ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການສໍາຫລວດ, ເກັບກໍາຂໍ້ມູນ, ຂອບເຂດພື້ນທີ່ ເພື່ອສຶກສາຄວາມເປັນໄປໄດ້ ເບື້ອງຕົ້ນ ໃນການພັດທະນາເຂດອຸດສາຫະກຳ ແລະ ສູນໂລຈິສຕິກ ຢູ່ແຂວງອຸດົມໄຊ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການສໍາຫລວດ, ເກັບກໍາຂໍ້ມູນ, ຂອບເຂດພື້ນທີ່ ເພື່ອສຶກສາຄວາມເປັນໄປໄດ້ ເບື້ອງຕົ້ນ ໃນການພັດທະນາເຂດອຸດສາຫະກຳ ແລະ ສູນໂລຈິສຕິກ ຢູ່ແຂວງອຸດົມໄຊ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການສໍາຫລວດ, ເກັບກໍາຂໍ້ມູນ, ຂອບເຂດພື້ນທີ່ ເພື່ອສຶກສາຄວາມເປັນໄປໄດ້ ເບື້ອງຕົ້ນ ໃນການພັດທະນາເຂດອຸດສາຫະກຳ ແລະ ສູນໂລຈິສຕິກ ຢູ່ 2 ເມືອງ ຄື: ເມືອງໄຊ ແລະ ເມືອງນາຫມໍ້ ແຂວງອຸດົມໄຊ

ໄດ້ຈັດຂຶ້ນໃນ ວັນທີ 7 ກຸມພາ 2022 ທີ່ພະແນກ ແຜນການ ແລະ ການລົງທຶນແຂວງອຸດົມໄຊ ໂດຍການເປັນປະທານຮ່ວມຂອງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງ ອຸດສາ ຫະກຳ ແລະ ການຄ້າ ແລະ ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງອຸດົມໄຊ.

