ກອງປະຊຸມສົນທະນາບັນຫານະໂຍບາຍຄັ້ງທຳອິດຂຶ້ນ ທີ່ ແຂວງຈຳປາສັກ

ກອງປະຊຸມສົນທະນາບັນຫານະໂຍບາຍຄັ້ງທຳອິດຂຶ້ນ ທີ່ ແຂວງຈຳປາສັກ

ນະຄອນປາກເຊ, ວັນທີ 07 ກໍລະກົດ 2022. ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກໍາ ແຂວງຈຳປາສັກ ຈັດກອງປະຊຸມສົນທະນາບັນຫານະໂຍບາຍຄັ້ງທຳອິດຂຶ້ນທີ່ແຂວງຈຳປາສັກ. ກ

ອງປະຊຸມດັ່ງກ່າວ ໂດຍໄດ້ຮັບການສະໜັບສະໜູນຈາກອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID) ຜ່ານໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ.

ກອງປະຊຸມສົນທະນາບັນຫານະໂຍບາຍໄດ້ມີການຈັດຂຶ້ນຫຼາຍຄັ້ງນັບແຕ່ປີ 2021 ເປັນຕົ້ນມາ ເຊິ່ງສ່ວນໃຫຍ່ ແມ່ນຈັດພາຍໃນນະຄອນຫຼວງ. ຄັ້ງນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່ LNCCI ນຳ​ເອົາ​ການ​ສົນທະນາ​ດ້ານ​ນະ​ໂຍບາຍ​ຂອງ​ຕົນ​​ລົງສູ່​ລະດັບແຂວງ. ກອງປະຊຸມສົນທະນາບັນຫານະໂຍບາຍ ແມ່ນເວທີໜຶ່ງທີ່ເຮັດໜ້າທີ່ເປັນເຄື່ອງມືໃນການມີສ່ວນຮ່ວມ ແລະ ແຈ້ງໃຫ້ SMEs ຮັບຮູ້ກ່ຽວກັບນະໂຍບາຍທີ່ສໍາຄັນຕ່າງໆ. ການປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດມີຄວາມຈຳເປັນຢ່າງຍິ່ງ ເພື່ອສ້າງຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນ ຕະຫຼອດເຖິງການຕອບສະໜອງກັບຄວາມຕ້ອງການຂອງ SMEs ແລະ ເພື່ອຮັບປະກັນວ່າບຸລິມະສິດຂອງເຂົາເຈົ້າສະທ້ອນເຖິງຂະບວນການຕັດສິນໃຈຂອງລັດຖະບານ ແລະ ຂະບວນການພັດທະນານະໂຍບາຍ.

 

ໃນກອງປະຊຸມ ໂດຍການເປັນປະທານຂອງ ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງ ແຂວງ ຈຳປາສັກ ແລະ ທ່ານ ນາງ ບຸນເຮືອງ ແຄຣໍ ຣິດດັງ ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຂວງຈຳປາສັກ. ແລະ ທ່ານ ພູໄຊ ເທບພະວົງ ເລຂາທິການ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວເຂົ້າຮ່ວມ. ໃນກອງປະຊຸມ ມີຜູ້ເຂົ້າຮ່ວມຫຼາຍກວ່າ 40 ທ່ານ ລວມທັງພາກລັດ ແລະ ພາກທຸລະກິດຂັ້ນແຂວງ, ໃນນັ້ນມີນັກທຸລະກິດຍິງ ຈໍານວນ 10 ທ່ານ ແລະ ພະນັກງານລັດ ຈຳນວນ 5 ທ່ານ.

 

ກອງປະຊຸມສົນທະນາບັນຫານະໂຍບາຍແຂວງຈຳປາສັກ ແມ່ນເນັ້ນໃສ່ສະພາບເສດຖະກິດໃນປະຈຸບັນ ຫຼັງການແຜ່ລະບາດຂອງພະຍາດ COVID 19. ​ລະຫວ່າງການກ່າວເປີດກອງປະຊຸມ, ທ່ານ ສົມບູນ ເຮືອງວົງສາ, ຮອງເຈົ້າແຂວງ ແຂວງ ຈຳປາສັກ ໄດ້ສະແດງຄວາມຂອບໃຈມາຍັງ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI) ທີ່ໄດ້ນຳເອົາເວທີສົນທະນາບັນຫານະໂຍບາຍຄັ້ງນີ້ ຈັດຕັ້ງທີ່ແຂວງ ຈຳປາສັກ. ທ່ານ​ຍັງ​ກ່າວ​ຕື່ມ​ວ່າ: “ຫົວ​ຂໍ້​ດັ່ງກ່າວ​ມີ​ຄວາມ​ກ່ຽວຂ້ອງ​ເຖິງ​ສະພາບ​ການ​ໃນ​ປະຈຸ​ບັນ ແລະ ທັນເວລາຫຼາຍ  ເຊິ່ງ​ໄດ້​ສະ​ທ້ອນໃຫ້​ເຫັນດີ​​ໃນ​ວາລະ​ແຫ່ງ​ຊາດ ທີ່ສຸມ​ໃສ່ການ​ແກ້​ໄຂ​ສະຖານະການດ້ານ​ການ​ເງິນຂອງປະເທດ.”

