ກອງປະຊຸມປຶກສາຫາລືພາກທຸລະກິດ ຂະແໜງການບໍລິການທາງດ້ານການເງິນ

ກອງປະຊຸມປຶກສາຫາລືພາກທຸລະກິດ ຂະແໜງການບໍລິການທາງດ້ານການເງິນ

ໃນວັນທີ 1 ກໍລະກົດ 2022, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ(ສຄອຊ), ໄດ້ມີ ກອງປະຊຸມປຶກສາຫາລືກັບ ພາກທຸລະກິດ ໃນຂະແໜງການບໍລິການທາງດ້ານການເງິນ ພາຍໃຕ້ກົນໄກກອງປະຊຸມທຸລະກິດລາວ ຫຼື Lao Business Forum ໂດຍການເປັນປະທານຂອງ ທ່ານ ນາງ ສຸພາພອນ ຄຳແສນນາມ ຮອງເລຂາທິການ ສຄອຊ, ທ່ານ Sheng Lee ຕາງໜ້າສະພາການຄ້າອົດສະຕາລີ ປະຈຳລາວ

ຈຸດປະສົງຫຼັກ ຂອງກອງປະຊຸມ ແມ່ນ ເພື່ອປຶກສາຫາລືແບບວິຊາການ ຕໍ່ກັບປັດໃຈທີ່ເປັນສິ່ງກີດຂວາງຫຼັກ ໃນການດໍາເນີນທຸລະກິດ ຂອງຂະແໜງການ ບໍລິການທາງດ້ານການເງິນ ບໍ່ວ່າຈະເປັນ ທະນາຄານທຸລະກິດ, ສະຖາບັນການເງິນຈຸນລະພາກ, ບໍລິສັດປະກັນໄພ ແລະ ບໍລິສັດເຊົ່າສິນເຊື່ອ, ເພື່ອກະກຽມຈັດກອງປະຊຸມປຶກສາຫາລືແບບວິຊາການ ກັບຂະແໜງການທີ່ກ່ຽວຂ້ອງຂອງພາກລັດ ໃນລະຫວ່າງເດືອນ ກໍລະກົດ ຫາ ເດືອນ ກັນຍາ 2022, ແລະ ຄາດວ່າຈະໄດ້ຈັດກອງປະຊຸມທຸລະກິດລາວ ໃນເດືອນ ຕຸລາ 2022 ນີ້.

ໃນໄລຍະຜ່ານມາ ພາກລັດຖະບານ ກໍ່ໄດ້ມີຄວາມພະຍາຍາມ ໃນການປັບປຸງນິຕິກຳ, ກົນໄກ, ລະບຽບ ແລະ ແບບແຜນວິທີເຮັດວຽກ ເພື່ອເອື້ອອຳນວຍຄວາມສະດວກໃຫ້ແກ່ພາກທຸລະກິດ, ເຊິ່ງທັງນີ້ທັງນັ້ນ ການແກ້ໄຂບັນຫາ ກໍ່ອາດມີຄວາມຊັບຊ້ອນ ແລະ ໃຊ້ເວລາດົນ, ບາງບັນຫາ ກໍ່ສາມາດແກ້ໄຂໄດ້ ແລະ ບາງບັນຫາ ກໍ່ອາດມີຄວາມທ້າທາຍພໍສົມຄວນ.

Write a Message

Your email address will not be published.

Related Posts

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more

Enter your keyword