ກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດ ຂອງໂຄງການສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍຕໍ່ທຸລະກິດລາວ (LBE) ຄັ້ງທີ VI

ກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດ ຂອງໂຄງການສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍຕໍ່ທຸລະກິດລາວ (LBE) ຄັ້ງທີ VI

ກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດ ຂອງໂຄງການສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍຕໍ່ທຸລະກິດລາວ (LBE) ຄັ້ງທີ VI , ໃນວັນທີ 14 ມິຖຸນາ 2023, ທີ່ ໂຮງແຮມລາວພາຊາ, ນະຄອນຫຼວງວຽງຈັນ

ທ່ານ ພູໄຊ ເທບພະວົງ ເລຂາທິການສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ໄດ້ເຂົ້າຮ່ວມກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດ ຂອງໂຄງການສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍຕໍ່ທຸລະກິດລາວ (LBE) ຄັ້ງທີ 6, ທີ່ ຈັດຂຶ້ນໂດຍ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ແລະ ອົງການພັດທະນາສາກົນສະຫະລັດອາເມລິກາ ປະຈໍາ ສປປ ລາວ (USAID) ກອງປະຊຸມດັ່ງກ່າວ ໄດ້ຮັບກຽດເປັນປະທານຮ່ວມ ໂດຍ ທ່ານ ປອ. ຄຳເພັດ ວົງດາລາ, ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ Cullen Hughes, ຫົວໜ້າຫ້ອງການເສດຖະກິດ, ການສຶກສາ ແລະ ພະລັງງານ, ອົງການພັດທະນາສາກົນສະຫະລັດອາເມລິກາ ປະຈໍາ ສປປ ລາວ, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ປະກອບມີບັນດາ ຈຸດປະສານງານຫຼັກຂອງລັດຖະບານ, ກົມວິຊາການທີ່ກ່ຽວຂ້ອງຂອງໂຄງການ ແລະ ຄູ່ຮ່ວມພັດທະນາ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອທົບທວນຄືນ ແລະ ປະເມີນຜົນຂອງການຈັດຕັ້ງປະຕິບັດໂຄງການ ໃນໄລຍະ 6 ເດືອນຕົ້ນປີ 2023 ແລະ ປຶກສາຫາລື ກ່ຽວກັບ ແຜນວຽກບູລິມະສິດຂອງໂຄງການ ສຳລັບໄລຍະ 6 ເດືອນທ້າຍປີ 2023.

Related Posts

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more

Enter your keyword