ໃນພິທີ ໄດ້ຮັບຟັງການຜ່ານ ຮ່າງເນື້ອໃນ ບົດບັນທຶກ ຄວາມເຂົ້າໃຈ  ເພື່ອເປັນບ່ອນອີງ ໃຫ້ແກ່ທຸກພາກສ່ວນ ກ່ອນທີ່ຈະລົງນາມຮ່ວມກັນ ໃນນັ້ນ ປະກອບມີທັງຫມົດ 14 ມາດຕາ ເຊິ່ງໄດ້ກຳນົດເນື້ອໃນລະອຽດ ເປັນຕົ້ນແມ່ນ ນິຍາມຂອງຄຳສັບ,ຈຸດປະສົ່ງ,ຂອບເຂດທີ່ຕັ້ງຂອງໂຄງການ,ອາຍຸຂອງບົດບັນທຶກ,ຄ່າໃຊ້ຈ່າຍ,ພັນທະ ແລະ ຄວາມຮັບຜິດຊອບ,ສິດ,ໜ້າທີ ແລະ ອື່ນໆ. ຮ່ວມລົງນາມເຊັ່ນບົດບັນທຶກ ຮ່ວມກັນຢ່າງເປັນທາງການ ລະຫວ່າງອົງການປົກຄອງແຂວງ ໂດຍແມ່ນທ່ານ ຄຳຈັນ ລາວຈືເບັງ ຮອງຫົວຫນ້າພະແນກ ແຜນການ ແລະ ການລົງທຶນແຂວງອຸດົມໄຊ ກັບ ສະພາການຄ້າ ແລະ ອຸດສາຫະກຳ  ແຫ່ງຊາດລາວ ໂດຍແມ່ນ ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາ ຫະກຳ ແຫ່ງຊາດລາວ. ພາຍຫລັງສຳເລັດການລົງນາມໃນຄັ້ງນີ້ແລ້ວ ພາກສ່ວນກ່ຽວຂ້ອງທຸກຝ່າຍ ຈະໄດ້ສືບຕໍ່ລົງເຄື່ອນໄຫວຈັດຕັ້ງປະຕິບັດ ຕາມພາລະບົດບາດ ຂອງຕົນ ເຊິ່ງຂອບເຂດ ແລະ ເປົ້າຫມາຍ ທີ່ຈະສຶກສາ,ສຳຫລວດ ໃນການກຳນົດເປັນເຂດອຸດສາຫະກຳ ແລະ ສູນໂລຈິສຕິກ ເຊິ່ງຢູ່ເມືອງໄຊ ແມ່ນນອນຢູ່ ເຂດຫລັກ 17 ບ້ານນາຮ້ວງ ແລະ ເຂດຫລັກ 22 ລຽບຕາມເສັ້ນທາງ 13 ເຫນືອ ທາງໄປເມືອງນາຫມໍ້.ສ່ວນຢູ່ເມືອງນາຫມໍ້ ແມ່ນຈຸດ ບ້ານນາສະຫວ່າງ ແລະ ບ້ານຂວາງຄຳ. ຖ້າຫາກໂຄງການດັ່ງກ່າວນີ້ ເກີດຂຶ້ນ ຈະເຮັດໃຫ້ປະຊາຊົນມີວຽກເຮັດ,ງານທຳ,ມີອາຊີບທີ່ຫມັ້ນຄົງ,ລວມທັງເຮັດໃຫ້ເສດຖະກິດຂອງແຂວງ  ມີບາດກ້າວຂະຫຍາຍຕົວ.  ນອກຈາກການລົງນາມບົດບັນທຶກ ຄວາມເຂົ້າໃຈ ວ່າດ້ວຍການສຳຫລວດ,ເກັບກຳຂໍ້ມູນ,ກຳນົດພື້ນທີ່ ເພື່ອສຶກສາຄວາມເປັນໄປໄດ້ ໃນການພັດທະນາເຂດນິຄົມ ອຸດສາຫະກຳ ແລະ ສູນໂລຈິສຕິກ ຢູ່ 2 ເມືອງ ຂອງແຂວງອຸດົມໄຊ ແລ້ວ ຍັງມີການລົງນາມ ລະຫວ່າງ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ ອຸດົມໄຊ ແລະ ສະພາການຄ້າ ແລະ ອຸດສາຫະກຳ ແຂວງ ອຸດົມໄຊ ວ່າດ້ວຍການ ມອບ – ຮັບ ສູນພັດທະນາ ຜະລິດຕະພັນ ແລະ ສົ່ງເສີມການຕະຫລາດ ໂດຍມອບ ໃຫ້ສະພາການຄ້າ ແລະ ອຸດສາຫະກຳ ແຂວງເປັນຜູ້ຮັບຜິດຊອບໃນການເຄື່ອນໄຫວ,ນຳໃຊ້ ຕໍ່ໄປ. ລວມທັງ ການລົງນາມ ບົດບັນທຶກ ການຮ່ວມມືກັນ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກຳ ແຂວງອຸດົມໄຊ ແລະ ສະພາການຄ້າ ແລະ ອຸດສາຫະກຳ ແຂວງ ບໍລິຄຳໄຊ ຕື່ມອີກ.

ໃນພິທີ ລົງນາມບົດບັນທຶກຄວາມເຂົ້າໃຈ ໃນຄັ້ງນີ້ ມີຕາງຫນ້າກົມ ຈາກກະຊວງອຸດສາຫະກໍາ ແລະ ການຄ້າ,ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ,ພະແນກການອ້ອມຂ້າງແຂວງ,ສະພາການຄ້າ ແລະ ອຸດສາຫະ ກຳ ແຂວງ,ເຈົ້າເມືອງ ແລະ ວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ຂ່າວ: ຄານມະນີ ຮຽນດໍຈັນ

ກວດແກ້: ສຸວັນທອງ ປັນຍາຂັນ

ຂ່າວຈາກ: ຂ່າວປະຈຳວັນ Dialy news oudomxay

Write a Message

Your email address will not be published.

Related Posts

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more

Enter your keyword