ສຄອຊ ໄດ້ຕ້ອນຮັບແຂກຈາກ  ມະຫາວິທະຍາໄລ Wuhan ສປ ຈີນ

ສຄອຊ ໄດ້ຕ້ອນຮັບແຂກຈາກ ມະຫາວິທະຍາໄລ Wuhan ສປ ຈີນ

ທ່ານ ພູໄຊ ເທບພະວົງ, ເລຂາທິການ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ(ສຄອຊ) ພ້ອມຄະນະ ຂອງ ສຄອຊ ໄດ້ຕ້ອນຮັບແຂກຈາກ

ມະຫາວິທະຍາໄລ Wuhan, ສປ ຈີນນຳໂດຍ ທ່ານ Zhang Ziyi, ຄະນະບໍດີຂອງ ມະຫາວິທະຍາໄລ Wuhan, ພາກວິຊາວິຊາພົວພັນສາກົນ, ຂອງ ໂຮງຮຽນ ວິທະຍາໄລໂປລີເຕັກນິກ ອູຮັ່ນ (Wuhan, Polytechnic Department of International Relation, International School, HR, Macau and Taiwan Affair office ໃນວັນທີ 22 ພຶດສະພາ 2023, ທີ່ມາຢ້ຽມຢາມ ສູນບໍລິການ ອາຊີວະສຶກສາແບບຄວບຄູ່ (DCTSC) ທີ່ ຫ້ອງປະຊຸມ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ.
ຈຸດປະສົງຂອງການມາຢ້ຽມຢາມ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໃນຄັ້ງນີ້ ແມ່ນແລກປ່ຽນບົດຮຽນ ແລະ ຂໍ້ມູນຂອງການຮຽນການສອນ ໃນຮູບແບບອາຊີວະສຶກສາແບບຄວບຄູ່ ທີ່ທາງ ສຄອຊ ໄດ້ຈັດຕັ້ງປະຕິບັດກັບບັນດາວິທະຍາໄລຄູ່ຮ່ວມ ແລະ ການມີສ່ວນຮ່ວມຂອງພາກເອກະຊົນ (ສະຖານປະກອບການ) ແລະ ແລກປ່ຽນຂໍ້ມູນທາງດ້ານການສົ່ງເສີມການສຶກສາ ຂອງ ສອງຝ່າຍ ແລະ ການຮ່ວມມືໃນຕໍ່ໜ້າ.

Related Posts

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more

Enter your keyword