ກອງປະຊຸມສໍາມະນາກ່ຽວກັບການຊຸກຍູ້, ສົ່ງເສີມ ວຽກງານມາດຕະຖານ, ຄຸນນະພາບ ແລະ ວັດແທກ ຕໍ່ກັບຜະລິດຕະພັນລາວ

ກອງປະຊຸມສໍາມະນາກ່ຽວກັບການຊຸກຍູ້, ສົ່ງເສີມ ວຽກງານມາດຕະຖານ, ຄຸນນະພາບ ແລະ ວັດແທກ ຕໍ່ກັບຜະລິດຕະພັນລາວ

ໃນຕອນບ່າຍຂອງ ວັນທີ 22 ກຸມພາ 2022 ທີ່ ສູນວາງສະແດງສິນຄ້າ ລາວ-ໄອເຕັກ ທາງກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ

ໄດ້ຈັດກອງປະຊຸມສໍາມະນາກ່ຽວກັບການຊຸກຍູ້, ສົ່ງເສີມ ວຽກງານມາດຕະຖານ, ຄຸນນະພາບ ແລະ ວັດແທກ ຕໍ່ກັບຜະລິດຕະພັນລາວ ໂດຍການເປັນປະທານ ຂອງ ທ່ານ ພູໄຊ ເທບພະວົງ ເລຂາທິການ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ເປັນປະທານຮ່ວມໂດຍ ທ່ານ ວຽງທອງ ວົງທະວິໄລ  ຫົວໜ້າກົມ ມາດຕະຖານ ແລະ ວັດແທກ.

ຈຸດປະສົງໃນການຈັດກອງປະຊຸມສໍາມະນາໃນຄັ້ງນີ້ : ກໍເພື່ອສ້າງຄວາມຮູ້, ຄວາມເຂົ້າໃຈ ກ່ຽວກັບວຽກງານມາດຕະຖານ, ຄຸນນະພາບ ແລະ ວັດແທກ ຕໍ່ກັບຜະລິດຕະພັນລາວ ໃຫ້ແກ່ຜູ້ປະກອບການ, ພາກທຸລະກິດທີ່ຜະລິດ, ຈໍາໝ່າຍ ຜະລິດຕະພັນສິນຄ້າ ຢູ່ພາຍໃນ ສປປ ລາວ ໃຫ້ໄດ້ຕາມມາດຕະຖານ ແລະ ຄຸນນະພາບ ທີ່ກໍານົດໄວ້ ຖືເອົາວຽກງານນີ້ເປັນສ່ວນໜຶ່ງໃນການຍົກສູງຄວາມຮັບຜິດຊອບຂອງຕົນ ຕໍ່ກັບສັງຄົມ ແລະ ຜູ້ຊົມໃຊ້ ຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ.

ຜະລິດຕະພັນສິນຄ້າ ທີ່ຜະລິດຢູ່ພາຍໃນ ສປປ ລາວ ແມ່ນກໍານົດໃນແຜນຍຸດທະສາດທີ່ສໍາຄັນຂອງລັດຖະບານ ໃນການພັດທະນາໂຄງລ່າງພື້ນຖານດ້ານຄຸນນະພາບແຫ່ງຊາດ ເຊິ່ງເປັນເຄື່ອງມືໃນການສະໜັບສະໜູນ ສົ່ງເສີມ ໃນການອຳນວຍຄວາມສະດວກທາງດ້ານການຄ້າ, ເຂົ້າເຖິງຕະຫຼາດ ແລະ ສາມາດແຂ່ງຂັນ ດ້ານຜະລິດຕະພັນສິນຄ້າທີ່ຜະລິດພາຍໃນ ໃຫ້ສອດຄ່ອງຕາມມາດຕະຖານ ແລະ ໄດ້ຄຸນນະພາບ ທີ່ໄດ້ກໍານົດໄວ້ ເພື່ອກ້າວໄປເຖິງການສົ່ງອອກໃນຕະຫຼາດ ພາກພື້ນ ແລະ ສາກົນ, ພ້ອມກັນນັ້ນກໍ່ເພື່ອເປັນການ ປົກປ້ອງຜູ້ບໍລິໂພກ, ຜູ້ຊົມໃຊ້, ຮັກສາສະພາບ​ແວດ​ລ້ອມ, ສຸ​ຂະ​ພາບ, ຄວາມ​ປອດ​ໄພ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ລາວ ​ໃຫ້​ດີ​ຂື້ນ ແລະ ທັງເປັນການປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​-ສັງຄົມ ຂອງ​ປະ​ເທດອີກດ້ວຍ.

Write a Message

Your email address will not be published.

Related Posts

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more

Enter your keyword