ກອງປະຊຸມຮ່ວມມືລົງທຶນ ລາວ-ຫວຽດນາມ
ກອງປະຊຸມຮ່ວມມືລົງທຶນ ລາວ-ຫວຽດນາມ, ໃນວັນທີ 12 ມັງກອນ 2022ທີ່ຜ່ານມາ, ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ເຊິ່ງໄດ້ຈັດຂື້ນຢ່າງເປັນທາງການໂດຍການເປັນປະທານຊີ້ນຳກອງປະຊຸມ ຂອງສອງນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ,
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອລາຍງານສະພາບການລົງທຶນ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ຂອງວິສາຫະກິດ ສສ. ຫວຽດນາມ ທີ່ໄດ້ລົງທຶນຢູ່ ສປປ ລາວ, ພ້ອມກັນນັ້ນ, ພາຍໃນກອງປະຊຸມຍັງເປີດໂອກາດໃຫ້ພາກທຸລະກິດທັງສອງຝ່າຍໄດ້ແລກປ່ຽນຄຳຄິດເຫັນ ແລະ ກາລະໂອກາດໃນການລົງທຶນຮ່ວມກັນ. ພາຍໃນກອງປະຊຸມສອງນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ຍັງໄດ້ມີຄຳເຫັນມອບໃຫ້ກະຊວງທີ່ກ່ຽວຂ້ອງນຳເອົາຂໍ້ແລກປ່ຽນ ແລະ ຄຳຄິດເຫັນຂອງພາກທຸລະກິດນຳໄປຄົ້ນຄວ້າເພື່ອແກ້ໄຂບັນດາຂໍ້ຫຍຸ້ງຍາກທາງດ້ານນະໂຍບາຍ ແລະ ສ້າງເງື່ອນໄຂຂໍ້ສະດວກໃນການດຳເນີນທຸລະກິດໃຫ້ແກ່ນັກລົງທຶນ, ພ້ອມທັງປັບປຸງແວດລ້ອມທີ່ເອື້ອອຳນວຍແກ່ການດຶງດູດການລົງທຶນໃຫ້ເຂົ້າມາ ສປປ ລາວ ໃຫ້ນັບມື້ນັບຫຼາຍຂື້ນໃນຂະແໜງການຕ່າງໆທີ່ມີທ່າແຮງ.
ໃນກອງປະຊຸມດັ່ງກ່າວໄດ້ມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ຕາງໜ້າຈາກພາກທຸລະກິດຂອງລາວ ແລະ ຫວຽດນາມ ໃນຂະແໜງການຕ່າງໆເຂົ້າຮ່ວມປະມານ 400 ທ່ານ; ໃນນັ້ນ, ຝ່າຍຫວຽດນາມ 250 ທ່ານ (ພາກລັດ 50 ທ່ານ, ພາກທຸລະກດ 200 ທ່ານ); ຝ່າຍລາວ 150 ທ່ານ (ພາກລັດ 50 ທ່ານ, ພາກທຸລະກິດ 100 ທ່ານ).





