ຝຶກອົບຮົມຫົວຂໍ້: “ການຢັ້ງຢືນຄວາມຍືນຍົງຂອງແຜນງານ ລາວຍືນຍາວ ສໍາລັບທຸລະກິດທີ່ນອນໃນຂະແຫນງການ ທ່ອງທ່ຽວລາວ”

ຝຶກອົບຮົມຫົວຂໍ້: “ການຢັ້ງຢືນຄວາມຍືນຍົງຂອງແຜນງານ ລາວຍືນຍາວ ສໍາລັບທຸລະກິດທີ່ນອນໃນຂະແຫນງການ ທ່ອງທ່ຽວລາວ”

ໃນວັນທີ 12 ມີຖຸນາ 2023 ທີ່ ນະຄອນຫຼວງວຽງຈັນ. ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ)  ຮ່ວມກັບ ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ,

ອົງການແພລນສາກົນ ປະຈໍາ ສປປ ລາວ (Plan International Laos) ແລະ ສູນສະຫະພາບເອີຣົບ ດ້ານການທ່ອງທ່ຽວນິເວດ ແລະ ກະສິກໍາ (ECEAT – European Centre for Ecological and Agricultural Tourism)  ໄດ້ຈັດການຝຶກອົບຮົມຫົວຂໍ້: “ການຢັ້ງຢືນຄວາມຍືນຍົງຂອງແຜນງານ ລາວຍືນຍາວ ສໍາລັບທຸລະກິດທີ່ນອນໃນຂະແຫນງການ ທ່ອງທ່ຽວລາວ” ໂດຍການເປັນປະທານຂອງ ທ່ານ ພູໄຊ ເທບພະວົງ (Mr. Phouxay Thepphavong), ເລຂາທິການ ສຄອຊ (Secretary General of LNCCI), ທ່ານ ຄອນເນີ້ ເບດາດ (Mr Connor Bedard), ຜູ້ຈັດການໂຄງການ ອົງການແພລນສາກົນ ປະຈໍາລາວ (Project Manager of Plan International Laos) ແລະ ມີຕາງໜ້າຈາກມີຕາງໜ້າຈາກສະມາຄົມ, ຜູ້ປະກອບການ ທີ່ຕິດພັນກັບຂະແໜງການທ່ອງທ່ຽວ ພາຍໃນນະຄອນຫຼວງວຽງຈັນເຂົ້າຮ່ວມທັງໝົດຫຼາຍກວ່າ 25 ທ່ານ.

ຈຸດປະສົງຂອງການຈັດຝຶກອົບຮົມຄັ້ງນີ້ ແມ່ນເພື່ອສົ່ງເສີມການຈັດຕັ້ງປະຕິບັດວຽກງານຄວາມຍືນຍົງ ສໍາລັບຂະແຫນງອຸດສາຫະກໍາການທ່ອງທ່ຽວລາວ ໂດຍການເສີມສ້າງ ຄວາມສາມາດ ໃຫ້ແກ່ບັນດາທຸລະກິດທີ່ນອນຢູ່ໃນ 4 ຂະແຫນງການ ຄື: ຂະແຫນງການ ຄົມມະນາຄົມ ແລະ ຂົນສົ່ງ, ອາຫານ ແລະ ເຄື່ອງດື່ມ, ຫັດຖະກໍາ ແລະ ຂອງທີ່ລະນຶກ ແລະ ການທ່ອງທ່ຽວຮູບແບບວັດທະນະທໍາ. ເຊິ່ງການຝຶກອົບຮົມໃນຄັ້ງນີ້, ໄດ້ຮຽນຮູ້ວິທີການນໍາໃຊ້ ເຄື່ອງມືເພື່ອໃຫ້ທຸລະກິດທ່ານ ສາມາດຜ່ານເກນມາດຖານເງື່ອນໄຂຕ່າງໆ ແລະ ສາມາດໄດ້ຮັບໃບຢັ້ງຢືນ “ລາວຍືນຍາວ (LastingLao)” ໄດ້, ພ້ອມທັງຈະໄດ້ມີການຮຽນຮູ້ໃນການນໍາໃຊ້ລະບົບການລາຍງານທາງອອນລາຍໃນເວັບໄຊຂອງທຣາສເວວໄລຟ໌. ນອກຈາກນັ້ນ ຜູ້ເຂົ້າຮ່ວມຍັງຈະໄດ້ ຮັບຮູ້ເຖິງຄວາມສໍາຄັນ ແລະ ຜົນປະໂຫຍດຂອງການດໍາເນີນທຸລະກິດແບບຍືນຍົງໃນ ຂະແຫນງ ການທ່ອງທ່ຽວ ທີ່ສາມາດຈັດຕັ້ງປະຕິບັດ ຫຼັກການຂອງແຜນງານການຢັ້ງຢືນ “ລາວຍືນຍາວ” ໃນທຸລະກິດຂອງຕົນ ເພື່ອລາຍງານ ຄວາມຄືບຫນ້າໃນການປະຕິບັດຕາມເກນ ມາດຕະຖານໃນແຕ່ລະຂັ້ນຕອນ ໂດຍເປັນການລິເລີ່ມການປ່ຽນແປງ ການດໍາເນີນທຸລະກິດ ເພື່ອໃຫ້ມີຄວາມຍືນຍົງ ແລະ ຮັບຜິດຊອບຕໍ່ ສັງຄົມ ແລະ ເພື່ອໃຫ້ທຸລະກິດສາມາດແຂ່ງຂັນດ້ານການຕະຫຼາດການທ່ອງທ່ຽວ ແບບຍືນຍົງໂດຍຜ່ານການນໍາໃຊ້ແຜນງານລາວຍືນຍາວ ທີ່ເປັນຈຸດເຊື່ອມຕໍ່ໃຫ້ທຸລະກິດຂອງຕົນ ກ້າວໄປສູ່ຕະຫລາດທ່ອງທ່ຽວສາກົນໄດ້ຫລາຍຍິ່ງຂື້ນ

Related Posts

ພິທີເປີດ ກອງປະຊຸມສົນທະນາ ການຮ່ວມມືສອງຝ່າຍ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ແລະ ສະຖາບັນພັດ ທະນາອາຊີວະສຶກສາ (ສພອ)

ພິທີເປີດ ກອງປະຊຸມສົນທະນາ ການຮ່ວມມືສອງຝ່າຍ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ແລະ ສະຖາບັນພັດ ທະນາອາຊີວະສຶກສາ (ສພອ)

ພິທີເປີດ ກອງປະຊຸມສົນທະນາ ການຮ່ວມມືສອງຝ່າຍ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ແລະ ສະຖາບັນພັດ ທະນາອາຊີວະສຶກສາ (ສພອ)…Read more
ອົງການປະກັນສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມສະພາບໍລິຫານ ຄັ້ງທີ XIII

ອົງການປະກັນສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມສະພາບໍລິຫານ ຄັ້ງທີ XIII

ທ່ານ ປອ ໄຊບັນດິດ ຣາຊະພົນ ຮອງປະທານ ສຄອຊ ແລະ ທ່ານ ພູໄຊ ເທບພະວົງ ເລຂາທິການ ສຄອຊ ເຂົ້້າຮ່ວມ ກອງປະຊຸມສະພາບໍລິຫານ ຄັ້ງທີ…Read more

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more

Enter your keyword