 

ທ່ານ ພູໄຊ ເທບພະວົງ ເລຂາທິການ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໃຫ້ຂໍ້ສັງເກດເຖິງ ສະພາບແວດລ້ອມຫຼັງການແຜ່ລະບາດຂອງພະຍາດ COVID-19, ສະພາບເສດຖະກິດໂລກ ແລະ ພາກພື້ນ, ຄວາມຂັດແຍ່ງໃນເອີຣົບ, ລາຄານ້ຳມັນທີ່ພຸ້ງສູງຂຶ້ນລວມທັງບັນຫາຕ່າງໆ ທີ່ໄດ້ສົ່ງຜົນກະທົບຕໍ່ເສດຖະກິດລາວ ໂດຍສະເພາະຕໍ່ບັນດາ SMEs. ເວທີສົນທະນາບັນຫານະໂຍບາຍຄັ້ງນີ້ໄດ້ພະຍາຍາມສຸມໃສ່ບັນຫາເຫຼົ່ານີ້ ເພື່ອໃຫ້ບັນດາ SMEs ໄດ້ປຶກສາຫາລື ແລະ ອຳນວຍຄວາມສະດວກໃນການປຶກສາຫາລືໃນການຖອດຖອນບົດຮຽນຂອງວິທີການປັບຕົວກັບຄວາມບໍ່ແນ່ນອນນີ້.

 

ກອງປະຊຸມໄດ້ແບ່ງອອກເປັນ 2 ພາກ. ​ພາກທີໜຶ່ງ​ ໄດ້​ເນັ້ນໜັກເຖິງ ​ສະພາບ​ແວດ​ລ້ອມ​ເສດຖະກິດ​ຂອງ​ແຂວງ​ຈໍາ​ສັກ, ​ໂດຍ​ຜູ້ຕາງໜ້າ​ຈາກ​ພະ​ແນ​ກ​ແຜນການ ​ແລະ ການ​ລົງທຶນ​ ແຂວງ​ຈໍາປາ​ສັກ.

 

ພາກທີສອງ ​ແມ່ນ​ເວທີສົນທະນາໃນ​ຫົວ​ຂໍ້​ “ SME ໃນສະພາບເສດຖະກິດທີ່ບໍ່ແນ່ນອນ​”. ​ໂດຍລວມມີນັກສຳມະນາກອນ ໂດຍ ທ່ານ ຈັນດາວົງ ປາມີສິດ, ຜູ້ອຳນວຍການ ກຸ່ມ KPV Gold, ຮອງສາດສະດາຈານ. ທ່ານ ດຣ ປີຍະ ວົງພິດ, ຫົວໜ້າ ພາກການເງິນ ແລະ ການທະນາຄານ, ຄະນະ ເສດຖະເສດ ແລະ ບໍລິການທຸລະກິດ (ມະຫາວິທະຍາໄລແຫ່ງຊາດ), ທ່ານ ນາງ ກົງເພັດ ທະວິທຳ, ປະທານ Lao-German Starch Co., Ltd ແລະ ສຸດທ້າຍ, ທ່ານ ບີ່ ພຸດທະແກ້ວ, ຜູ້ບໍລິຫານ Lao Crypto Mining Co., Ltd.

 

ຫົວຂໍ້ທີ່​ສໍາ​ຄັນ​ໃນການ​ສົນ​ທະ​ນາຄັ້ງນີ້​ ​ລວມ​ມີ​: 1) ປັດໄຈການຊຸກຍູ້ ແລະ ທ່ວງດຶງ ທີ່ສົ່ງຜົນຕໍ່ເສດຖະກິດ, 2) ປັດໄຈທີ່ສົ່ງຜົນກະທົບຕໍ່ອັດຕາເງິນເຟີ້ຂອງເງິນກີບລາວ ແລະ ອັດຕາແລກປ່ຽນ, 3) ຊັບສິນດິຈິຕອນ ທຽບກັບ ຊັບສິນທາງກາຍະພາບ, 4) ນະໂຍບາຍກະຕຸ້ນເສດຖະກິດ.

 

ບັນຫາຕ່າງໆທີ່ຍົກຂຶ້ນມາໃນລະຫວ່າງການປຶກສາຫາລືໂດຍການໃຫ້ຂໍ້ສັງເກດຂອງທ່ານ ຮອງເຈົ້າແຂວງຈຳປາສັກ ແລະ ທ່ານໄດ້ສະແດງຄວາມຂອບໃຈຕໍ່ນັກວິທະຍາກອນທຸກໆທ່ານທີ່ມາແບ່ງປັນຄວາມຮູ້ ແລະ ຄວາມເຂົ້າໃຈ  ແລະ ທ່ານໄດ້ຢືນຢັນເຖິງຄຳໜັ້ນສັນຍາຂອງລັດທະບານແຂວງໃນການເຮັດວຽກຮ່ວມກັບພາກທຸລະກິດ ແລະ ຊ່ວຍເຫຼືອ SMEs ແກ້ໄຂສິ່ງທ້າທາຍທາງທຸລະກິດ ພ້ອມທັງປັບປຸງສະພາບເສດຖະກິດຂອງແຂວງຈຳປາສັກ.

 

ໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ USAID Laos ຊ່ວຍລັດຖະບານລາວໃນການປັບປຸງສະພາບການລົງທຶນ ແລະ ການຄ້າ ແລະ ຍົກລະດັບຄວາມສາມາດໃນການແຂ່ງຂັນຂອງ ວິສາຫະກິດຂະໜາດນ້ອຍ ແລະ ກາງ.

 

ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID) ໃຫ້ການສະໜັບສະໜຸນການຈັດກອງປະຊຸມສົນທະນາບັນຫານະໂຍບາຍຄັ້ງທຳອິດຂຶ້ນ ທີ່ ແຂວງຈຳປາສັກ.

 

Write a Message

Your email address will not be published.

Related Posts

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more

Enter your keyword