັ້ງນີ້ ແມ່ນເພື່ອແລກປ່ຽກສຶກສາຂໍ້ມູນການພົວພັນທາງດ້ານການຄ້າ, ການດຳເນີນທຸລະກິດ, ການບໍລິການ ແລະ ການຟື້ນຟູເສດຖະກິດໃນຊ່ວງໄລຍະການລະບາດຂອງພະຍາດໂຄວິດ-19, ໂດຍເນັ້ນໃສ່ເສດຖະກິດດີຈີຕອລ, ແລກປ່ຽນບົດຮຽນກ່ຽວກັບການບໍລິການ ແລະ ການຄ່ຽນຖ່າຍສິນຄ້າ, ການຄົມມະນາຄົມຂົນສົ່ງ-ຈັດສົ່ງສິນຄ້າ ທັງພາຍໃນປະເທດ ແລະ ສົ່ງອອກຕ່າງປະເທດ, ການບໍລິການ ແລະ ອື່ນໆທີ່ກ່ຽວຂ້ອງ ເພື່ອເເນໃສ່ສ້າງກາລະໂອກາດ ແລະ ຄວາມພ້ອມສຳລັບນັກທຸລະກິດລາວ ເພື່ອໃຫ້ມີຊ່ອງທາງເພື່ອຍາດເເຍ່ງການຮ່ວມມືດ້ານການຄ້າ, ການລົງທຶນ, ໂລຈິສຕິກ ແລະ ອື່ນໆ.

ເຊິ່ງຄຳຄິດເຫັນທີ່ຍົກຂຶ້ນມາສົນທະນາໃນເວທີໃນມື້ນີ້ຍັງສາມາດກາຍເປັນຫົວຂໍ້ບູລິມະສິດ ເພື່ອນໍາໄປປຶກສາຫາລືຕໍ່ໃນລະຫວ່າງບັນດາຫົວໜ່ວຍທຸລະກິດອີກດ້ວຍ. ນອກຈາກການຈັດງານດັ່ງກ່າວນີ້ແລ້ວ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຍັງໄດ້ຮັບການສະໜັບສະໜູນຈາກ ອົງການມະຫາວິທະຍາໄລທີ່ໃຊ້ພາສາຝຣັ່ງ ເພື່ອສືບຕໍ່ໃນການຈັດງານສໍາມະນາຕ່າງໆໄປຈົນຮອດ ເດືອນ ພຶດສະພາ 2022 ໂດຍຈຸດປະສົງແມ່ນເພື່ອພົບປະ, ແລກປ່ຽນຂໍ້ມູນຂ່າວສານ ແລະ ປຶກສາຫາລື ໃນການດຳເນີນທຸລະກິດ, ຊອກວຽກເຮັດງານທຳ, ການເຂົ້າເຖິງຕະຫລາດແຮງງານ, ການດຳເນີນທຸລະກິດ ແລະ ຫົວຂໍ້ຕ່າງໆທີ່ກ່ຽວຂ້ອງ ເຊິ່ງຈະໄດ້ເເຈ້ງຂ່າວໃຫ້ກັບບັນດາທ່ານຊາບໃນມໍ່ໆນີ້.

Write a Message

Your email address will not be published.

Related Posts

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more

Enter your keyword