ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ ພ້ອມດ້ວຍຄະນະ ເຂົ້າຮ່ວມກອງປະຊຸມພົບປະລະຫວ່າງ ຄະນະຊ່ວຍວຽກນາຍົກລັດຖະມົນຕີ

ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ ພ້ອມດ້ວຍຄະນະ ເຂົ້າຮ່ວມກອງປະຊຸມພົບປະລະຫວ່າງ ຄະນະຊ່ວຍວຽກນາຍົກລັດຖະມົນຕີ

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ເຂົ້າຮ່ວມກອງປະຊຸມພົບປະລະຫວ່າງ ຄະນະຊ່ວຍວຽກນາຍົກລັດຖະມົນຕີ

ນໍາໂດຍ ທ່ານ ຈັນທະບູນ ລັດຕະນະວົງ ຫົວຫນ້າຄະນະຜູ້ຊ່ວຍວຽກ ນາຍົກລັດຖະມົນຕີ ແລະ ຄະນະຊ່ຽວຊານຍີ່ບຸ່ນ ນໍາໂດຍ ທ່ານ Kobayashi Kenichi ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈໍາ ສປປ ລາວ ພາຍໃຕ້ຫົວຂໍ້ “ ການພັດທະນາກະສິກໍາສະອາດ ໃນ ສປປ ລາວ ”  ໃນວັນທີ 24 ມິຖຸນາ 2022 ທີ່ ຫ້ອງການ ສໍານັກງານນາຍົກລັດຖະມົນຕີ

ພາຍໃນກອງປະຊຸມໄດ້ມີການລາຍງານສະພາບ ໂຄງການ ພັດທະນາກະສິກຳສະອາດ ໂດຍສັງເຂບ ແລະ ໄດ້ປືກສາຫາລືກັນຢ່າງກົງໄປກົງມາໂດຍສະເພາະແມ່ນເນັ້ນໃສ່ບັນຫາການພັດທະນາດັ່ງລຸ່ມນີ້:

  • ການພັດທະນາຄວາມອາດສາມາດຜູ້ຜະລິດ
  • ການພັດທະນາການຕະຫລາດ
  • ການພັດທະນາພື້ນຖານໂຄງລ່າງ ແລະ ເຕັກໂນໂລຊີ
  • ການເພີ່ມທະວີການຮ່ວມມືທັງພາກລັດ, ພາກເອກະຊົນ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ

ໃນນັ້ນ ຄະນະພັດທະນາທຸລະກິດກະສິກຳ ປະຈໍາ ສຄອຊ ໄດ້ສະເຫນີໃຫ້ອົງການພັດທະນາຂອງຍີ່ປຸ່ນ ໃຫ້ການສະຫນັບສະຫນູນເພີ່ມເຕີມ ທາງດ້ານ ເຕັກໂນໂລຊີ, ການເຂົ້າຫາຕະຫລາດ ແລະ ອື່ນໆ ໂດຍອາດຮ່ວມມືກັນກັບພາກທຸລະກິດໂດຍກົງ ເພື່ອຮ່ວມກັນຊອກວິທີທາງທີ່ມີປະສິດທິຜົນສູງສຸດໃຫ້ແກ່ການພັດທະນາກະສິກໍາສະອາດ ໃນ ສປປ ລາວ.

 

Write a Message

Your email address will not be published.

Related Posts

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more

Enter your keyword