ພິທີການປະກາດສ້າງຕັ້ງ ແລະ ແຕ່ງຕັ້ງຄະນະບໍລິຫານງານສະພາການຄ້າແລະອຸດສາຫະກຳເມືອງສັງທອງ

ພິທີການປະກາດສ້າງຕັ້ງ ແລະ ແຕ່ງຕັ້ງຄະນະບໍລິຫານງານສະພາການຄ້າແລະອຸດສາຫະກຳເມືອງສັງທອງ

ພິທີການປະກາດສ້າງຕັ້ງ ແລະ ແຕ່ງຕັ້ງຄະນະບໍລິຫານງານສະພາການຄ້າແລະອຸດສາຫະກຳເມືອງສັງທອງ, ໃນວັນທີ 27 ທັນວາ 2022, ທີ່ ສະໂມສອນເມືອງສັງທອງ ນະຄອນຫຼວງວຽງຈັນ.
ທ່ານ ດາວວອນ ພະຈັນທະວົງ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ໃຫ້ກຽດຮ່ວມເປັນປະທານໃນ ພິທີການ ປະກາດສ້າງຕັ້ງ ແລະ ແຕ່ງຕັ້ງຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກຳ ເມືອງສັງທອງ ຊື່ງໄດ້ສ້າງຕັ້ງເປັນເມືອງທີ 09 ແລະ ເປັນເມືອງສຸດທ້າຍ ຂອງນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເປັນປະທານຮ່ວມ ຂອງທ່ານພົງສະຫວັນ ສິລິພັນ ຄະນະພັກນະຄອນຫຼວງ ເລຂາພັກເມືອງ ເຈົ້າເມືອງສັງທອງ ທ່ານສັງຄົມ ຈັນສຸກ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ , ປະທານ ສະພາການຄ້າ ແລະ ອຸດສາຫະກຳ ນະຄອນຫລວງວຽງຈັນ, ທ່ານນັນຕາ ສານຸວົງ ຮອງຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ແລະ ບັນດາການນຳເມືອງ, ເລຂາພັກບ້ານ, ນາຍບ້ານ, ບັນດາທ່ານຄະນະບໍລິຫານງານ ສຄອຊ, ສຄອ.ນວ, ສຄອ.ມ ບັນດາຜູ້ປະກອບການ ນັກທຸລະກິດພາຍໃນເມືອງສັງທອງ ເຂົ້າຮ່ວມຢ່າງພ້ອມພຽງ.
ການສ້າງຕັ້ງ ແລະ ແຕ່ງຕັ້ງຄະນະບໍລິຫານງານສະພາການຄ້າແລະອຸດສາຫະກຳເມືອງສັງທອງມີດັ່ງນີ້:
ທ່ານ ຄຳອ້ວນ ພະລາກົມ ເປັນປະທານ ສະພາການຄ້າ ແລະ ອຸດສາຫະກຳ ເມື່ອງສັງທອງ
ທ່ານ ທອງໄລ ຈັນມະວົງ ເປັນຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ເມື່ອງສັງທອງ
ທ່ານ ຈັນທະໜອມ ບຸນສົມຫວັງ ເປັນຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ເມື່ອງສັງທອງ
ທ່ານ ຈິນດາ ເພັງພຸດທະວົງ ເປັນຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ເມື່ອງສັງທອງ
ທ່ານ ລາພອນ ເປັນຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ເມື່ອງສັງທອງ
ແລະ ຄະນະຈຳນວນ 10 ທ່ານ.

Related Posts

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more

Enter your keyword