ກອງປະຊຸມ ພົບປະລະຫວ່າງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ສະພາການຄ້າ ຍີ່ປຸ່ນ ປະຈຳ ສປປ ລາວ
ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະບໍລິຫານງານ ໄດ້ເຂົ້າຮ່ວມ ກອງປະຊຸມ ພົບປະກັບ
ສະພາການຄ້າ ຍີ່ປຸ່ນ ປະຈຳ ສປປ ລາວ, ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອປຶກສາຫາລື ຮ່ວມມືກັນລະຫວ່າງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ສະພາການຄ້າ ຍີ່ປຸ່ນ ເພື່ອເປັນການສົ່ງເສີມສາຍພົວພັນໃຫ້ແກ່ນັກທຸລະກິດລາວ ແລະ ນັກທຸລະກິດຍີ່ປຸ່ນໃຫ້ນັບມື້ນັບຫຼາຍຂື້ນ.
ໃນວັນທີ່ 03 ເມສາ 2023 ເວລາ 15:00 ໂມງ – 16:30 ໂມງ ທີ່ ໂຮງແຮມ ຄຣາວພລາຊາ, ນະຄອນຫຼວງວຽງຈັນ.