ກອງປະຊຸມປຶກສາຫາລືສອງຝ່າຍ ແລະ ສາມຝ່າຍກ່ຽວກັບການຊຸກຍູ້ການພົວພັນດ້ານແຮງງານ  ແລະ ຄວາມຍືນຍົງດ້ານທຸລະກິດໃນວຽກງານທີ່ມີຄຸນຄ່າ ແລະ ເປັນທຳໃນ ສປປ ລາວ

ກອງປະຊຸມປຶກສາຫາລືສອງຝ່າຍ ແລະ ສາມຝ່າຍກ່ຽວກັບການຊຸກຍູ້ການພົວພັນດ້ານແຮງງານ ແລະ ຄວາມຍືນຍົງດ້ານທຸລະກິດໃນວຽກງານທີ່ມີຄຸນຄ່າ ແລະ ເປັນທຳໃນ ສປປ ລາວ

ກອງປະຊຸມປຶກສາຫາລືສອງຝ່າຍ ແລະ ສາມຝ່າຍກ່ຽວກັບການຊຸກຍູ້ການພົວພັນດ້ານແຮງງານ ແລະ ຄວາມຍືນຍົງດ້ານທຸລະກິດໃນວຽກງານທີ່ມີຄຸນຄ່າ ແລະ ເປັນທຳໃນ ສປປ ລາວ,

ໃນວັນທີ 15 ພຶດສະພາ 2023 ເວລາ 08:30-16:30 ໂມງ ທີ່ໂຮງແຮມ ລາວພາຊາ, ນະຄອນຫຼວງວຽງຈັນ.
ທ່ານ ປອ. ໄຊບັນດິດ ຣາຊະພົນ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືສອງຝ່າຍ ແລະ ສາມຝ່າຍກ່ຽວກັບການຊຸກຍູ້ການພົວພັນດ້ານແຮງງານ ແລະ ຄວາມຍືນຍົງດ້ານທຸລະກິດໃນວຽກງານທີ່ມີຄຸນຄ່າ ແລະ ເປັນທຳໃນ ສປປ ລາວ, ໂດຍ ໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ວິໄລ ວົງຂະເສີມ, ຮອງປະທານ ຄະນະບໍລິຫານງານ ສູນກາງສະຫະພັນກຳມະບານ, ທ່ານ Haruhiro JONO, Programe and Operations officer of ILO Japan Project, Mr Dong Eung Lee, Senior Employer Specialist, ILO, ທ່ານ ນາງ Yuki Otsuji, Specialist on Worker’s Activities ຊ່ຽວຊານອົງການແຮງງານສາກົນ, Mr. Aru Kumar, Specialist on collective Bargaining ILO and Social dialogues, ພ້ອມກັນນັ້ນກໍ່ຍັງກໍ່ຍັງມີຕາງໜ້າຈາກຄະນະບໍລິຫານງານ ສຄອຊ, ຄະນະກຳມະທິການຕ່າງໜ້າຜູ້ໃຊ້ແຮງງານ, ສຄອຊ, ສຄອຊ ແຂວງ, ກົມກອງຂອງ ສູນກາງ ສະຫະພັນກຳມະບານລາວ ແລະ ສະມາຄົມກຸ່ມ ທຸລະກິດ ຕ່າງໆ ເຂົ້າຮ່ວມ.
ຈຸດປະສົງ ຂອງກອງປະຊຸມ ແມ່ນ ເພື່ອປຶກສາຫາຫາລືສອງຝ່າຍ ລະຫວ່າງຕ່າງໜ້າຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ ເພື່ອທົບທວນ ແລະ ກຳນົດບັນດາບູລິມະສິດສຳຄັນໃນການຈັດຕັ້ງປະຕິບັດສຳຄັນໃນບັນຫາການຈັດຕັ້ງການສົນທະນາ ທາງສັງຄົມ, ການພົວພັນດ້ານແຮງງານ ແລະ ການແກ້ໄຂຂໍ້ຂັດແຍ່ງ ສະຫຼຸບວາລະຮ່ວມຂອງລັດຖະບານ ແລະ ຕີດຕາມແຜນການເຮັດວຽກປຶກສາຫາລືກ່ຽວກັບການປະຕິບັດຂໍ້ຕົກລົງຂອງການຮ່ວມມືສອງຝ່າຍສຳລັບການສ້າງເວທີປາໄສສອງຝ່າຍ ແລະ ສ້າງຄວາມເປັນເອກະພາບໃນທິດທາງ ແລະ ແຜນການຕໍ່ໜ້າພື່ອສະເໜີຕໍ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ໃນນາມຕາງໜ້າພາກລັດຖະບານ)

Related Posts

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more

Enter your keyword